25/06/2025

ການຈັດສຳມະນາໃນຄັ້ງນີ້ແມ່ນເພື່ອ ຍົກສູງການພັດທະນາທາງດ້ານຊັບພະຍາກອນມະນຸດ ເພື່ອກຽມຄວາມພ້ອມໃນຍຸກຂອງການຫັນເປັນດິຈິຕອນ, ເຊິ່ງເປັນໜຶ່ງໃນຍຸດທະສາດ ທີ່ນອນໃນວິໄສທັດການພັດທະນາເສດຖະກິດດິິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040) ແລະ ຍຸດທະສາດ ການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030). ການຫັນເປັນດິຈິຕອນ ກໍາລັງເປັນຂະບວນການກວ້າງຂວາງ ແລະ ຂະຫຍາຍຕົວຢ່າງແຂງແຮງໃນທົ່ວໂລກ, ບັນດາປະເທດຕ່າງໆ ລ້ວນແຕ່ໄດ້ຖືເອົາວຽກງານຫັນເປັນດິຈິຕອນ ເປັນພື້ນຖານສຳຄັນຂອງການພັດທະນາ ໂດຍກຳນົດຍຸດທະສາດ ໃນການຫັນເປັນດິຈິຕອນເປັນແຜນບູລິມະສິດ ເພື່ອນຳເອົາເຕັກໂນໂລຊີດິຈິຕອນ ເຂົ້າແກ້ໄຂບັນຫາ, ຂໍ້ຄົງຄ້າງ ແລະ ສ້າງກາລະໂອກາດໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະ ກໍ່ຄືການນຳໃຊ້ເຕັກໂນໂລຊີ ເຂົ້າໃນການຍົກສູງວຽກງານການບໍລິຫານລັດດິຈິຕອນ, ຍົກສູງການຂັບເຄື່ອນທາງດ້ານເສດຖະກິດ, ຍົກສູງຄວາມເຂັ້ມແຂງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການກວດກາພັກ, ວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເພາະການຫັນເປັນທັນສະໄໝແມ່ນສາມາດຊ່ວຍຫຼຸດຜ່ອນບັນຫາການສໍ້ລາດບັງຫຼວງ ເພາະຈະສາມາດກວດສອບໄດ້.ກອງປະຊຸມສຳມະນາ ການຫັນເປັນທັນສະໄໝໃນວຽກງານດິຈິຕອນ ບັນດາຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ແລກປ່ຽນກ່ຽວກັບຄວາມເຂົ້າໃຈ ທາງດ້ານການຫັນເປັນດິຈິຕອນ, ການນຳໃຊ້ເຄື່ອງມືດິຈິຕອນ, ການສ້າງ ແລະ ບໍໍລິຫານຈັດການຂໍ້ມູນດິຈິຕອນ, ຄວາມປອດໄພທາງດ້ານໄຊເບີ, ແຜນການພັດທະນາບຸກຄະລາກອນ ເພື່ອກຽມຄວາມພ້ອມ ແລະ ພັດທະນາໃນຍຸກດິຈິຕອນ ແລະ ຍັງຈະໄດ້ມີການລົງເລິກການສາທິດການນຳໃຊ້ບັນດາລະບົບທັນສະໄໝທີ່ຮັບໃຊ້ເຂົ້າໃນວຽກງານການບໍລິຫານລັດດິຈິຕອນເປັນຕົ້ນແມ່ນ: ລະບົບຈົດໝາຍເອເລັກໂຕຣນິກ (Email), ລະບົບກອງປະຊຸມທາງໄກ (Video Conference), ລະບົບຫ້ອງການລັດທັນສະໄໝ (e-Office), ລະບົບເວັບໄຊພາກລັດ (G-Web), ລະບົບແບ່ງປັນເອກະສານພາກລັດ (G-Share), ລະບົບສື່ສານພາກລັດ (G-Chat) ແລະ ພິເສດບັນດາທ່ານຍັງຈະໄດ້ຮຽນຮູ້ບັນດາໂປຼແກມຕ່າງໆ ເປັນຕົ້ນແມ່ນ ໂປຼແກມລົງທະບຽນ ແລະ ຈອງຫ້ອງປະຊຸມອອນລາຍ ແລະ ໂປຼແກມນັບຄະແນນສຽງເລືອກຕັ້ງ.
ໂອກາດນີ້ ທ່ານ ວິໄລວັນ ບຸດດາຄຳ ກໍ່ໄດ້ມີຄຳເຫັນໂອ້ລົມເຊິ່ງໄດ້ສະແດງຄວາມຂອບໃຈມາຍັງຄະນະພັກ, ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະຮັບຜິດຊອບຈາກສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນດ້ານເນື້ອໃນ ແລະ ນັກວິທະຍາກອນໃຫ້ແກ່ກອງປະຊຸມສໍາມະນາຄັັ້ງນີ້ ແລະ ກ່າວຕື່ມອີກວ່າຂ້າພະເຈົ້າເຊື່ອໝັ້ນວ່ານັກສຳມະນາກອນທັງໝົດຈະສຸມໃສ່ ປະຕິບັດລະບຽບການສຳມະນາ ແລະ ຕິດຕາມການສະເໜີເນື້ອໃນເອກະສານທັງ 09 ຫົວຂໍ້ດັ່ງກ່າວ ເພື່ອສ້າງ ຄວາມຮັບຮູ້ອັນໃໝ່, ຄົ້ນຄວ້າ, ລົງເລິກດ້ານວິຊາການເຕັກນິກຕົວຈິງ ພ້ອມທັງຕັ້ງຄໍາຖາມແລກປ່ຽນສົນທະນາ ໃນບັນຫາທີ່ເຫັນວ່າຍັງບໍ່ແຈ້ງ ເພື່ອເຮັດໃຫ້ຄວາມເຂົ້າໃຈເລິກເຊິ່ງ, ກຳໄດ້ວິທີການຈັດຕັ້ງປະຕິບັດຕົວຈິງກ່ຽວ ກັບການຫັນເປັນທັນສະໄໝໃນວຽກງານດີຈິຕອນ ເພື່ອສືບຕໍ່ນໍາມາໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດ ຕິຜົນສູງສຸດ, ປະກອບສ່ວນເຮັດໃຫ້ການສຳມະນາຄັ້ງນີ້ ມີຜົນສໍາເລັດດ້ວຍຄຸນນະພາບສູງ. ພ້ອມນັ້ນ, ກໍ່ເຊື່ອໝັ້ນວ່ານັກວິທະຍາກອນ (ຄູ, ອາຈານ) ຜູ້ທີ່ມີບົດຮຽນ ແລະ ມີຄວາມຮູ້ປະສົບການຕົວຈິງ ຈະພະຍາຍາມຖ່າຍ ທອດບົດຮຽນ, ປະສົບການຕົວຈິງໃຫ້ນັກສຳມະນາກອນ ຢ່າງໝົດຈິດໝົດໃຈ ແລະ ສ້າງໃຫ້ນັກສຳມະນາກອນ ກາຍເປັນວິທະຍາກອນ ເພື່ອຖ່າຍທອດຄວາມຮູ້ ຄວາມສາມາດຕໍ່ໃຫ້ບັນດາພະນັກງານພາຍໃນ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຂອງພວກເຮົາ, ປະກອບສ່ວນສ້າງສາພັດທະນາວຽກງານ ກວດກາໃຫ້ມີການຫັນປ່ຽນຢ່າງຈະແຈ້ງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນຕອນທ້າຍພິທິ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ມອບຊຸດຄອມພິວເຕີຕັ້ງໂຕະຈຳນວນ 05 ຊຸດ ໃຫ້ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ລວມມູນຄ່າ 62.500.000 ກີບ, ເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ໃນການຫັນເປັນລັດຖະບານດິຈິຕອນ.