ຄະນະກວດກາພັກ,ອົງການກວດກາລັດເມືອງປາກແບງຜັນຂະຫຍາຍເນື້ອໃນກອງປະຊຸມ ໂຄສະນາ-ເຜີຍແຜ່ ວຽກງານຕ້ານການສໍ້ລາດບັງຫຼວງ ແລະການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ
07/07/2025
ໃນຕອນເຊົ້າຂອງວັນທີ 02 ກໍລະກົດ 2025 ຄະນະກວດກາພັກ,ອົງການກວດກາລັດເມືອງປາກແບງ ແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມຜັນຂະຫຍາຍເນື້ອໃນກອງປະຊຸມ ໂຄສະນາ-ເຜີຍແຜ່ ວຽກງານຕ້ານການສໍ້ລາດບັງຫຼວງ ແລະການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ , ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ໄຊຍະສິນ ສຸພັນທອງ ເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ນ.ມະນີຈັນ ຫົງພິໄຊ ກໍາມະການປະຈໍາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດ, ມີບັນດາສະຫາຍກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ຄະນະພັກສອງກອງບັນຊາການປກຊ-ປກສ, ເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ ແລະ ຜູ້ເຮັດວຽກກວດກາລັດອ້ອມຂ້າງເມືອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ເຜີຍແຜ່ບັນດາເນື້ອໃນເອກະສານຕ່າງໆທີ່ສຳຄັນຄື: ຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ການກວດກາການສໍ້ລາດບັງຫຼວງ, ຄວາມຮູ້ພື້ນຖານກ່ຽວກັບວຽກງານສືບສວນ-ສອບສວນການສໍ້ລາດບັງຫຼວງ, ດໍາລັດ ເລກທີ159/ລບ ວ່າດ້ວຍການແຈ້ງຊັບສິນ; ແຈ້ງການຂອງອົງການກວດກາລັດຖະບານ ສະບັບເລກທີ 227/ອກລ, ລົງວັນທີ 03 ຕຸລາ 2020 ວ່າດ້ວຍການແຈ້ງຊັບສິນ; ຄໍາແນະນໍາຂອງອົງການກວດກາລັດຖະບານ ເລກທີ 15/ອກລ, ລົງວັນທີ 27 ມັງກອນ 2021 ວ່າດ້ວຍການແຈ້ງຊັບສິນ ແລະ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກເລກທີ 169/ຄລສພ; ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນຂອງການກວດກາ
ຫຼັງຈາກໄດ້ຮັບຟັງບັນດາເອກະສານສານແລ້ວບັນດາສະຫາຍຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນປະກອບຄໍາເຫັນຕໍ່ບັນດາເນື້ອໃນເອກະສານຢ່າງກົງໄປກົງມາ, ພາວະວິໄສ ແລະ ແລກປ່ຽນບົດຮຽນລະຫວ່າງທິດສະດີກັບພຶດຕິກໍາຕົວຈິງໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ພ້ອມນັ້ນຍັງໄດ້ເປັນເອກກະພາບໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສິນໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ. ເພື່ອເຮັດໃຫ້ເນື້ອໃນກອງປະຊຸມຄັ້ງນີ້, ໄດ້ຮັບການຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງ ສະຫາຍ ໄຊຍະສິນ ສຸພັນທອງ ກໍ່ໄດ້ມີຄຳເຫັນໂອ້ລົມເຊິ່ງສະຫາຍໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ຈົ່ງຮີບຮ້ອນນໍາເອົາເນື້ອໃນນິຕິກໍາ, ເນື້ອໃນກອງປະຊຸມຄັ້ງນີ້; ໄປຈັດຕັ້ງເຜີຍແຜ່ຜັນຂະຫຍາຍ, ສຶກສາອົບຮົມການເມືອງແນວຄິດໃຫ້ຄະນະພັກ, ສະມາຊີກພັກ, ພະນັກງານ ພາຍໃນຂະແໜງການຂອງຕົນ ເຊື່ອມຊຶມກໍາແໜ້ນເພື່ອພ້ອມກັນຈັດຕັ້ງປະຕິບັດ ໂດຍຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມຢູ່ຂັ້ນຕົນ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາກົມກອງ ເພີ່ມທະວີເຮັດວຽກງານກວດກາ ຕິດພັນກັບທຸກວຽກງານຢ່າງແຂງແຮງ ເພື່ອຫັນເຂົ້າສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຢ່າງຖືກຕ້ອງ ແລະ ເຂັ້ມງວດ; ຮັກສາໄດ້ຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນຈັນຍາທໍາຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ມີຄວາມຈົງຮັກພັກດີ, ຄວາມສັດຊື່ບໍລິສຸດຕໍ່ຕົນເອງ, ການຈັດຕັ້ງ, ໝູ່ຄະນະ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ກໍ່ຄືການສໍ້ລາດບັງຫຼວງ ບໍ່ໃຫ້ເກີດຂຶ້ນໃນການຈັດຕັ້ງ ແລະ ຖັນແຖວພະນັກງານ ແລະ ສະມາຊິກພັກຢ່າງເດັດຂາດ.
ພາບ ແລະ ຂ່າວໂດຍ: ສົມບັດ ຫຼວງອຸດອນ

