27/06/2025

ໃນວັນທີ 26 ມິຖຸນາ 2025, ຢູ່ທີ່ຫ້ອງປະຊຸມຂອງຄະນະກວດກາພັກ ແຂວງຫຼວງພະບາງ ຄະນະກຳມະການກວດກາລະບຽບວິໄນພັກ ແຂວງຢຸນນານ ນຳໂດຍ ສະຫາຍ ເຟີງ ຈື້ລີ ຄະນະປະຈໍາພັກແຂວງ, ເລຂາຄະນະກໍາມະການກວດກາວິໄນພັກ ແລະ ຫົວໜ້າຄະນະກຳມະການກວດກາລັດ ແຂວງ ຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະແລກປ່ຽນບົດຮຽນ ກັບ ຄະນະກວດກາພັກ, ອົງການກວດກາລັດແຂວງຫຼວງພະບາງ. ໂດຍມີ ສະຫາຍ ໄຊຄໍາ ອຸ່ນມີໄຊ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານ ອົງການກວດກາແຫ່ງລັດ ແລະ ສະຫາຍ ຄຳຫຼ້າ ລຽນປະດິດ ກຳມະການປະຈຳພັກແຂວງ, ປະທານ ຄະນະກວດກາ ພັກ-ລັດ ແຂວງຫຼວງພະບາງ ພ້ອມດ້ວຍຄະນະເຂົ້າຮ່ວມ.ນພິທີ ສະຫາຍ ຄຳຫຼ້າ ລຽນປະດິດ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ການມາຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ຂອງຄະນະກໍາມະການກວດກາວິໄນພັກ ແຂວງຢຸນນານ ແຫ່ງ ສປ. ຈີນ ໃນຄັ້ງນີ້ ເຊິ່ງເປັນການຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາລາວ-ຈີນ ຈີນ-ລາວ, ພ້ອມທັງລາຍງານສະພາບລວມ, ແຜນພັດທະນາເສດຖະກິດຂອງແຂວງ ເວົ້າລວມ, ເວົ້າສະເພາະ ການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ແລະ ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ, ພ້ອມທັງສະເໜີໃຫ້ທັງສອງຝ່າຍມີການພົບປະແລກປ່ຽນບົດຮຽນວຽກງານກວດກາ 2 ປີ/ຄັ້ງ ເພື່ອຖອດຖອນບົດຮຽນນໍາມາໝູນໃຊ້ໃຫ້ເກີດດອກອອກຜົນ ແລະ ໃຫ້ມີການຈັດຝຶກອົບຮົມໄລຍະສັ້ນທາງດ້ານວິຊາສະເພາະ ເປັນຕົ້ນແມ່ນວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ ເພື່ອເຮັດໃຫ້ຄະນະກວດກາພັກ-ລັດແຂວງຫຼວງພະບາງ ມີຄວາມເຂັ້ມແຂງສູງຂຶ້ນຕື່ມອີກ. ພ້ອມດຽວກັນນັ້ນ, ທັງສອງຝ່າຍກໍ່ໄດ້ມີການແລກປ່ຽນບົດຮຽນ ຢ່າງກົງໄປກົງມາເປັນຕົ້ນແມ່ນ ວຽກງານການຕິດຕາມ, ກວດກາ ຄະນະພັກ, ການຈັດຕັ້ງພັກ ແລະ ສະມາຊິກພັກ ໃນການຈັດຕັ້ງປະຕິບັດບັນດາຂໍ້ຫ້າມຂອງພັກ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຂອງພະນັກງານ-ລັດຖະກອນ ໃຫ້ມີຄວາມໂປ່ງໃສ ແລະ ໄດ້ຮັບຜົນດີ.
ໃນຕອນທ້າຍ ສະຫາຍ ຄຳຫຼ້າ ລຽນປະດິດ ຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືຍຸດທະສາດຮອບດ້ານ ແລະ ຄູ່ຮ່ວມຊະຕາກຳ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈີນ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນາ; ພ້ອມທັງອວຍພອນໃຫ້ການພົວພັນຮ່ວມມື ລະຫວ່າງ ສອງອົງການກວດກາ ຈົ່ງສືບຕໍ່ຂະຫຍາຍຕົວໄປສູ່ລວງເລິກ, ໜັກແໜ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.