ເມືອງປາກກະດິງ ສະຫຼຸບວຽກງານກວດກາ ທົ່ວເມືອງ ປະຈຳປີ 2024

19/05/2025

ເມືອງປາກກະດິງ ສະຫຼຸບວຽກງານກວດກາ ທົ່ວເມືອງ ປະຈຳປີ 2024

ໃນຕອນເຊົ້າວັນທີ 15 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ໄດ້ຈັດກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2024 ທົ່ວເມືອງ ປາກກະດິງຂຶ້ນ. ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ເພັງ ເພີນຈິດ ຮອງເລຂາພັກເມືອງ ປະທານກວດກາພັກ - ລັດເມືອງປາກກະດິງ ແລະ ສະຫາຍ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ, ມີຮອງເລຂາ ແລະ ຜູ້ກວດກາໜ່ວຍພັກພາຍໃນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025. ເຊິ່ງໄລຍະຜ່ານມາ ຄະນະພັກ-ຄະນະນຳ ເມືອງປາກກະດິງ ໄດ້ຖືເອົາວຽກງານຕິດຕາມ-ກວດກາພັກ ແມ່ນວຽກງານໜຶ່ງທີ່ສຳຄັນ ແລະ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກແຕ່ລະຂັ້ນ ຖືເປັນຂອດສຳຄັນໃນການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ ຂອງຄະນະພັກທີ່ກຳນົດໄວ້ໃນກົດລະບຽບຂອງພັກ. ຄະນະພັກສ່ວນຫຼາຍຍັງຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມເປັນແບບຢ່າງນຳໜ້າໃນຖານະເປັນພະນັກງານການນຳ. ມາຮອດປະຈຸບັນໄດ້ດໍາເນີນກອງປະຊຸມໃຫຍ່ໜ່ວຍພັກຮາກຖານບ້ານ ສຳເລັດ 47 ບ້ານ ເທົ່າເກັບ 100%, ປະຈຸບັນທົ່ວເມືອງ ມີໜ່ວຍພັກທັງຫມົດ 103 ຫນ່ວຍພັກ ສາມາດຕິລາຄາຈັດແບ່ງປະເພດໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນໄດ້ 95 ໜ່ວຍພັກ, ໜ່ວຍພັກກາງ 03 ໜ່ວຍພັກ ແລະ ໜ່ວຍພັກອ່ອນ 05 ໜ່ວຍພັກ; ສາມາດຢັ້ງຢືນເປັນເປັນສະມາຊິກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ 1,517 ສະຫາຍ, ຍິງ 378 ສະຫາຍ, ສະມາຊິກພັກກາງ 54 ສະຫສຍ, ຍິງ 12 ສະຫາຍ ແລະ ບໍ່ໄດ້ຈັດປະເພດ 97 ສະຫາຍ, ຍິງ 10 ສະຫາຍ (ຍ້ອນເປັນສະມາຊິກພັກບໍານານ, ເສຍອົງຄະ, ເຖົ້າແກ່ສະລາ, ສຸຂະພາບບໍ່ແຂງແຮງ). ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດ, ຄຳເຫັນ ຮ່ວມກັນຢ່າງກົງໄປກົງມາຕໍ່ກັບບົດສະຫຼຸບ ແລະ ທິດທາງແຜນການ ຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມຕໍ່ກັບວຽກງານບາງດ້ານອີກດ້ວຍ. ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນຳກ່ຽວກັບວຽກງານກວດກາຈາກການນຳຂັ້ນເມືອງ ເພື່ອເຮັດໃຫ້ການເຄື່ອນໄຫວປະຕິບັດໜ້າທີ່ຢ່າງມີປະສິດທິພາບ ແລະ ໜັກແໜ້ນຕື່ມອີກ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)