ໜ່ວຍພັກ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ

18/06/2025

ໜ່ວຍພັກ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ

ໃນວັນທີ 17 ມິຖຸນາ 2025 ໜ່ວຍພັກ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ໄດ້ຈັດພິທີ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໂດຍການໃຫ້ກຽດເປັນປະທານ ແລະ ໂອ້ລົມໂດຍ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ກຳມະການປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໃນນັ້ນ ກໍ່ມີ ສະຫາຍ ເທບພະໄທພັນກ້າ ຮັກສາການເລຂາໜ່ວຍພັກ, ຕາງໜ້າພະແນກພັກ ກົມຈັດຕັ້ງພະນັກງານ, ຄະນະໜ່ວຍພັກ, ຫົວໜ້າຈຸ-ຮອງຈຸພັກ, ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 07 ສະຫາຍ.ໃນພິທີດັ່ງກ່າວ ພິທີດັ່ງກ່າວ, ໄດ້ດຳເນີນໄປຕາມຫຼັກການ ແລະ ຂັ້ນຕອນຂອງການເລື່ອນມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຕາມກົດລະບຽບຂອງພັກ ປະຊາຊົນປະຕິວັດລາວ ສະໄໝທີ XI ກ່ຽວກັບລະບຽບການຂະຫຍາຍພັກ; ເຊິ່ງໃນໄລຍະທີ່ຜ່ານມາ ມະຫາຊົນຜູ້ກ້າວໜ້າ, ໄດ້ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງໃນໜ້າທີ່ວຽກງານຕົວຈິງ ແລະ ການຈັດຕັ້ງມອບໝາຍໃຫ້, ຄະນະໜ່ວຍພັກໄດ້ມອບໃຫ້ສະມາຊິກພັກສົມບູນ 2 ສະຫາຍ ຕິດຕາມ, ສຶກສາອົບຮົມ ແລະ ມອບວຽກງານຕ່າງໆໃຫ້ສະຫາຍ ເຫັນວ່າ ສະຫາຍແມ່ນໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ, ມີຄວາມຫ້າວຫັນ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດວຽກງານ, ມີຄວາມຕັ້ງໜ້າບຸກບືນເຮັດສໍາເລັດທຸກວຽກງານທີ່ໄດ້ຮັບມອບໝາຍ, ຊອກຮູ້ຮໍ່າຮຽນນຳໝູ່ເພື່ອນອ້າຍເອື້ອຍນ້ອງ, ມີຄວາມສາມັກຄີດີ, ມີຜົນງານທີ່ດີເດັ່ນ, ໄດ້ຮັບຄວາມເຊື່ອຖື ແລະ ໄວ້ວາງໃຈຈາກຄະນະພັກ, ສະມາຊິກພັກ ແລະ ມະຫາຊົນ ແລະ ໃນພິທີສະຫາຍຮັກສາການເລຂາໜ່ວນພັກ ຍັງໄດ້ໃຫ້ກຽດມອບມະຕິ ແລະ ຮັບເອົາສະມາຊິກພັກສໍາຮອງຄົນໃໝ່.

ຕອນທ້າຍຂອງກພິທີ ສະຫາຍ ວິໄລວັນ ບຸດດາຄຳ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍພັກ ສືບຕໍ່ສ້າງສະມາຊິກພັກສໍາຮອງ ໃຫ້ກາຍເປັນສະມາຊິກພັກສົມບູນທີ່ເຂັ້ມແຂງ ແລະ ເນັ້ນໃຫ້ສະມາຊິພັກສໍາຮອງເພີ່ທະວີ ແລະ ເອົາໃຈໃສ່ 5 ບັນຫາຫຼັກທີ່ສໍາຄັດ ຄື: 1) ເພີ່ມທະວີການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າເປັນແບບຢ່າງໃຫ້ມະຫາຊົນກ້າວໜ້າ ແລະ ເຮັດໃຫ້ຫຼາຍກວ່າມະຫາຊົນ; 2) ປະຕິບັດກົດລະບຽບຂອງພັກຢ່າງເຂັມງວດ ໂດຍສະເພາະຂໍ້ຫ້າມຂອງສະມາຊິກພັກ; 3) ປະຕິບັດກົດລະບຽບຂອງພະນັກງານລັດຖະກອນ ແລະ ກົດໝາຍ ຢ່າງເຂັ້ມງວດ ໂດຍສະເພາະກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍກວດກາລັດ, ກົດໝາຍປະມວນອາຍາ ແລະ ກົດໝາຍອື່ນ; 4) ເພີ່ມທະວີການປະຕິບັດໂມງເວລາ ແລະ 5) ສຸມຄວາມຮູ້, ຄວາມສາມາດ ແລະ ແບບແຜນວິທີເຮັດວຽກເຂົ້າໃນການປະຕິບັດວຽກງານວິຊາສະເພາະຂອງຕົນ ໃຫ້ມີແບບແຜນ ແລະ ກໍານົດເວລາການປະຕິບັດທີ່ແນ່ນອນ.
- ພາບ-ຂ່າວ: ໂຊກໄຊ ໄອຍະວົງສາ ວິຊາການ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)