ເມືອງໄຊຈໍາພອນສະຫຼຸບວຽກງານກວດກາພັກ-ລັດປະຈໍາປີ 2024

08/07/2025

ເມືອງໄຊຈໍາພອນສະຫຼຸບວຽກງານກວດກາພັກ-ລັດປະຈໍາປີ 2024

ກອງປະຊຸມສະຫຼຸບວຽກງານກວດກາພັກ-ລັດທົ່ວເມືອງໄຊຈໍາພອນ ປະຈໍາປີ 2024 ແລະ ວາງທິດທາງແຜນການ 2025 ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໄກສອນ ຈັນສີນາ ກໍາມະການພັກເເຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະໜ່ວຍພັກຜູ້ທີ່ຮັບຜິດຊອບວຽກງານກວດກາທົ່ວເມືອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ພິສິດ ອິນບຸນພອນ ຄະນະປະຈໍາພັກເມືອງ ປະທານອົງການກວດກາພັກ-ລັດເມືອງ ໄດ້ຂຶ້ນກ່າວເປີດກອງປະຊຸມພ້ອມທັງເຜີຍເເຜ່ເນື້ອໃນເອກະສານບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດ ກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸດຕິທໍາ ແລະ ອົງການໄອຍາການປະຊາຊົນສູງສຸດໃນການດໍາເນີນຄະດີສໍ້ລາດບັງຫຼວງ ສະບັບລົງວັນທີ 29 ມັງກອນ 2024; ບົດບັນທຶກການປະສານງານລະຫວ່າງສານປະຊາຊົນສູງສຸດກັບອົງການກວດກາແຫ່ງລັດ ກ່ຽວກັບການການດໍາເນີນຄະດີ ສະບັບລົງວັນທີ 14 ກຸມພາ 2024; ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດ ກັບອົງການກວດສອບເເຫ່ງລັດ; ແຈ້ງການເເນະນໍາຂອງຄະນະກວດກາສູນກາງພັກກ່ຽວກັບການກໍານົດຕໍາແໜ່ງງານ ສະບັບເລກທີ 74/ຄກສພ, ລົງວັນທີ 14 ກຸມພາ 2025 ແລະ ຜ່ານຮ່າງບົດສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາພັກ-ລັດ ໃນ 1ປີຜ່ານມາ ເຊິ່ງຄະນະກວດກາພັກ-ອົງການກວດກາລັດ ເມືອງໄຊຈໍາພອນ ແມ່ນໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເປັນປົກກະຕິ ໃນການຕິດຕາມ ກວດກາ ເຊື່ອມຊຶມ ຜັນຂະຫຍາຍມະຕິຄໍາສັ່ງ ແລະ ຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ XI, ມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກເເຂວງບໍລິຄໍາໄຊ, ມະຕິກອງປະຊຸມໃຫ່ຍຄັ້ງທີ III ຂອງອົງຄະນະພັກເມືອງໄຊຈໍາພອນ ຕິດພັນກັບການນໍາພາ-ຊີ້ນໍາ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕາມ 5 ຫຼັກການ, 3 ທິດນໍາ ຂອງກົດລະບຽບພັກໄດ້ວາງອອກ. ຜ່ານການຕິດຕາມ, ກວດກາປີ 2024 ໃນທົ່ວເມືອງມີໜ່ວຍພັກທັງໜົດ 55 ໜ່ວຍພັກ, ມີສະມະຊິກພັກ 727 ສະຫາຍ, ຍິງ 148 ສະຫາຍ ກວດກາປະເມີນໄດ້ຕົວຈິງ 55 ໜ່ວຍພັກ, ສາມາດຈັດປະເພດໜ່ວຍພັກເເຂງໄດ້ 47 ໜ່ວຍພັກ ກວມເອົາ 85%, ໜ່ວຍພັກກາງ 8 ໜ່ວຍພັກ, ກວມເອົາ 14.54%, ຈັດປະເພດສະມະຊິກພັກແຂງ 634 ສະຫາຍ, ຍິງ 142 ສະຫາຍ, ກວມເອົາ 86 %, ສະມະຊິກພັກກາງຈໍານວນ 92 ສະຫາຍ, ຍິງ 7 ສະຫາຍ ກວມເອົາ 12.53% ສະມະຊິກພັກອ່ອນ 3 ສະຫາຍ, ຍິງ 1 ສະຫາຍ ກວມເອົາ 0.14%, ພາຍຫຼັງທີ່ໄດ້ຮັບຟັງການຜ່ານເອກະສານຕ່າງໆແລ້ວ ຜູ້ເເທນກອງປະຊຸມຍັງໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການເຮັດໃຫ້ມີເນື້ອໃນສົມບູນຂຶ້ນຕື່ມ.
ຕອນທ້າຍກອງປະຊຸມ ປະທານກອງປະຊຸມກໍ່ໄດ້ເນັ້ນໃຫ້ ຄະນະພັກ-ຄະນະກວດກາພັກ-ລັດ ເມືອງ ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານກວດກາພັກ-ລັດຢ່າງເຂັ້ມງວດ, ເດັດຂາດ ແລະ ໃຫ້ມີຄວາມໂປງໃສ, ແກ້ໄຂຄົ້ນຄວ້າຄໍາ ຄໍາຮ້ອງ-ສະເໜີຂອງປະຊົນບັນດາເຜົ່າ; ສືບຕໍ່ລົງຕິດຕາມ ກວດກາ ໂຄງການການລົງທຶນຂອງລັດຂັ້ນເມືອງຄຸ້ມຄອງໃຫ້ໄປຕາມລະບຽບການ ແລະ ຊຸກຍູ້ຕິດຕາມ ກວດການ ສ້າງໜ່ວຍພັກປອດໃສ, ເຂັ້ມເເຂງ, ໜັກແໜ້ນ ປະຈໍາປີ 2025 ຮັບປະກັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ.
ຂ່າວ-ພາບ ຈອນນີ້ ແກ້ວກາງບຸດ

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)