ຄະນະກວດກາພັກ-ລັດເມືອງນາໝໍ້ ສຳເລັດໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ນິຕິກຳກຳທີ່ກ່ຽວຂ້ອງ
03/07/2025
ວັນທີ 27 ມີຖຸນາ 2025 ຄະນະກວດກາພັກ-ລັດເມືອງນາໝໍ້ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ, ການຟອກເງິນທິ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ການແຈ້ງຊັບສີນໃຫ້ແກ້ພະນັກງານນໍາພາ-ຄຸ້ມຄອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສົມຈັນ ທາວີວັນຮັກ ຮອງເລຂາພັກເມືອງ ປະທານກວດກາພັກ, ປະທານອົງການກວດກາລັດເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ, ປກສ, ລັດວິສາຫະກິດ, ໂຮງຮຽນ, ໂຮງໝໍ ແລະ ພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຄຶກຄື້ນ.

ໃນກອງປະຊຸມໄດ້ເຜີຍແຜ່ ເອກະສານກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ( ສະບັບປັບປຸງປີ 2024 ), ເອກະສານຄວາມຮູ້ພື້ນຖານກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ, ຄວາມຮູ້ພື້ນຖານກ່ຽວກັບວຽກງານສືບສວນ-ສອບສວນການສໍ້ລາດບັງຫຼວງ; ດຳລັດເລກທີ 159 ຂອງລັດຖະບານວ່າດ້ວຍການແຈ້ງຊັບສິນ, ແຈ້ງການຂອງອົງການກວດກາລັດຖະບານວ່າດ້ວຍການຈັດຕັ້ງປະຕິບັດດຳລັດ ເລກທີ 159 ວ່າດ້ວຍການແຈ້ງຊັບສີນ, ຄຳແນະນໍາຂອງອົງການກວດກາລັດຖະບານ ເລກທີ 227 ວ່າດ້ວຍການແຈ້ງຊັບສີນ ໃຫ້ແກ່ພະນັກງານຫຼັກແຫຼ່ງທຸກພາກສ່ວນໄດ້ເຊື່ອມຊຶມ. ເຊິ່ງບັນດາເນື້ອໃນເອກະສານທີ່ນໍາມາເຜີຍແຜ່ໃນຄັ້ງນີ້ ເພື່ອເຮັດໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການສໍ້ລາດບັງຫຼວງ ບໍ່ໃຫ້ຊັບສິນຂອງລັດ, ລວມໝູ່ ແລະ ສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງຖືກເສຍຫາຍຈາກການສໍ້ລາດບັງຫຼວງ ແລະ ນໍາເອົາຜູ້ກະທຳຜິດມາດຳເນີນຄະດີຕາມກົດໝາຍ, ປົກປ້ອງຜູ້ບໍລິສຸດ ແນໃສ່ຮັບປະກັນໃຫ້ອົງການຕ້ານການສໍ້ລາດບັງຫຼວງມີຄວາມເຂັ້ມແຂງ ສາມາດດຳເນີນການກວດກາໄດ້ທຸກເວລາ, ທຸກພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ເຮັດໃຫ້ເສດຖະກິດ-ສັງຄົມມີການຂະຫຍາຍຕົວ ແລະ ໝັ້ນຄົງ ສັງຄົມມີຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ.
ໃນກອງປະຊຸມຍັງໄດ້ເນັ້ນຕໍ່ພະນັກງານນໍາພາ-ຄຸ້ມຄອງ ແລະ ພະນັກງານຫຼັກແຫຼ່ງນໍາເອົາເນື້ອໃນນິຕິກໍາໄປຄົ້ນຄວ້າ, ເຊື່ອມຊຶມໃຫ້ທົ່ວເຖິງ ພ້ອມກັນເປັນເຈົ້າການຈັດຕັ້ງປະຕິບັດວຽກງານຕ້ານການສໍ້ລາດບັງຫຼວງໃຫ້ປະກົດຜົນເປັນຈິງ ແລະ ເຂັ້ມແຂງໄປເທື່ອລະກ້າວ.
ພາບ-ຂ່າວໂດຍ: ຈັນທະວີ ໄຊຍະສອນ

