ກອງປະຊຸມຄົບຄະນະບໍລິຫານງານສະຫະພັນ ກຳມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຄັ້ງທີ 3 ສະໄໝທີ IV

24/06/2025

ກອງປະຊຸມຄົບຄະນະບໍລິຫານງານສະຫະພັນ ກຳມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຄັ້ງທີ 3 ສະໄໝທີ IV

ໃນວັນທີ 20 ມິຖຸນາ 2025 ຄະນະບໍລິຫານງານສະຫະພັນ ກຳມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານ ຄັ້ງທີ 3 ສະໄໝທີ IV ຂຶ້ນ. ໃຫ້ກຽດເປັນປະທານໂດຍ ທ່ານ ສຸກຄຳເພັດ ເຮືອງບຸດສີ ກຳມະການປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ໂດຍມີ ທ່ານ ນາງ ເກດມະນີ ຈຸນລະມະນີ ຮັກສາການ ປະທານສະຫະພັນກໍາມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ພ້ອມດ້ວຍບັນດາທ່ານ ຄະນະບໍລິຫານງານສະຫະພັນກຳມະບານ, ປະທານໜ່ວຍຮາກຖານກຳມະບານຂອງບັນດາກົມເຂົ້າຮ່ວມ.

ໃນກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວປະຈຳໄຕມາດ 2; ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກຳມະບານ 5 ປີ ແລະ ທິດທາງແຜນການໃນຕໍ່ໜ້າ; ຮ່າງຂໍ້ກຳນົດກ່ຽວກັບລະບຽບການນໍາໃຊ້ເງິນກອງທຶນ; ຮ່າງແຜນການນຳໃຊ້ດອກເບ້ຍເງິນກອງທຶນ, ລາຍງານເງິນບຳລຸງ, ເງິນກອງທຶນ ແລະ ແຈ້ງລາຍຊື່ຜູ້ຄ້າງເງິນກອງທຶນ; ພ້ອມນີ້ຍັງໄດ້ລາຍງານການສະເໜີກູ້ຢືມເງິນກອງທຶນ ຂອງຄະນະບໍລິຫານງານສະຫະພັນກໍາມະບານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບັນດາຮ່າງເອກະສານ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນ. ພ້ອມນີ້ ກໍ່ໄດ້ພ້ອມກັນ ຄົ້ນຄວ້າປະກອບຄຳເຫັນ ແລະ ຕົກລົງ ໃຫ້ສະມາຊິກຜູ້ສະເໜີກູ້ຢືມເງິນກອງທຶນຕື່ມອີກ
ຕ້ອນທ້າຍ ກອງປະຊຸມ ທ່ານ ສຸກຄຳເພັດ ເຮືອງບຸດສີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ຄະນະບໍລິຫານງານກຳມະບານເປັນຕົ້ນແມ່ນເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານ ໃນການເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດ, ຕາມຄວາມຮັບຜິດຊອບຂອງແຕ່ລະກົມ, ການປະຕິບັດເວລາເຂົ້າການ-ເລີກການ, ສືບຕໍ່ນຳພາວຽກງານຂໍ້ແຂ່ງຂັນ 5 ເປັນເຈົ້າໃນແຕ່ລະປີ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, 3 ໜ້າທີ່ 12 ຂໍ້ປະຕິບັດ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)