ຄະນະກວດກາພັກ-ອົງການກວດກາລັດເມືອງສິງ ສຳເລັດການເຜີຍແຜ່ນິຕິກໍາ ວຽກງານກວດກາ

28/05/2025

ຄະນະກວດກາພັກ-ອົງການກວດກາລັດເມືອງສິງ ສຳເລັດການເຜີຍແຜ່ນິຕິກໍາ  ວຽກງານກວດກາ

ໃນວັນທີ 21 ພຶດສະພາ 2025 ນີ້, ຄະນະກວດກາພັກ-ອົງການກວດກາລັດເມືອງສິງ ແຂວງຫຼວງນໍ້າທາໄດ້ເປີດກອງປະຊຸມເຜີຍແຜ່ນິຕິກໍາ ວຽກງານກວດກາຂຶ້ນ ທີ່ສະໂມສອນຂອງຫ້ອງວ່າການເມືອງ ໂດຍການໃຫ້ກຽດເປັນປະທານຮ່ວມຂອງສະຫາຍ ຄໍາຜາຍ ສຸລິຂັນ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາ ປະຈໍາເຂດເລືອກຕັ້ງເມືອງສິງ, ສະຫາຍ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ-ອົງການກວດກາລັດເມືອງ, ສະຫາຍ ສູນທະລາ ເຂັມພິລາດ ຮອງຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ມີສະຫາຍ ພຸດທະສອນ ສີຫານາດ ຮອງປະທານ ຄະນະກວດກາພັກ-ອົງການກວດກາລັດ ແຂວງຫຼວງນໍ້າທາ ພ້ອມດ້ວຍທີມງານຈາກຄະນະກວດກາສູນກາງພັກ, ຄະນະກວດກາແຂວງ, ຄະນະກວດກາເມືອງ ແລະ ບັນດາສະຫາຍ ປະທານ, ຮອງປະທານກວດກາຂອງຄະນະພັກຮາກຖານ, ກວດກາຂອງບັນດາໜ່ວຍພັກ ແລະ ຜູ້ເຮັດວຽກກວດກາ ຂອງບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມຈຳນວນ 120 ສະຫາຍ, ຍິງ 21 ສະຫາຍ.

ໃນກອງປະຊຸມສະຫາຍ ຄໍາຜາຍ ສຸລິຂັນ ໄດ້ຂຶ້ນກ່າວເປີດກອງປະຊຸມ, ເຊິ່ງທ່ານໄດ້ເນັ້ນໜັກໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ ຮັບຟັງການບັນຍາຍບັນດາຫົວຂໍ້ເອກະສານ ຂອງທີມງານທີ່ມາຈາກຄະນະກວດກາສູນກາງ ເປັນຕົ້ນແມ່ນ ເອກະສານຄວາມຮູ້ພື້ນຖານ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ເອກະສານ ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາການສໍ້ລາດບັງຫຼວງ, ວຽກງານສືບສວນ-ສອບສວນການສໍ້ລາດບັງຫຼວງ ແລະ ເອກະສານ ກ່ຽວກັບວຽກງານແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ. ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານດັ່ງກ່າວຢ່າງເລິກເຊິ່ງ ແລະ ໃຫ້ຕີລາຄາຄືນ ຕໍ່ກັບການຈັດຕັ້ງປະຕິບັດວຽກງານກວດກາ ໃນຂົງເຂດຄວາມຮັບຜິດຊອບຂອງຕົນໃນໄລຍະຜ່ານມາກ່ຽວກັບບັນຫາທີ່ຍັງກົດໜ່ວງ, ຖ່ວງດຶງ, ອັດຕັນ ແລະ ສິ່ງທີ່ເປັນອຸປະສັກຕໍ່ການເຄື່ອນໄຫວວຽກງານກວດກາ ເພື່ອພ້ອມກັນແກ້ໄຂໃຫ້ຖືກຕ້ອງ, ມີຄວາມສັກສິດໃນການຄຸ້ມຄອງລັດ ແລະ ສາມາດຮັກສາຊັບສົມບັດຂອງລັດ, ຂອງລວມໝູ່ບໍ່ໃຫ້ຕົກເຮ່ຍເສຍຫາຍ, ເກັບກູ້ເອົາຊັບສິນຂອງລັດທີ່ຖືກບຸກຄົນຈຳນວນໜຶ່ງສວຍໃຊ້ໜ້າທີ່ຕໍາແໜ່ງສໍ້ລາດບັງຫຼວງຄືນມາໃຫ້ແກ່ລັດ, ພ້ອມກັນນີ້ກໍເປັນການປັບປຸງແກ້ໄຂດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ ຂອງແຕ່ລະສະຫາຍທີ່ເຮັດວຽກກວດກາ.
ໂອກາດດຽວກັນນີ້ ສະຫາຍ ບຸນທັນ ປອນວັນນາ ກໍໄດ້ມີຄຳເຫັນແນະນຳບາງບັນຫາຕໍ່ກອງປະຊຸມເຜີຍແຜ່ນິຕິກໍາໃນຄັ້ງນີ້ ເປັນຕົ້ນ ໃຫ້ຜູ້ເຮັດວຽກງານກວດກາພາຍໃນເມືອງເອົາໃຈໃສ່ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ;ມີແບບແຜນວິທີເຮັດວຽກ, ແບບແຜນການດໍາລົງຊີວິດ ແລະ ຮຽກຮ້ອງໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມເອົາໃຈໃສ່ຄົ້ນຄ້ວາ ແລະ ນໍາເອົາບົດຮຽນໃນຄັ້ງນີ້ໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.
ຕອນທ້າຍ ສະຫາຍ ຄໍາຜາຍ ສຸລິຂັນ ໄດ້ຕີລາສູງຕໍ່ຄວາມເອົາໃຈໃສ່, ເປັນເຈົ້າການຕໍ່ການດໍາເນີນກອງປະຊຸມໃນຄັ້ງນີ້ ເຫັນວ່າມີບັນຍາກາດຟົດຟື້ນ ແລະ ສ້າງສັນ, ສາມາດຕີລາຄາຄຸນນະພາບຂອງຜູ້ເຂົ້າຮ່ວມກອງປະຊຸມ ແນໃສ່ເຮັດໃຫ້ມີການປ່ຽນແປງຢ່າງຕັ້ງໜ້າ, ເຂັ້ມແຂງ. ພ້ອມນີ້ກໍເພື່ອແນ່ໃສ່ເຮັດໃຫ້ວຽກງານກວດກາຢູ່ແຕ່ລະຂົງເຂດມີການປ່ຽນແປງໃໝ່ທີ່ດີກວ່າເກົ່າ, ມີຄວາມສັກສິດ ແລະ ສາມາດເຄື່ອນໄຫວຈັດຕັ້ງປະຕິບັດໄດ້ຕາມສິດ, ພາລະບົດບາດ ແລະ ເງື່ອນໄຂຕົວຈິງ.
ຫຼັງຈາກສໍາເລັດກອງປະຊຸມເຜີຍແຜ່ນິຕິກໍາວຽກງານກວດກາແລ້ວ ໜ່ວຍງານຈາກຄະນະກວດກາສູນກາງ, ແຂວງ ແລະ ຄະນະກວດກາເມືອງ ກໍ່ໄດ້ເປີດກອງປະຊຸມຮ່ວມກັນສະເພາະ ຢູ່ທີ່ຫ້ອງປະຊຸມ ຂອງຄະນະກວດກາພັກ-ອົງການກວດກາລັດເມືອງສິງ ເປັນການແລກປ່ຽນບົດຮຽນດ້ານວິຊາການ ໃນການຈັດຕັ້ງປະຕິບັດກ່ຽວກັບວຽກງານກວດກາໃນໄລຍະຜ່ານມາ ມີຫຼາຍບັນຫາທີ່ຄົງຄ້າງ, ອັດຕັນ, ມີຄວາມຫຍຸ້ງຍາກ ຕໍ່ການເຄື່ອນໄຫວ ຂອງຄະນະກວດກາເມືອງ ໂດຍໄດ້ຍົກຂື້ນມາສົນທະນາແລກປ່ຽນໃນກອງປະຊຸມ; ຄະນະກວດກາເມືອງ ໄດ້ຍົກຂື້ນມາຫຼາຍບັນຫາ ເປັນຕົ້ນແມ່ນ ການຕິດຕາມກວດກາບັນດາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ; ການແກ້ໄຂຜົນຂອງການກວດກາ; ການຕິດຕາມ, ກວດກາການລົງວິໄນ ຂອງສະມາຊິກພັກ-ພະນັກງານພາຍໃນເມືອງສິງ, ການແຈ້ງຊັບສິນ ແລະ ລາຍຮັບ ຂອງພະນັກງານ; ການກໍ່ສ້າງບໍາລຸງພະນັກງານກວດກາເມືອງ ເພື່ອສືບທອດປ່ຽນແທນ; ການຝຶກອົບຮົມວິຊາສະເພາະວຽກງານກວດກາ ແລະ ບັນຫາທັງໝົດທີ່ໄດ້ຍົກຂຶ້ນມາສົນທະນາແລກປ່ຽນ ລ້ວນແລ້ວແຕ່ເປັນບັນຫາທີ່ທ້າທາຍ ແລະ ຫຍຸ້ງຍາກ ຕໍ່ການຈັດຕັ້ງປະຕິບັດ.
ໃນຕອນທ້າຍ ສະຫາຍ ສູນທະລາ ເຂັມພິລາດ ໄດ້ຊີ້ແຈງ ແລະ ມີຄໍາເຫັນແລກປ່ຽນຕໍ່ບັນຫາດັ່ງກ່າວ ເຊິ່ງສະຫາຍໄດ້ເນັ້ນໃຫ້ຄະນະກວດກາເມືອງ ເຄື່ອນໄຫວຕາມພາລະບົດບາດ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະໂດຍຖືເອົານິຕິກໍາຕ່າງໆ ກ່ຽວກັບວຽກງານກວດກາ ເປັນບ່ອນອິງ, ມີບັນຫາໃດທີ່ຍັງຫຍຸ້ງຍາກໃຫ້ລາຍງານ ຕໍ່ຂັ້ນເທິງ ຂອງຕົນ ເປັນແຕ່ລະໄລຍະ ເພື່ອຂໍທິດຊີ້ນໍາທີ່ເປັນເອກະພາບກັນ
ຂຽນໂດຍ: ແກ້ວ ຈັນທິກຸນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)