ຄະນະກວດກາແຂວງຫຼວງພະບາງ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກໜ່ວຍພັກຄະນະກວດກາ ຄັ້ງທີ VIII

30/05/2025

ຄະນະກວດກາແຂວງຫຼວງພະບາງ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກໜ່ວຍພັກຄະນະກວດກາ ຄັ້ງທີ VIII

ກອງປະຊຸມໃຫຍ່ສະມາຊິກພັກ ໜ່ວຍພັກຄະນະກວດກາແຂວງຫຼວງພະບາງ ຄັ້ງທີ VIII ຈັດຂຶ້ນໃນວັນທີ 16 ພຶດສະພາ 2025 ທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ພາຍໃຕ້ຄໍາຂວັນ “ຕິດຕາມ-ກວດກາ ຕ້ອງຮັບປະກັນຄວາມຖືກຕ້ອງ, ຊັດເຈນ, ພາວະວິໄສ, ບໍ່ລໍາອຽງ ແລະ ຍຸຕິທໍາ’’ ໂດຍການເປັນປະທານຂອງສະຫາຍ ຄໍາຫຼ້າ ລຽນປະດິດ ກຳມະການປະຈໍາພັກແຂວງ, ເລຂາໜ່ວຍພັກຄະນະກວດກາແຂວງ, ປະທານຄະນະກວດກາພັກ-ລັດແຂວງ, ມີສະຫາຍ ສຸກັນ ບຸນຍົງ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ມີຄະນະຈັດຕັ້ງແຂວງ ເຂົ້າຮ່ວມເປັນປະທານ, ມີຄະນະໜ່ວຍພັກ, ຄະນະຮັບຜິດຊອບຊີ້ນໍາກອງປະຊຸມ, ຜູ້ແທນສົມບູນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມທັງໝົດ 29 ສະຫາຍ, ຍິງ 10 ສະຫາຍ.ໃນກອງປະຊຸມ ສະຫາຍ ​ຄໍາຫຼ້າ ລຽນປະດິດ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງກ່າວວ່າ: ກອງປະຊຸມໃຫ່ຍຄັ້ງນີ້ ເປັນການສະຫຼຸບຕີລາຄາທົບທວນຄືນບັນດາຄາດໝາຍສູ້ຊົນຕ່າງໆໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ​ XI ຂອງ​ພັກ,​ ມະຕິ VIII ​ຂອງອົງຄະນະພັກແຂວງ ກໍ່ຄື​ມະຕິ​ກອງປະຊຸມ​ໃຫຍ່​ຄັ້ງທີ​ VII ຂອງ​ໜ່ວຍພັກໃນ 5 ປີຜ່ານມາ ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ໂດຍຍົກໃຫ້ເຫັນຜົນສໍາເລັດທີ່ຍາດມາໄດ້, ດ້ານອ່ອນ-ຂໍ້ຄົງຄ້າງ,​ ສາເຫດ ແລະ ບົດຮຽນໃນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍ​ພັກໃນຜ່ານມາ;​ ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ, ແຜນພັດທະນາ, ບົດສຳຫຼວດການນຳພາລວມ ແລະ ກ່າວລາໜ້າທີ່ຂອງຄະນະພັກຊຸດເກົ່າ. ຈາກນັ້ນຜູ້ແທນສົມບູນໄດ້ໃຊ້ສິດປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ສະໝັກເລືອກຕັ້ງ ຈຳນວນ 7 ສະຫາຍ, ຍິງ 2 ສະ​ຫາຍ​ ແລະ ເລືອກເອົາ 5 ສະຫາຍ; ຜ່ານການປ່ອນບັດ ແລະ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາສະຫາຍ ​ຄໍາຫຼ້າ ລຽນປະດິດ ເປັນເລຂາໜ່ວຍພັກ, ສະຫາຍ ທອງຈັນ ລັດຕະນະປະດິດ ເປັນຮອງເລຂາໜ່ວຍພັກ,​ ສະຫາຍ​ ຄໍາພວງ ດວງມະນີ ເປັນຄະນະໜ່ວຍພັກ ຜູ້ເຮັດວຽກກວດກາໜ່ວຍພັກ,​ ສະຫາຍ ນາງ ສົມໝາຍ ວິນາກອນ ແລະ ສະຫາຍ ສົມ​ຄິດ ແກ່ນມະນີ ເປັນຄະນະ​ໜ່ວຍພັກ,​ ພ້ອມນີ້​ກອງປະຊຸມ​ໄດ້ຄັດເລືອກເອົາຜູ້ແທນສົມບູນ 1 ສະຫາຍ ແລະ ສໍາຮອງ 1 ສະຫາຍ​ ເພື່ອ​ໄປ​ເຂົ້າ​ຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີIX ຕື່ມອີກ.​

ໃນຕອນທ້າຍກອງປະຊຸມ ສະຫາຍ ສຸກັນ ບຸນຍົງ ຮອງເລຂາຄະນະບໍລິຫານງານພັກແຂວງ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມຜົນງານ ທີ່ຄະນະໜ່ວຍພັກຍາດມາໄດ້ ພ້ອມທັງໃຫ້ທິດຊີ້ນໍາໃນຕໍ່ໜ້າ ທີ່ຄະນະ​​ພັກຊຸດໃໝ່ ຕ້ອງພ້ອມກັນເພີ່ມທະວີຍົກສູງວຽກງານບັນຫາການເມືອງ-ແນວຄິດເປັນກົກ, ຄວາມເປັນແບບຢ່າງໃນທຸກດ້ານ, ເຄື່ອນໄຫວຕາມພາລະບົດບາດທີ່ໄດ້ກໍານົດ, ຕິດຕາມ-ກວດກາເປັນປົກກະຕິຕໍ່ເນື່ອງ ແລະ ສ້າງຄວາມສາມັກຄີພາຍໃນໃຫ້ມີໜັກແໜ້ນກວ່າເກົ່າ ພ້ອມກັນສູ້ຊົນບັນດາຄາດໝາຍທີ່ວາງໄວ້ໃນຕໍ່ໜ້າໃຫ້ສໍາເລັດ ແລະ ມີການຫັນປ່ຽນດີຂື້ນກວ່າເກົ່າ.
ຂ່າວໂດຍ: ສຸລິສັກ ແສງສະຫວັດ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)