ໜ່ວຍພັກຮາກຖານຄະນະກວດກາພັກແຂວງ ເຊກອງຈັດກອງປະຊຸມສະມາຊິກພັກ ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ

27/06/2025

ໜ່ວຍພັກຮາກຖານຄະນະກວດກາພັກແຂວງ ເຊກອງຈັດກອງປະຊຸມສະມາຊິກພັກ ເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ

ໃນວັນທີ 18 ມິຖຸນາ 2025 ນີ້, ໜ່ວຍພັກຮາກຖານຄະນະກວດກາພັກແຂວງ ເຊກອງ ໄດ້ຈັດກອງປະຊຸມສະມາຊິກພັກ ເພື່ອເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງ, ວ່າການ ປະທານຄະນະກວດກາພັກແຂວງ, ມີບັນດາສະຫາຍສະມາຊິກພັກ, ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງເຂົ້າຮ່ວມ.ໂອກາດນີ້, ນາງ ສີສະຫງ່າ ແກ້ວດວງດີ ໄດ້ເນັ້ນໃຫ້ຄະນະພັກ, ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ຄົ້ນຄວ້າ ພິຈາລະນາຢ່າງເລິກເຊິ່ງໃນການປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ, ມີສຸຂະພາບແຂງແຮງດີ, ຊຶ່ງຜູ້ແທນສົມບູນ ແລະສໍາຮອງ ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ອົງ ຄະນະພັກແຂວງ ຕ້ອງໄດ້ຮັບການເລືອກຈາກສະມາຊິກພັກ ແຕ່ 50% ຂຶ້ນໄປ.ຈາກນັ້ນ, ສະຫາຍ ດາຊີ ສຸວັນນະສາຍ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມາດຖານ, ເງື່ອນໄຂ ຂອງຜູ້ແທນສົມບູນ, ຜູ້ແທນສໍາຮອງ, ຫຼັງຈາກນັ້ນ ກໍ່ໄດ້ດຳເນີນການປ່ອນບັດເລືອກເອົາຜູ້ແທນສົມບູນ ແລະສໍາຮອງ ຊຶ່ງເລືອກໄດ້ ສະຫາຍ ອ່ອນມະນີວັນ ຈັນດາວົງ, ສະຫາຍ ສົມສະຫວັນ ຊຸມພົນພັກດີ ເປັນຜູ້ແທນສົມບູນ ແລະ ເລືອກໄດ້ ສະຫາຍ ນາງ ແສງມະນີ ໄຊສົງຄາມ ເປັນຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ ທີ່ຈະໄຂຂຶ້ນໃນເດືອນສິງຫານີ້.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)