ເມືອງ ຮຸນ ຈັດກອງປະຊຸມວຽກງານກວດກາ ປະຈໍາປີ 2024

22/05/2025

ເມືອງ ຮຸນ ຈັດກອງປະຊຸມວຽກງານກວດກາ ປະຈໍາປີ 2024

ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2025 ນີ້ ຢູ່ທີ່ສະໂມສອນເມືອງຮຸນ ແຂວງ ອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2024 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ນ. ຄໍາໝັ້ນ ແກ້ວບຸນຫວນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີສະຫາຍ ວາລີ ຈືວາເຢັງ ກໍາມະການພັກແຂວງ ປະທານ ກວດກາພັກ-ອົງການກວດກາລັດແຂວງ, ສະຫາຍ ໂອໄຊ ສີສຸພັນ ກໍາມະການປະຈໍາພັກເມືອງ ປະທານ ກວດກາພັກ-ລັດເມືອງຮຸນ, ມີບັນດາສະຫາຍ ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ສອງກອງບັນຊາການປກຊ-ປກສ, ລັດວິສາຫະກິດ, ກຸ່ມທະນາຄານ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຜູ້ເຮັດວຽກງານກວດກາຄະນະພັກຮາກຖານ, ຜູ້ເຮັດວຽກງານກວດກາໜ່ວຍພັກບັນດາຫ້ອງການອ້ອມຂ້າງເມືອງ ແລະ ຄະນະຮັບຜິດຊອບກອງປະຊຸມເຂົ້າຮ່ວມ.

ໃນກອງປະຊຸມໄດ້ຜ່ານ ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງເມືອງ, ຜ່ານບົດລາຍງານການຕິດຕາມ ການສົ່ງບົດສະຫຼຸບ ໜ່ວຍພັກອ້ອມຂ້າງເມືອງ. ພ້ອມນີ້ ຍັງໄດ້ເຜີຍແຜ່ບັນດາເອກະສານຕ່າງໆທີ່ພົວພັນເຖິງວຽກງານກວດກາເປັນຕົ້ນແມ່ນ ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບອົງການກວດສອບແຫ່ງລັດ; ບົດບັນທຶກລະຫວ່າງຄະນະກວດກາແຂວງອຸດົມໄຊກັບອົງການກວດສອບປະຈໍາພາກເໜືອ 02; ລະບຽບການ ວ່າດ້ວຍການຮັກສາ ເອກະສານການກວດກາລັດ ເລກທີ 138/ອກຫລ; ບົດບັນທຶກການປະສານງານລະຫວ່າງ ອົງການກວດກາແຫ່ງລັດ ກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດໃນການດໍາເນີນຄະດີການສໍ້ລາດບັງຫຼວງ ແລະ ບົດບັນທຶກການປະສານງານ ລະຫວ່າງ ສານປະຊາຊົນສູງສຸດ ກັບອົງການກວດກາແຫ່ງລັດກ່ຽວກັບ ການດໍາເນີນຄະນະດີ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ຢ່າງກົງໄປກົງມາ ໂອກາດດຽວກັນນີ້ ເພື່ອເຮັດໃຫ້ຜູ້ເຮັດວຽກງານກວດກາພາຍໃນເມືອງມີຄວາມເຂົ້າໃຈຕໍ່ວຽກງານຢ່າງເລິກເຊິ່ງ ສະຫາຍ ວາລີ ຈືນໍເຢັງ ກໍາມະການພັກແຂວງ ປະທານກວດກາພັກ-ລັດແຂວງໄດ້ຊີ້ແຈງກ່ຽວກັບພາລະບົດບາດ ໜ້າທີ່ຂອງຄະນະກວດກາຂັ້ນຕ່າງໆຕື່ມອີກ.
ຕອນທ້າຍກອງປະຊຸມ ສະຫາຍ ນ. ຄໍາໝັ້ນ ແກ້ວບຸນຫວນ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ດ້ານດີ-ຜົນສໍາເລັດຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ, ໃນໄລຍະ 01 ປີຜ່ານມາ ພ້ອມເນັ້ນໜັກບາງບັນຫາຄົງຄ້າງທີ່ຄະນະກວດກາເມືອງຄວນເອົາໃຈໃສ່ປັບປຸງ ແລະ ແກ້ໄຂໃນຕໍ່ໜ້າເປັນຕົ້ນແມ່ນ ຄວາມຮັບຜິດຊອບຂອງຄະນະພັກ ຕໍ່ການຕິດຕາມ, ກວດກາ ແລະ ຄວາມຮັບຜິດຊອບຂອງຜູ້ເຮັດວຽກງານຕິດຕາມ, ກວດກາ ໃຫ້ກຳໄດ້ພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ເພື່ອເຮັດໃຫ້ວຽກງານຕິດຕາມ, ກວດກາມີຄວາມເຂັ້ມແຂງ, ໜັກແໜ້ນຫຼາຍກວ່າເກົ່າ.
ພາບ/ຂ່າວ: ສົມບິກ ດວງທະລາ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)