ໃນຕອນເຊົ້າຂອງວັນທີ 9 ພຶດສະພາ 2025 ຄະນະກວດກາພັກ,ອົງການກວດກາລັດເມືອງປາກແບງ ແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ອິນແປງ ປັນຍາທອງ ຮອງເລຂາພັກເມືອງ,ຮັກສາການເຈົ້າເມືອງ,ຫົວໜ້າສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງປາກແບງ ແລະ ສະຫາຍ ນ.ມະນີຈັນ ຫົງພິໄຊ ຄະນະປະຈຳພັກເມືອງ, ປະທານຄະນະກວດກາພັກ-ປະທານອົງການກວດກາລັດເມືອງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ,ກໍາມະການພັກເມືອງ,ເລຂາຄະນະພັກຮາກຖານ, ເລຂາຄະນະພັກປກຊ-ປກສ, ເລຂາໜ່ວຍພັກ,ຜູ້ເຮັດວຽກງານກວດກາພັກ-ກວດກາລັດອ້ອມຂ້າງເມືອງ ແລະພະນັກງານ-ລັດຖະກອນຄະນະກວດກາພັກ,ອົງການກວດກາລັດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ອິນແປງ ປັນຍາທອງ ໄດ້ກ່າວເປີດກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານກວດກາ ແລະ ພ້ອມກັນປະກອບຄຳຄິດຄໍາເຫັນ, ສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານກວດກາທີ່ຜ່ານມາ ຊອກໃຫ້ເຫັນດ້ານດີທີ່ຕ້ອງຜັນຂະຫຍາຍ, ຂໍ້ຄົງຄ້າງທີ່ຕ້ອງແກ້ໄຂ ແລະ ວາງທິດທາງແຜນການໃນປີ 2025. ຫຼັງຈາກນັ້ນ, ສະຫາຍ ນ.ມະນີຈັນ ຫົງພິໄຊ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ ການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025. ເຊິ່ງສະຫາຍໄດ້ຍົກໃຫ້ເຫັນວ່າ ຄະນະພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢູ່ພາຍໃນ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບພັກ, ກົດໝາຍຂອງລັດ ພ້ອມນີ້ ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ 5 ເອກະສານທີ່ສໍາຄັນດັ່ງນີ້: 1.ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບກະຊວງປ້ອງກັນ ຄວາມສະຫງົບ, ກະຊວງຍຸຕິທຳ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດໍາເນີນຄະດີ ການສໍ້ລາດບັງຫຼວງ ສະບັບລົງວັນທີ 29 ມັງກອນ 2024; 2.ບົດບັນທຶກປະສານງານ ລະຫວ່າງ ອົງການກວດກາລັດແຂວງອຸດົມໄຊ ກັບ ອົງການກວດສອບປະຈໍາພາກເໜືອ 02 ສະບັບລົງວັນທີ 27 ມີຖຸນາ 2024; 3.ລະບຽບການວ່າດ້ວຍການຮັກສາເອກະສານ ກ່ຽວກັບການ ກວດກາ ສະບັບເລກທີ 138/ອກຫລ, ລົງວັນທີ 09 ເມສາ 2024; 4. ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ, ສະບັບລົງວັນທີ 14 ກຸມພາ 2024; 5. ບົດບັນທຶກການປະສານງານ ລະຫວ່າງ ສານປະຊາຊົນສູງສຸດ ກັບອົງການກວດກາແຫ່ງລັດ ກ່ຽວກັບການດໍາເນີນຄະດີ ສະບັບລົງວັນ ທີ 11 ມີນາ 2024. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ແລກປ່ຽນຄຳເຫັນຢ່າງກົງໄປກົງມາ.
ຫຼັງຈາກນັ້ນ, ສະຫາຍ ອິນແປງ ປັນຍາທອງ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ຂອງວຽກງານຕິດຕາມ, ກວດກາ ແລະ ໄດ້ເນັ້ນໜັກບາງຫົວຂໍ້ເພື່ອເປັນທິດທາງໃນການສືບຕໍ່ປະຕິບັດວຽກງານຕິດຕາມ-ກວດກາໃນຕໍ່ໜ້າຄື:
ໜື່ງ: ຄະນະພັກ, ພະນັກງານນຳພາ-ຄຸ້ມຄອງ ແລະ ຄະນະກວດກາແຕ່ລະຂັ້ນຕ້ອງສືບຕໍ່ບຸກທະລຸທາງດ້ານຈິນຕະນາການ, ທັດສະນະ, ຄວາມຮູ້ ແລະ ຄວາມເຂົ້າໃຈ ທີ່ບໍ່ຖືກຕ້ອງ ຕໍ່ວຽກງານຕິດຕາມ, ກວດກາ ໃຫ້ເຂົ້າໃຈວ່າວຽກງານຕິດຕາມ, ກວດກາແມ່ນໜຶ່ງໃນພາລະບົດບາດ ແລະ ແບບແຜນການນຳພາທີ່ສຳຄັນຂອງພັກ “ບໍ່ມີການກວດກາ ກໍໝາຍຄວາມວ່າ ບໍ່ມີການນຳພາ”;
ສອງ: ສຸ່ມໃສ່ຕິດຕາມ,ກວດກາການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ, ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງອົງຄະນະພັກເມືອງປາກແບງ, ແຜນການເຄື່ອນໄຫວວຽກງານຕິດຕາມ,ກວດກາແຕ່ປີ 2025 ແລະ ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງກັບວຽກງານຕິດຕາມ,ກວດກາ ໃຫ້ເລິກເຊິ່ງ;
ສາມ: ເອົາໃຈໃສ່ຕິດຕາມ,ກວດກາ ການປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ ແລະຂອບເຂດຄວາມຮັບຜິດຊອບຂອງອົງການລັດແຕ່ລະຂັ້ນ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມເປັນຕົ້ນແມ່ນ 2 ວາລະແຫ່ງຊາດ, ການຕິດຕາມ, ກວດກາແຜນງົບປະມານ ແລະ ການລົງທຶນຂອງລັດ, ການປະຢັດຕ້ານການຟຸມເຟືອຍ, ກວດກາການຄຸ້ມຄອງ-ນຳໃຊ້ຊັບສິນຂອງລັດ, ລວມໝູ່ ແລະ ຊັບພະຍາກອນທຳມະຊາດເຊັນ: ທີ່ດິນ, ແຮ່ທາດ, ປ່າໄມ້, ການຂຸດຄົ້ນໄມ້, ທຸລະກິດໄມ້ ແລະ ອື່ນໆ;
ສີ່: ຕ້ອງເປັນເຈົ້າການສ້າງ ແລະ ປັບປຸງກົນໄກ, ລະບຽບການຕ່າງໆ ໃນການຄຸ້ມຄອງບໍລິຫານລັດ-ຄຸ້ມຄອງເສດຖະກິດ-ສັງຄົມໃຫ້ລະອຽດຈະແຈ້ງ, ຮັດກຸມຄົ້ນຄວ້າກໍາແໜ້ນ ແລະ ຫັນຍຸດທະສາດຕ້ານການສໍ້ລາດບັງຫຼວງ ເປັນຂໍ້ກຳນົດລະບຽບການລະອຽດຂອງທຸກຂະແໜງການ ເພື່ອອັດຊ່ອງຫວ່າງທີ່ຈະເກີດມີການສໍ້ລາດບັງຫຼວງທຸກການຈັດຕັ້ງໃນລະບົບການເມືອງຕະຫຼອດ ຮອດສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດທັງພາກລັດ, ເອກະຊົນ ແລະ ຊັ້ນຄົນຕ່າງໆ ຕ້ອງປະຕິບັດ ແລະເຄົາລົບກົດໝາຍ;
ຫ້າ: ເອົາໃຈໃສ່ແກ້ໄຂຄໍາຮ້ອງ - ຄໍາສະເໜີຂອງສະມາຊິກພັກ, ພະນັກງານ ແລະ ພົນລະເມືອງຕາມຂອບເຂດສິດ ແລະຄວາມຮັບຜິດຊອບຂອງຕົນ ຕໍ່ການປະຕິບັດໜ້າທີ່ຂອງຄະນະພັກ, ສະມາຊິກພັກ, ພະນັກງານ ແລະການຈັດຕັ້ງ ຕ້ອງເລິກເຊິ່ງຮອບຄອບ, ພາວະວິໄສ, ຊັດເຈນ, ທ່ຽງທຳ, ວອງໄວທັນການ ແລະ ມີການປະສານສົມທົບຢ່າງກົມກຽວເປັນເອກະພາບກັບທຸກການຈັດຕັ້ງທີ່ກ່ຽວຂ້ອງ;
ຫົກ: ເພີ່ມທະວີການນຳພາ-ຊີ້ນໍາ ຂອງຄະນະພັກ ແລະອົງການປົກຄອງທຸກຂັ້ນຕໍ່ວຽກງານຕິດຕາມ,ກວດກາ ແລະ ການສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ,ມີການຕິດຕາມ, ກວດກາ, ຊຸກຍູ້ ແລະ ສ້າງທຸກເງື່ອນໄຂໃຫ້ຜູ້ກວດກາແຕ່ລະຂັ້ນ ໄດ້ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເປັນເຈົ້າການ ແລະ ມີປະສິດທິຜົນສູງ;
ເຈັດ: ຄະນະກວດກາພັກ ແລະ ຜູ້ກວດກາແຕ່ລະຂັ້ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບສູງ, ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງເຕັມສ່ວນຕາມຄຳຂວັນທີ່ວ່າ: “ກວດກາທົ່ວເຖິງ ເລິກເຊິ່ງ ໂປງໃສ ແກ້ໄຂບັນຫາຖືກຕ້ອງ, ເດັດຂາດ, ທັນການ ແລະ ເປັນທຳ” ແລະ ປະຕິບັດລະບອບລາຍງານສ່ອງແສງເປັນປົກກະຕິ;
ແປດ: ຕິດຕາມ, ກວດກາການປັບປຸງກົງຈັກການຈັດຕັ້ງ,ການສັບຊ້ອນພະນັກງານນັບທັງເບື້ອງພັກ ແລະ ເບື້ອງລັດ ໃຫ້ສອດຄ່ອງ ແລະໜັກແໜ້ນເຂັ້ມແຂງ, ຕິດຕາມ,ກວດກາ ການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ
