ເມືອງປາກທາ ແຂວງບໍ່ແກ້ວ ເປີດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 2 ສະໄໝທີ VIII.
27/05/2025

ກອງປະຊຸມ ຄົບຄະນະບໍລິຫານງານພັກ ເມືອງປາກທາ ຄັ້ງທີ 2 ສະໄໝທີ VIII ໄດ້ໄຂຂື້ນໃນວັນທີ 20 ພຶດສະພາ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານ ຂອງສະຫາຍ ສາລີ ວັນນະສານ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍຄະນະປະຈໍາພັກ-ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການສອງກອງບັນຊາການ ປກຊ-ປກສ, ແລະ ຫົວໜ້າ-ຮອງຫົວໜ້າໜ່ວຍງານເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງ ການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II ປີ 2025, ຜ່ານການຊີ້ນໍາໆພາ ແລະ ການຈັດຕັ້ງທິດທາງແຜນການປະຈໍາປີ, ແຜນດໍາເນີນງານຂອງຄະນະບໍລິຫານງານພັກເມືອງປະຈໍາປີ 2025 ກໍ່ຄື: ມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ສະໄໝທີ VIII ເຂົ້າສູ່ການຈັດຕັ້ງປະຕິບັດວຽກງານຕົວຈິງພວກເຮົາສາມາດຍາດໄດ້ຜົນສໍາເລັດເປັນຕົ້ນ: ຄະນະພັກທຸກຂັ້ນຂອງເມືອງ ໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ ສະມາຊິກພັກ ຕະຫຼອດຮອດປະຊາຊົນພາຍໃນເມືອງທຸກຂົງເຂດວຽກງານ, ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ວຽກງານສາມສ້າງ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາຕ່າງໆ ຢ່າງເປັນລະບົບຕໍ່ເນື່ອງ ເຊັ່ນວ່າ: ວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ບັນດາແຕ່ລະຂົງເຂດວຽກງານກໍ່ໄດ້ຮັບຜົນສຳເລັດ. ເຊິ່ງມັນໄດ້ສະແດງອອກພາຍໃນເມືອງ ລວມຍອດຜະລິດຕະພັນພາຍໃນ GDP ປະຕິບັດໄດ້ 224 ຕື້ 826 ລ້ານກີບ, ເສດຖະ ກິດຂະຫຍາຍຕົວໃນລະດັບ 0,80% ໂອກາດດັ່ງຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການຜ່ານແຜນດຳເນີນງານ ວຽກງານຈຸດສຸມຂອງຄະນະບໍລິຫານງານພັກເມືອງປາກທາ ປະຈຳປີ 2025, ຂໍ້ກຳນົດ, ກົດລະບຽບ, ແບບແຜນວີທີເຮັດວຽກຂອງຄະນະບໍລິ ຫານງານພັກເມືອງປາກທາ, ຜ່ານມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກເມືອງປາກທາ ສະໄໝທີ VIII ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍສັບປ່ຽນບ່ອນປະຈຳການຂອງພະນັກ ງານ-ລັດຖະກອນ. ຈາກນັ້ນ ຜູ້ແທນກອງປະຊຸມແມ່ນຈະໄດ້ຜັດປ່ຽນກັນປະກອບຄຳຄິດ-ຄຳເຫັນ ໃສ່ຮ່າງບົດສະຫຼຸບ ແລະ ແຜນດຳເນີນງານຕ່າງໆ ຢ່າງກົງໄປກົງມາ ເພື່ອໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງກັບບັນດາໜ້າວຽກຕົວຈິງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.
• ພາບ-ຂ່າວ: ສົມພົງ ສີລິພອນ ອົງການກວດກາລັດເມືອງປາກທາ ແຂວງບໍ່ແກ້ວ