ຄະນະກວດກາພັກ, ອົງການກວດກາລັດແຂວງຫຼວງພະບາງ ປະກາດການແຕ່ງຕັ້ງຮອງປະທານຄະນະກວດກາພັກ, ອົງການກວດກາລັດແຂວງ

04/06/2025

ຄະນະກວດກາພັກ, ອົງການກວດກາລັດແຂວງຫຼວງພະບາງ ປະກາດການແຕ່ງຕັ້ງຮອງປະທານຄະນະກວດກາພັກ, ອົງການກວດກາລັດແຂວງ

ໃນກາງເດືອນພຶດສະພາ 2025 ຜ່ານມານີ້,ຄະນະກວດກາພັກ-ລັດແຂວງ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງປະທານ ຄະນະກວດກາພັກ, ອົງການກວດກາລັດແຂວງຂຶ້ນ ທີ່ຫ້ອງປະຊຸມຄະນະກວດກາພັກ-ລັດແຂວງ ໂດຍໃຫ້ກຽດເປັນປະທານຂອງທ່ານ ຄໍາຫຼ້າ ລຽນປະດິດ ກໍາມະການປະຈໍາພັກແຂວງ, ປະທານ ຄະນະກວດກາພັກ, ອົງການກວດກາລັດ ມີບັນດາຄະນະຈັດຕັ້ງແຂວງ, ພະແນກພາຍໃນແຂວງ ແລະ ພະນັກງານກວດກາພາຍໃນເຂົ້າຮ່ວມ.
ໃນພິທີ ທ່ານ ຈັນທະສອນ ດວງພະຈັນ ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຍົກຍ້າຍບ່ອນປະຈໍາການພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ265, ລົງວັນທີ 8 ພຶດສະພາ 2025 ແລະ ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ388, ລົງວັນທີ 8 ພຶດສະພາ 2025 ວ່າດ້ວຍການແຕ່ງຕັ້ງທ່ານ ທອງຈັນ ລັດຕະນະປະດິດ ເປັນຮອງປະທານ ຄະນະກວດກາພັກ, ອົງການກວດກາລັດແຂວງຫຼວງພະບາງ ພ້ອມທັງໄດ້ມອບມະຕິຕົກລົງໃຫ້ຢ່າງເປັນທາງການ.
ໃນຕອນທ້າຍພິທີ ຍັງໄດ້ຮັບຟັງຄໍາເຫັນ-ໂອ້ລົມ ຈາກທ່ານ ຄໍາຫຼ້າ ລຽນປະດິດ ກໍາມະການປະຈໍາພັກແຂວງ, ປະທານ ຄະນະກວດກາພັກ, ອົງການກວດກາລັດ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ໃຫ້ເອົາໃຈໃສ່ຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຫຼາຍດ້ານ ເພື່ອເປັນກໍາລັງແຮງອັນໜຶ່ງ ຊ່ວຍຄະນະພັກ, ຄະນະນໍາ ຂັບເຄື່ອນວຽກງານກວດກາຮ່ວມກັນ ຕາມພາລະບົດບາດ, ສິດ, ໜ້າທີ່ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ມີຄວາມໜັກແໜ້ນ ແລະ ເຂັ້ມແຂງກວ່າເກົ່າ ພ້ອມກັນປັບປຸງແບບແຜນນຳພາ, ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ແທດເໜາະກັບສະພາບຕົວຈິງ, ພ້ອມກັນພັດທະນາວຽກງານກວດກາໃຫ້ດີຂື້ນໄປເທື່ອກ້າວ.
ຂ່າວໂດຍ: ສຸລິສັກ ແສງສະຫວັດ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)