ຄະນະກວດກາພັກ, ອົງການກວດກາລັດເມືອງໄຊເສດຖາ ແຂວງອັດຕະປື ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ຜູ້ກວດກາໜ່ວຍພັກ ຢູ່ຫ້ອງການສາທາລະນະສຸກເມືອງ
23/05/2025

ວັນທີ 21 ພຶດສະພາ 2025, ຄະນະກວດກາພັກ, ອົງການກວດກາລັດເມືອງໄຊເສດຖາ ແຂວງອັດຕະປື ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ຜູ້ກວດກາໜ່ວຍພັກ ຢູ່ຫ້ອງການສາທາລະນະສຸກເມືອງ ໃຫ້ກຽດຕ້ອນຮັບໂດຍ ທ່ານ ນາງ ສົມສະໜິດ ພິຈິດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງການສາທາລະນະສຸກ ພ້ອມດ້ວຍຄະນະໜ່ວຍພັກ, ຄະນະຫ້ອງການ ແລະ ຫົວໜ້າໜ່ວຍງານຂອງຂະແໜງການ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ນາງ ສົມສະໜິດ ພິຈິດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ຂອງໜ່ວຍພັກ ໃນໄລຍະ 6 ເດືອນຕົ້ນປີ 2025 ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ ໃນການນໍາພາ-ຊີ້ນໍາຂອງຄະນະພັກເປັນຕົ້ນແມ່ນ ໄດ້ເອົາໃຈໃສ່ເຜີຍແຜ່, ເຊື່ອມຊືມ ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນ ຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນປົກກະຕິ. ເອົາໃຈໃສ່ຕິດຕາມ, ກວດກາການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ຂອງບັນດາສະມາຊິກພັກ ແລະ ໜ່ວຍງານຂະແໜງການທີ່ຂຶ້ນກັບສິດຄຸ້ມຄອງຂອງຕົນ ເຫັນໄດ້ວ່າ ຫຼາຍໜ້າວຽກສໍາເລັດຕາມແຜນການທີ່ວາງໄວ້. ຜ່ານການຕິດຕາມ, ກວດກາ ກໍ່ຍັງມີດ້ານອ່ອນຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຄະນະໜ່ວຍພັກຈະຕ້ອງໄດ້ສືບຕໍ່ແກ້ໄຂ ໃນຕໍ່ໜ້າ. ພ້ອມນີ້ກໍ່ຍັງວາງທິດທາງແຜນການ 6 ເດືອນທ້າຍປີ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການປະຈໍາປີ ທີ່ໄດ້ວາງໄວ້.



ກອງປະຊຸມກໍ່ຍັງໄດ້ລົງນາມເຊັນບົດບັນທຶກ ການມອບ-ຮັບ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ລະຫວ່າງຄະນະກວດກາພັກເມືອງ ກັບ ຜູ້ກວດກາໜ່ວຍພັກຫ້ອງການສາທາລະນະສຸກ ອີກດ້ວຍ.
ໃນຕອນທ້າຍ ທ່ານ ອຸດສະຫະ ກົມມະເມືອງ ປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນແມ່ນບັນດາສະຫາຍໃນຄະນະພັກ ຕ້ອງເພີ່ມທະວີໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ເລິກເຊິ່ງ ແລະ ຕໍ່ເນື່ອງ, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ-ແບບແຜນວິທີເຮັດວຽກ ແລະ ແບ່ງຄວາມຮັບຜິດຊອບໃຫ້ລະອຽດຂາດຕົວ. ເອົາໃຈໃສ່ເພີ່ມທະວີຕໍ່ວຽກງານຕິດຕາມ, ກວດກາ ໃຫ້ໄດ້ເຄື່ອນໄຫວຢ່າງເປັນປົກກະຕິ.
ໂດຍ: ອານັນ ພິມມະເສນ