ໃນລະຫວ່າງວັນທີ 25-27 ມິຖຸນາ 2025 ຄະນະກວດກາພັກ - ອົງການກວດກາລັດແຂວງຊຽງຂວາງ ຮ່ວມກັບອົງການປົກຄອງເມືອງຄໍາ ເປີດຝຶກອົບຮົມວຽກງານກວດກາໃຫ້ແກ່ຜູ້ເຮັດວຽກງານກວດກາ ຢູ່ເມືອງຄໍາ ໃຫ້ກຽດເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມຄັ້ງນີ້ ໂດຍທ່ານ ຈັນໄຄ ສຸທິຈັກ ຄະນະປະຈໍາພັກແຂວງ, ປະທານກວດກາພັກ, ປະທານອົງການກວດກາລັດແຂວງຊຽງຂວາງ, ມີຜູ້ເຂົ້າຮ່ວມທັງໝົດ 69 ທ່ານ, ຍິງ 15 ທ່ານ, ໃນນີ້ປະກອບມີ ຄະນະຊີ້ນໍາ 2 ທ່ານ, ຄະນະຄູຝຶກຈາກຄະນະກວດກາພັກແຂວງ 9 ທ່ານ ແລະ ນັກສໍາມະນາກອນ 58 ທ່ານ ທີ່ມາຈາກບັນດາຫ້ອງການອ້ອມຂ້າງເມືອງ.
ໂອກາດນີ້, ທ່ານ ຈັນໄຄ ສຸທິຈັກ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານກວດກາ, ແນໃສ່ເຮັດໃຫ້ທົ່ວສັງຄົມໄດ້ຮັບຮູ້ເຂົ້າໃຈເຖິງບົດບາດ, ໜ້າທີ່ ແລະ ຂອບເຂດສິດ ການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານກວດກາຢ່າງເລິກເຊິ່ງທົ່ວເຖິງ, ເປັນການຍົກສູງຄຸນນະພາບວຽກງານກວດກາໃຫ້ຖືກຕ້ອງຕາມຫຼັກການ, ແທດເໝາະກັບສະພາບຕົວຈິງໃນແຕ່ລະໄລຍະ ແລະ ຍົກສູງໃຫ້ຜູ້ທີ່ເຮັດວຽກງານກວດກາໄດ້ຮຽນຮູ້ ແລະເຂົ້າໃຈ ເພາະວ່າວຽກງານກວດກາ ແມ່ນວຽກງານໜຶ່ງ ທີ່ມີຄວາມສໍາຄັນໃນບົດບາດການນຳພາຂອງພັກ ແລະ ຕິດພັນກັບທຸກໆຂົງເຂດວຽກງານ, ເປັນວຽກທີ່ຄະນະພັກຮັບຜິດຊອບໂດຍກົງ, ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ສໍາລັບການນຳພາຂອງພັກ, ການຄຸ້ມຄອງລັດ. 
ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນຈະໄດ້ຄົ້ນຄວ້າຮໍ່າຮຽນ ແລະ ຮັບຟັງການບັນຍາຍບົດຮຽນຈາກບັນດາຄູຝຶກທີ່ມາຈາກຄະນະກວດກາແຂວງທັງໝົດ 11 ບົດຄື: ວຽກງານຕິດຕາມຂອງພັກ; ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາພັກ; ກວດກາການຈັດຕັ້ງພັກ-ລັດ ແລະ ສະມາຊິກພັກ ພະນັກງານ-ລັດຖະກອນເມື່ອມີການລະເມີດ; ລະບຽບວິໄນຂອງພັກ ແລະ ກວດກາການລົງວິໄນພາຍໃນພັກ; ການສ້າງເອກະສານ ສໍານວນ ແລະ ສໍາເນົາເອກະສານວຽກງານກວດກາ; ຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານແຈ້ງຊັບສິນ; ວຽກງານຄົ້ນຄ້ວາຄໍາຮ້ອງຟ້ອງ ຮ້ອງທຸກ ແລະ ຄໍາສະເໜີ; ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ; ຄວາມຮູ້ພື້ນຖານກ່ຽວກັບວຽກງານສືບສວນ-ສອບສວນ; ການແກ້ໄຂຜົນຂອງການກວດກາ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດຜົນຂອງການກວດກາ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມທີ່ເຮັດວຽກງານກວດກາ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ກໍາເເໜ້ນບັນດາເນື້ອໃນຈິດໃຈ ເອກະສານສໍາຄັນດັ່ງກ່າວ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ; ພ້ອມນັ້ນບັນດາຜູ້ເຂົ້າຮ່ວມກອງປະຊຸມຝຶກອົບຮົມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນ ແລະ ປະຊົບການຕົວຈິງຢ່າງກົງໄປກົງມາ, ເພື່ອແນໃສ່ເຮັດໃຫ້ວຽກງານກວດກາ, ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີການຫັນປ່ຽນຢ່າງແຂງແຮງ ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ.
ພາຍຫຼັງໄດ້ດໍາເນີນການຝຶກອົບຮົມວຽກງານກວດກາພັກ-ລັດ ມາເປັນເວລາ 3 ວັນ ກອງປະຊຸມຝຶກອົບຮົມກໍ່ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມຕາມລະດັບຄາດໝາຍໃນຕອນແລງຂອງວັນທີ 27 ມິຖຸນາ 2025, ໂດຍການໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດກອງປະຊຸມໂດຍທ່ານ ພອນສີ ພິລາວົງ ຮອງປະທານກວດກາພັກ, ຮອງປະທານອົງການກວດກາລັດແຂວງ, ພ້ອມນີ້ຕອນທ້າຍກອງປະຊຸມ ທ່ານຍັງໄດ້ ເນັ້ນໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມຈົ່ງນໍາເອົາເນື້ອໃນຕ່າງໆທີ່ໄດ້ຮຽນມາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການເຄື່ອນໄຫວວຽກງານຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ພາບ ແລະ ຂ່າວໂດຍ: ພອນໄຊ ນວນທາສິງ