19/05/2025

ກອງປະຊຸມສະຫຼຸບວຽກງານກວດກາທົ່ວແຂວງສາລະວັນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 14 ພຶດສະພາ 2025 ນີ້ ຢູ່ທີ່ສະໂມສອນແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ສົມສັກ ທົງຄຳຫານ ກຳມະການພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງສາລະວັນ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງແຂວງສາລະວັນ, ມີກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ-ຮອງຫົວໜ້າພະແນກການ, ປະທານກວດກາພັກບັນດາເມືອງ, ຜູ້ກວດກາໜ່ວຍພັກບັນດາພະແນກການ, ລັດວິສາຫະກິດອ້ອມຂ້າງແຂວງ ແລະ ພະນັກງານກວດກາເຂົ້າຮ່ວມ.ໃນກອງປະຊຸມ ສະຫາຍ ສົມສັກ ທົງຄຳຫານ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະພ້ອມກັນສະຫຼຸບຕີລາຄາຄືນຜົນໄດ້ຮັບທັງໝົດ, ນັບທັງດ້ານດີ ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ຄົ້ນຄວ້າພິຈາລະນາຄໍາຮ້ອງ-ຄໍາສະເໜີ ປີ 2024, ເຊິ່ງຈະໄດ້ຄົ້ນຄວ້າປຶກສາຫາລືບັນຫາຕ່າງໆໃຫ້ເລິກເຊິ່ງ ເພື່ອເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂຂໍ້ຄົງຄ້າງ. ຈາກນັ້ນ, ສະຫາຍ ແສງທອງ ສີອ່ອນສາ ໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການປີ 2025, ເຊິ່ງໃນ 1 ປີຜ່ານມາ ໄດ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄໍາສັ່ງ ຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ໃນການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ດໍາເນີນການກວດກາລາຍຮັບ-ລາຍຈ່າຍ ແລະ ການຄຸ້ມຄອງ-ນໍາໃຊ້ເງິນກອງທຶນທາງ ແຕ່ປີ 2020-2023. ໃນນັ້ນ, ງົບປະມານກອງທຶນທາງບ້ວງ 80% ທີ່ກະຊວງໂຍທາທິການ-ຂົນສົ່ງ ເປັນຜູ້ຄຸ້ມຄອງ-ນໍາໃຊ້ ຈໍານວນ 05 ໂຄງການ (14 ສັນຍາ), ມູນຄ່າຕາມສັນຍາ 81.14 ຕື້ກີບ, ມູນຄ່າປະຕິບັດໄດ້ 71.51 ຕື້ກີບ ແລະ ງົບປະມານກອງທຶນທາງບ້ວງ 20% ທີ່ມອບໃຫ້ແຂວງຄຸ້ມຄອງ-ນໍາໃຊ້ ມີທັງໝົດ 95 ໂຄງການ, ມູນຄ່າຕາມສັນຍາ 51.87 ຕື້ກີບ, ມູນຄ່າປະຕິບັດໄດ້ 51.87 ຕື້ກີບ, ຜ່ານການກວດກາພົບເຫັນຫຼາຍສັນຍາ ບໍ່ທັນໄດ້ຢັ້ງຢືນຄວາມຖືກຕ້ອງຈາກທະບຽນສານ ແລະ ຍັງບໍ່ທັນໄດ້ຈົດທະບຽນຊັບສິນ; ໄດ້ດໍາເນີນກວດກາການນໍາເຂົ້ານໍ້າມັນເຊື້ອໄຟ ຜ່ານດ່ານສາກົນຢູ່ແຂວງ ສາລະວັນ ແຕ່ປີ 2019-2023 ຈຳນວນ 05 ບໍລິສັດ ເຫັນວ່າມີການນໍາເຂົ້ານໍ້າມັນເຊື່ອໄຟຖືກຕ້ອງຕາມລະບຽບການ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບັນດາເອກສານທີ່ສຳຄັນທີ່ຕິດພັນກັບວຽກງານກວດກາ, ພ້ອມທັງຮ່ວມກັນຄົ້ນຄວ້າປະກອບຄຳເຫັນໃສ່ບົດສະຫຼຸບ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ.