21/05/2025

ໃນວັນທີ 15 ພຶດສະພາ 2025 ທີ່ຫ້ອງປະຊຸມຊັ້ນ III ສໍານັກງານປົກຄອງເມືອງວຽງທອງ, ແຂວງບໍລິຄໍາໄຊ ຄະນະກວດກາພັກ-ອົງການກວດກາລັດເມືອງ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວເມືອງປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ຂຶ້ນ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ອາລຸນສັກ ປະທໍາມະວົງ ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະກວດກາພັກ-ລັດເມືອງ, ຜູ້ກວດກາໜ່ວຍພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັງຟັງການເຜີຍແຜ່ ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສຸງສຸດ ໃນການດໍາເນີນຄະດີສໍ້ລາດບັງຫຼວງ; ບົດບັນທຶກການປະສານງານ ລະຫວ່າງ ສານປະຊາຊົນສູງສຸດ ກັບ ອົງການກວດກາແຫ່ງລັດກ່ຽວກັບການດຳເນີນຄະດີ; ບົດບັນທຶກການປະສານງານ ລະຫ່ວາງ ອົງການກວດກາລັດ ກັບ ອົງການກວດສອບແຫ່ງລັດ ແລະ ລະບຽບການວ່າດ້ວຍການຮັກສາເອກະສານກ່ຽວກັບວຽກງານກວດກາ. ນອກຈາກນີ້, ຍັງໄດ້ຮັບຟັງການເຜີຍແຜ່ແຈ້ງການແນະນໍາ ຂອງຄະນະກວດກາສູນກາງພັກ ກ່ຽວກັບການກຳນົດຕຳແໜ່ງງານ ຂອງຄະນະກວດກາພັກ, ອົງການກວດກາລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງ, ກະຊວງ-ອົງການ ແລະ ທ້ອງຖິ່ນ. ຫຼັງຈາກນັ້ນ, ກໍ່ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາປະຈຳປີ 2024 ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້; ໃນໄລຍະຜ່ານມາຄະນະກວດກາພັກ-ລັດ ໄດ້ເອົາໃຈໃສ່ປະຕິບັດຕາມສິດ, ພາລະບົດບາດຂອງຕົນ ໂດຍສະເພາະແມ່ນວຽກງານຄົ້ນຄວ້າເຊື່ອມຊືມນິຕິກໍາຕ່າງໆຂອງພັກ-ລັດ, ວຽກງານຕິດຕາມກວດກາກໍ່ສ້າງພັກ, ຂະຫຍາຍພັກຕາມ 5 ຫຼັກການ, 3 ທິດຊີ້ນໍາຂອງພັກ, ວຽກງານຕິດຕາມ, ກວດກາໂຄງການລົງທຶນຂອງລັດ, ວຽກງານແຈ້ງຊັບສິນ, ຕິດຕາມ, ກວດກາວຽກງານການເງິນ, ວຽກງານຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ແລະ ວຽກງານອື່ນໆ ທີ່ຢູ່ໃນສິດພາລະບົດບາດຂອງຕົນຢ່າງມີຄວາມຮັບຜິດຊອບ ແລະ ມີຜົນສໍາເລັດສູງ.