ຄະນະກວດກາພັກ-ລັດເມືອງຮຸນຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກວດກາບັນດາຄະນະພັກຮາກຖານ ແລະ ໜ່ວຍພັກອ້ອມຂ້າງເມືອງ

03/07/2025

ຄະນະກວດກາພັກ-ລັດເມືອງຮຸນຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກວດກາບັນດາຄະນະພັກຮາກຖານ ແລະ ໜ່ວຍພັກອ້ອມຂ້າງເມືອງ

ໃນລະຫວ່າງວັນທີ 09-26 ມິຖຸນາ 2025 ນີ້, ຄະນະກວດກາພັກ-ລັດເມືອງໄດ້ລົງຕິດຕາມຊຸກຍູ້ບັນດາຄະນະພັກຮາກຖານ ແລະ ໜ່ວຍພັກອ້ອມຂ້າງເມືອງ ໄດ້ທັງໝົດ 28 ຮາກຖານພັກໃນນີ້ມີ 03 ຄະນະພັກຮາກຖານ ແລະ 25 ໜ່ວຍພັກ, ມີເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກ, ສະມາຊິກພັກ ແລະ ສອງກອງບັນຊາການ ປກຊ-ປກສ, ພະນັກງານ-ລັດຖະກອນ, ລັດວິຊາຫະກິດ ໄຟຟ້າ, ນໍ້າປະປາ, ກຸ່ມທະນາຄານ ແລະ ຄະນະຮັບຜິດຊອບທີມງານເຂົ້າຮ່ວມຢ່າງພ້ອມພຽງ.ການລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກວດກາໄດ້ແບ່ງອອກເປັນ 02 ໜ່ວຍງານ ໂດຍມີ ສະຫາຍ ໂອໄຊ ສີສຸພັນ ຄະນະປະຈໍາພັກເມືອງ ປະທານ ກວດກາພັກ-ລັດເມືອງ ແລະ ສະຫາຍ ທອງຄໍາ ໄຊຍະພູມ ກໍາມະການພັກເມືອງ ຮອງປະທານ ກວດກາພັກ ນຳພາ-ຊີ້ນຳເຄື່ອນໄຫວການຕິດຕາມ, ກວດກາ ແລະ ຊຸກຍູ້ແຕ່ລະບ່ອນ ແມ່ນໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາ 06 ເດືອນຕົ້ນປີ 2025 ແລະ ທິດທາງແຜນການປະຈໍາ 06 ເດືອນທ້າຍປີ 2025, ພ້ອມນີ້ ກໍ່ໄດ້ເຜີຍແຜ່ເຊື່ອມຊຶມບັນດາເອກກະສານທີ່ສໍາຄັນເປັນຄົ້ນແມ່ນ ກົດລະບຽບຂອງພັກ, ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ແຈ້ງການອົງການກວດກາລັດຖະບານ ເລກທີ 227/ອກລ ການຈັດຕັ້ງປະຕິິບັດ ດໍາລັດ ເລກທີ 159/ລບ ວ່າດ້ວຍການແຈ້ງຊັບສີນ ແລະ ພ້ອມທັງຊຸກຍູ້ການຈັດຕັ້ງປະຕິບັດ ຂໍ້ກໍານົດ ການຄົ້ນຄວ້າແກ້ໄຂຄໍາຮ້ອງທຸກ-ຄໍາສະເໜີເລກທິ 398/ຄກສພ, ດໍາລັດເລກທີ 01/ລບ ການຕິດຕາມໂຄງການລົງທືນແຕ່ຫົວທີ, ຄໍາສັ່ງເລກທີ 999/ອຊ, ລົງວັນທີ 10 ຕຸລາ 2022 ວ່າດ້ວຍການເພີ່ມທະວີຈັດຕັ້ງປະຕິບັດ ຄຸ້ມຄອງພະນັກງານ, ລັດຖະກອນ ແລະ ກໍາລັງປະກອບອາວຸດ ຢູ່ແຂວງ ອຸດົມໄຊ ຂໍ້ຕົກລົງເລກທີ 1234/ອຊ, ລົງວັນທີ 06 ທັນວ່າ 2022 ວ່າດ້ວຍ ການຄຸ້ມຄອງການຈັດງານປະເພນີຕ່າງໆ ຢູ່ແຂວງ ອຸດົມໄຊ ຂໍ້ຕົກລົງເລກທີ 1032/ອຊ, ລົງວັນທີ 24 ຕຸລາ 2022 ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ແລະ ຄວາມຮູ້ພື້ນຖານ ການສືບສວນ-ສອບສວນຄະດີການສໍ້ລາດບັງຫຼວງ ໃຫ້ບັນດາຄະນະພັກຮາກຖານ, ພ້ອມນີ້ ຍັງໄດ້ມີທິດຊີ້ນໍໍາຕໍ່ກອງປະຊຸມ ແລະ ບັນດາຄະນະຮັບຜິດຊອບກອງປະຊຸມ ກໍ່ໄດ້ພັດປ່ຽນກັນຂຶ້ນຜ່ານບັນດາເອກະສານທີ່ກ່ຽວຂ້ອງດ້ວຍຄວາມຮັບຜິດຊອບສູງ ເຊິິ່ງບັນດາຄະນະພັກ, ສະມາຊິກພັກພະນັກງານ-ລັດຖະກອນກໍ່ໄດ້ມີການແລກປ່ຽນຄໍາຄິດເຫັນຕໍ່ກັບວຽກງານຕິດຕາມ, ກວດກາ ຢ່າງກົງໄປກົງມາ ດ້ວຍບັນຍາກາດອັນຟົດຟື້ນ ເຕັມໄປດ້ວຍຄວມໝາຍຄວາມສໍາຄັນ.

ຕອນທ້າຍກອງປະຊຸມແຕ່ລະບ່ອນປະທານກອງປະຊຸມ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຄະນະພັກ, ຄະນະນໍາແຕ່ລະບ່ອນທີ່ສາມາດຍາດໄດ້ໃນໄລຍະ 06 ເດືອນຜ່ານມາ. ພ້ອມທັງເນັ້ນໝັກໃຫ້ເລຂາຄະນະພັກຮາກຖານ ແລະ ເລຂາໜ່ວຍພັກແຕ່ລະບ່ອນ, ເອົາໃຈໃສ່ໃນການນໍາພາ-ຊີ້ນໍາໃຫ້ໜັກແໜັ້ນ ເຂັ້ມແຂງ ແບ່ງວຽກໃຫ້ໝູ່ຄະນະຮັບຜິດຊອບຢ່າງລະອຽດ ພ້ອມທັງເອົາໃຈໃສ່ສຶກສາອົບຮົມ ດ້ານການເມືອງ-ແນວຄິດໃຫ້ສະມາຊິກພັກຢ່າງເປັນປົກກກະຕິ, ຕິດຕາມຊຸກຍູ້ ວຽກງານກວດກາພາຍໃນພັກກໍ່ຄືວຽກງານລັດໃຫ້ຕໍ່ເນື່ອງ ເພີ່ມທະວີຄົ້ນຄວ້າມະຕິ, ຄໍາສັ່ງຂອງພັກໃຫ້ເລິກເຊິ່ງເຖິງຖອງ ແລະ ໃຫ້ຮັກສາຄວາມສະມັກຄີພາຍໃນພັກເຮັດໃຫ້ໜ່ວຍພັກຮັກສາໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັ້ນ.../
ໂດຍ: ສົມບິກ ດວງທະລາ

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)