ຄະນະກວດກາພັກ, ອົງການກວດກາລັດແຂວງຫຼວງພະບາງ ພົບປະແລກປ່ຽນບົດຮຽນ ກັບ ຄະນະກວດກາພັກ, ອົງການກວດກາລັດແຂວງໄຊຍະບູລີ
16/07/2025
ພິທີ ພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະກວດກາພັກ, ອົງການກວດກາລັດແຂວງຫຼວງພະບາງ ກັບ ຄະນະກວດກາພັກ, ອົງການກວດກາລັດແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 1 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມອົງການກວດກາລັດແຂວງຫຼວງພະບາງ. ເບື້ອງແຂວງຫຼວງພະບາງນໍາໂດຍສະຫາຍ ຄໍາຫຼ້າ ລຽນປະດິດ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກ-ລັດແຂວງ ພ້ອມດ້ວຍບັນດາສະຫາຍຮອງປະທານ, ບັນດາຫົວໜ້າຂະແໜງ ແລະ ປະທານ-ຮອງປະທານຄະນະກວດກາເມືອງງອຍເຂົ້າຮ່ວມ; ເບື້ອງແຂວງໄຊຍະບູລີ ນໍາໂດຍ ສະຫາຍ ສົມຫວັງ ແກ້ວວິໄລສັກ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກ-ລັດແຂວງ ພ້ອມດ້ວຍບັນດາສະຫາຍຮອງປະທານ, ບັນດາຫົວໜ້າຂະແໜງ ແລະ ປະທານກວດກາເມືອງຊຽງຮ່ອນ, ເມືອງຫົງສາເຂົ້າຮ່ວມ.
ການພົບປະຄັ້ງນີ້ ສະຫາຍ ຄໍາຫຼ້າ ລຽນປະດິດ ໄດ້ກ່າວສະແດງຄວາມຕ້ອນຮັບພ້ອມທັງຕີລາຄາສູງຕໍ່ການມາພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ເພື່ອເປັນການເພີ່ມທະວີຮັດແໜ້ນການຮ່ວມມື ລະຫວ່າງ ຄະນະກວດກາພັກ, ອົງການກວດກາລັດ ຂອງສອງແຂວງ ມີບາດກ້າວອັນໃໝ່ ແລະ ມີບົດບາດທີ່ດີຂຶ້ນຕາມທິດທາງການປ່ຽນແປງໃໝ່ຂອງພັກ, ນອກນີ້ ສະຫາຍຍັງໄດ້ລາຍງານສະພາບລວມ, ຈຸດພິເສດຂອງແຂວງ ແລະ ການເຄື່ອນ ໄຫວວຽກງານກວດກາພັກ, ວຽກງານກວດກາລັດ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ແລະ ວຽກງານແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງແຂວງຫຼວງພະບາງ ຕໍ່ຄະນະຜູ້ແທນແຂວງໄຊຍະບູລີ ຊາບຕື່ມອີກ.
ຫຼັງຈາກນັ້ນ ສະຫາຍ ສົມຫວັງ ແກ້ວວິໄລສັກ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ຄະນະກວດ ກາພັກ-ລັດແຂວງຫຼວງພະບາງ ແລະ ລາຍງານສະພາບການເຄື່ອນໄຫວວຽກງານກວດກາ ຂອງແຂວງໄຊຍະບູລີ. ຈາກນັ້ນແຕ່ລະຝ່າຍກໍ່ໄດ້ ພັດປ່ຽນກັນມີຄໍາເຫັນທັງເປັນການປຶກສາຫາລື, ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານແຕ່ລະດ້ານເຊິ່ງກັນ ແລະ ກັນ, ເພື່ອນໍາເອົາໄປໝູນໃຊ້ໃນວຽກງານວິຊາສະເພາະຂອງຕົນໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນກວ່າເກົ່າ.
ຂ່າວໂດຍ: ສຸລິສັກ ແສງສະຫວັດ

