ເມືອງໄຊ ຈັດກອງປະຊຸມ ສະຫຼຸບວຽກງານກວດກາ ປະຈໍາປີ 2024

28/05/2025

ເມືອງໄຊ ຈັດກອງປະຊຸມ ສະຫຼຸບວຽກງານກວດກາ ປະຈໍາປີ 2024

ໃນວັນທີ 23 ພຶດສະພາ 2025 ຢູ່ທີ່ສະໂມສອນເມືອງໄຊ ແຂວງອຸດົມໄຊ ໄດ້ເປີດກອງປະຊຸມ ວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ, ຄາດໝາຍສູ້ຊົນປະຈໍາປີ 2025. ພາຍໃຕ້ການເປັນປະທານຂອງທ່ານ ບຸນທອງ ບຸນໄຊທິບ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດ ເມືອງ, ເປັນກຽດເຂົ້າຮ່ວມມີທ່ານ ວາລີ ຈືນໍເຢັງ ກຳມະການພັກແຂວງ ປະທານກວດກາພັກ-ລັດ ແຂວງອຸດົມໄຊ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ປະທານກວດກາຄະນະພັກຮາກຖານ, ປະທານກວດກາໜ່ວຍພັກ ແລະ ຜູເຮັດວຽກງານກວດກາໜ່ວຍພັກຫ້ອງການອ້ອມຂ້າງ, ບ້ານເທດສະບານ ແລະ ໜ່ວຍພັກໂຮງຮຽນ ເທດສະບານ ເຂົ້າຮ່ວມ. ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງຄະນະກວດກາເມືອງໄຊ; ເຜີຍແຜ່ບັນດາເອກະສານທີ່ຕິດພັນກັບວຽກງານກວດກາເປັນຕົ້ນແມ່ນ ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດ ກັບອົງການກວດສອບແຫ່ງລັດ; ບົດບັນທຶກການປະສານງານລະຫວ່າງສານປະຊາຊົນສູງສຸດ ກັບ ອົງການກວດກາແຫ່ງລັດ ກ່ຽວກັບການດໍາເນີນຄະດີ; ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດ ກັບ ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດໍາເນີນຄະດີ ການສໍ້ລາດບັງຫຼວງ, ບົດບັນທຶກ ການປະສານງານລະຫວ່າງ ອົງການກວດກາລັດແຂວງ ກັບອົງການກວດສອບ ປະຈໍາພາກເໜືອ 2 ແລະ ລະບຽບການວ່າດ້ວຍການເກັບຮັກສາເອກະສານກ່ຽວກັບການກວດກາລັດ ເລກທີ 138/ອກຫລ, ລົງວັນທີ 09 ເມສາ 2024.

ຈາກນັ້ນ, ບັນດາຜູ້ແທນກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບວຽກງານກວດກາຢ່າງກົງໄປກົງມາພ້ອມທັງສະເໜີໃຫ້ມີປັບປຸງບາງເນື້ອໃນທີ່ເຫັນວ່າຍັງບໍ່ທົນຖືກຕ້ອງ.
ຕອນທ້າຍກອງປະຊຸມ ທ່ານ ວາລີ ຈືນໍເຢັງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ປະທານ, ຮອງປະທານກວດກາພັກ-ລັດ ເມືອງ ແລະ ປະທານກວດກາພັກ-ລັດຂັ້ນຮາກຖານທີ່ໄດ້ເອົາໃຈໃສ່ຕໍ່ການຕິດຕາມ, ກວດກາການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານລັດຖະກອນ ແຕ່ລະຮາກຖານ ໂດຍສະແດງອອກໃນການສະຫຼຸບຕີລາຄາໃນຕະຫຼອດໄລຍະ 1 ປີຜ່ານມາ ແລະ ໃຫ້ສຶບຕໍ່ນຳພາຊີ້ນຳ ແລະ ຕິດຕາມກວດກາການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ໃຫ້ສຶກສາອົບຮົມການເມືອງແນວຄິດ ໃຫ້ມີຫຼັກໝັ້ນ, ສັດຊື່ບໍລິສຸດ, ປອດໃສ ຂາວສະອາດ ແລະ ໂປ່ງໃສຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ຕໍ່ປະຊາຊົນບັນດາເຜົ່າໃຫ້ສອດຄ່ອງ, ຖຶກຕ້ອງຕາມລະບຽບກົດໝາຍ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)