ກອງປະຊຸມຄົບຄະນະບໍລິຫານງານພັກ ເມືອງໂພນໄຊ ແຂວງຫຼວງພະບາງ ເປີດກວ້າງ ຄັ້ງທີ 3
15/07/2025
ໃນວັນທີ 2 ກໍລະກົດ 2025 ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ເປີດກວ້າງ ຄັ້ງທີ 3 ສະໄໝທີ X ຂຶ້ນຢ່າງເປັນທາງການ ທີ່ຫໍປະຊຸມໃຫຍ່ຂອງເມືອງ ໂດຍການເປັນປະທານຂອງສະຫາຍ ຄໍາກ້ຽງ ຈົ່ງຮົ່ວຖໍ່ ເລຂາຄະນະບໍລິ ຫານງານພັກເມືອງໂພນໄຊ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄໍາຫຼ້າ ລຽນປະດິດ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກ-ລັດແຂວງ ຜູ້ຊີ້ນໍາເມືອງໂພນໄຊ. ພາຍໃນກອງປະຊຸມໄດ້ມີບັນດາສະຫາຍຄະນະປະຈໍາພັກເມືອງ, ຄະນະພັກເມືອງ, ເລຂາໜ່ວຍພັກ ແລະ ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມສະຫາຍ ຄໍາກ້ຽງ ຈົ່ງຮົ່ວຖໍ່ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ຈາກນັ້ນ, ຮອງເລຂາພັກເມືອງ ໄດ້ຂຶ້ນຜ່ານບົດຕີລາຄາການໍາພາຊີ້ນໍາວຽກງານຮອບດ້ານ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ ປະຈຳ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025 ເຊິ່ງໄດ້ຍົກໃຫ້ເຫັນຜົນງານ ດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງ ຂອງການປະຕິບັດວຽກງານໃນແຕ່ລະຂົງເຂດວຽກງານ. ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນ ຂອງບັນດາຄະນະປະຈໍາພັກເມືອງ, ຄະນະພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ຕໍ່ບົດຕີລາຄາການໍາພາຊີ້ນໍາວຽກງານຮອບດ້ານ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ ເພື່ອນໍາໄປປັບປຸງ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ແລະ ພ້ອມກັນສຸມໃສ່ຄົ້ນຄວ້າວາງແຜນການທິດທາງໃນ 6 ເດືອນທ້າຍປີ ທີ່ຈະຕ້ອງພ້ອມກັນຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອໃຫ້ໄປຖືກທິດ ແລະ ມີຜົນສໍາເລັດດີຂຶ້ນເປັນກ້າວໆ.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄໍາຫຼ້າ ລຽນປະດິດ ກຳມະ ການປະຈຳພັກແຂວງ, ປະທານຄະນະກວດກາພັກ-ລັດແຂວງ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນງານທີ່ຍາດມາໄດ້ໃນ 6 ເດືອນຜ່ານມາ ພ້ອມທັງໃຫ້ທິດຊີ້ນໍາຕໍ່ຄະນະພັກ, ຄະນະນໍາຂອງເມືອງ ກວດກາຄືນບັນດາຄາດໝາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງວາງອອກ ໂດຍສະເພາະແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ, ວຽກງານເສດຖະ ກິດ ແລະ ອື່ນໆ ມີບັນຫາໃດທີ່ຍັງເປັນຈຸດອ່ອນ, ຂໍ້ຄົງຄ້າງ ທີ່ຈະຕ້ອງສຸມໃສ່ແກ້ໄຂຢ່າງຮີບດ່ວນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດນັ້ນ ມີຜົນສໍາເລັດຕາມຄາດໜາຍທີ່ວາງໄວ້.
ຂ່າວໂດຍ: ສຸລິສັກ ແສງສະຫວັດ.

