ລາວ-ຈີນລົງນາມການຮ່ວມມືສົ່ງເສີມຄວາມໂປ່ງໃສຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນ ແຂວງຫຼວງນ້ຳທາ

01/07/2025

ລາວ-ຈີນລົງນາມການຮ່ວມມືສົ່ງເສີມຄວາມໂປ່ງໃສຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນ ແຂວງຫຼວງນ້ຳທາ

ເນື່ອງໃນໂອກາດທີ່ ຄະນະຜູ້ແທນ ຄະນະກໍາມະການກວດກາວິໄນພັກ ແຂວງຢູນນານ ສປ ຈີນ ຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນຢູ່ ສປປ ລາວ ໃນວັນທີ 25 ມິຖຸນາ 2025 ທີ່ຜ່ານມາ ບໍລິສັດ ກໍ່ສ້າງລົງທຶນ ແລະ ຖືຮຸ້ນ ແຂວງຢູນນານ YCIH ປະຈໍາ ສປປ ລາວ ແລະ ອົງການກວດກາລັດ ນະຄອນຫຼວງວຽງຈັນ ໄດ້ລົງນາມຮ່ວມມືກັນເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືສົ່ງເສີມສ້າງຄວາມໂປ່ງໃສຢູ່ເຂດພັດທະນາກວມລວມໄຊເສດຖານະຄອນຫຼວງວຽງຈັນພາຍໃຕ້ການຮ່ວມເປັນສັກຂີພິຍານ ຂອງ ທ່ານ ເຟີງ ຈື້ ລີ ເລຂາກວດກາພັກແຂວງ, ປະທານອົງການກວດກາລັດ ແຂວງຢູນນານ ສປ ຈີນ ແລະ ທ່ານ ວິລະສັກ ນາມມົນຕີ ປະທານອົງການກວດກາລັດ ນະຄອນຫຼວງວຽງຈັນ.ນອກຈາກນີ້, ໃນວັນທີ 27 ມິຖຸນາ 2025 ຄະນະຜູ້ແທນດັ່ງກ່າວຍັງໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ຄະນະຄຸ້ມຄອງເຂດຮ່ວມມືເສດຖະກິດ ບໍ່ຫານ ສປ ຈີນ-ບໍ່ເຕ່ນ ສປປ ລາວ ກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຫຼວງນໍ້າທາ ສປປ ລາວ, ກ່ຽວກັບການຮ່ວມມື ການກໍ່ສ້າງເຂດຮ່ວມມືດ້ວຍຄວາມໂປ່ງໃສ ແລະ ມີປະສິດທິພາບສູງ. ຕາງໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນໍ້າທາ ສປປ ລາວ ໂດຍ ທ່ານ ສີພອນ ກອງຈໍາປາ ກໍາມະການພັກແຂວງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແລະ ຕາງໜ້າຄະນະຄຸ້ມຄອງເຂດຮ່ວມມືເສດຖະກິດບໍ່ຫານ ສປ ຈີນ-ບໍ່ເຕ່ນ ສປປ ລາວ ໂດຍ ທ່ານ ວາງຢົງ ຮອງເລຂາຄະນະພັກເຂດຮ່ວມມືບໍ່ຫານ-ບໍ່ເຕ່ນ ໂດຍຊ່ອງໜ້າຂະແໜງການທີ່ກ່ຽວຂ້ອງຝ່າຍລາວ ໂດຍ ທ່ານ ໄຊຄໍາ ອຸ່ນມີໄຊ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ, ທ່ານ ພົ.ຕ ຈັນສະແຫວງ ທິບຄຸນທອງ ຮອງເລຂາພັກແຂວງ, ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ - ຝ່າຍ ຈີນໂດຍ ທ່ານ ເຟີງ ຈື້ ລີ ກໍາມະການປະຈໍາພັກແຂວງ, ເລຂາຄະນະກໍາມະການກວດກາວິໄນພັກ ແຂວງຢູນນານ ເຂົ້າຮ່ວມເປັນສັກຂີພິຍານ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)