ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາປະຈຳປີ 2024 ຂອງແຂວງ ອຸດົມໄຊ

16/05/2025

ກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາປະຈຳປີ 2024 ຂອງແຂວງ ອຸດົມໄຊ

ໃນຕົ້ນເດືອນ ເມສາ 2025 ຄະນະກວດກາພັກ, ອົງການກວດກາລັດແຂວງ ອຸດົມໄຊ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງ ປະຈຳປີ 2024 ຢູ່ຫ້ອງປະຊຸມ ຫ້ອງວ່າການແຂວງ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ວາລີ ຈືນໍເຢັງ ກຳມະການພັກແຂວງ, ປະທານຄະນະກວດກາພັກແຂວງ, ປະທານອົງການກວດກາລັດແຂວງ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງ, ມີບັນດາສະຫາຍ ກຳມະການພັກແຂວງ, ຜູ້ຕາງໜ້າທີ່ເຮັດວຽກງານກວດກາຈາກພະແນກການ, ອົງການ, ກົມກອງ ແລະ ຄະນະກວດກາພັກເມືອງ 7 ເມືອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ໄດ້ພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XI ແລະ ຜັນຂະຫຍາຍເນື້ອໃນ ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2024 ເຂົ້າເຂົ້າໃນການເຄື່ອນໄຫວວຽກງານກວດກາຕົວຈິງ ໂດຍສະເພາະການເຄື່ອນໄຫວວຽກງານກວດກາ ຕາມທິດທາງແຜນການປີ 2025. ຄຽງຄູ່ກັນນີ້, ຍັງໄດ້ເຜີຍແຜ່ ແລະ ເຊື່ອມຊຶມເອກະສານສຳຄັນຈຳນວນໜຶ່ງ ເປັນຕົ້ນ: ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບແຫ່ງລັດ; ບົດບັນທຶກ ການປະສານງານລະຫວ່າງ ອົງການກວດກາລັດແຂວງ ກັບ ອົງການກວດສອບປະຈຳພາກເໜືອ 2; ລະບຽບການ ວ່າດ້ວຍການຮັກສາເອກະສານ ການກວດກາລັດ ເລກທີ 138/ອກຫລ, ລົງວັນທີ 9 ເມສາ 2024; ບົດບັນທຶກ ການປະສານງານລະຫວ່າງ ອົງການກວດກາແຫ່ງລັດ ກັບ ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດຳເນີນຄະດີການສໍ້ລາດບັງຫຼວງ ສະບັບລົງວັນທີ 29 ມັງກອນ 2024 ແລະ ບົດບັນທຶກ ການປະສານງານລະຫວ່າງ ສານປະຊາຊົນສູງສຸດ ກັບ ອົງການກວດກາແຫ່ງລັດ ກ່ຽວກັບ ການດຳເນີນຄະດີ.

ໂອກາດນີ້ ສະຫາຍ ອູ່ແສງ ເພັດຊະວົງ ຮອງປະທານ ຄະນະກວດກາພັກ, ຮອງປະທານ ອົງການກວດກາລັດແຂວງ ໄດ້ຜ່ານບົດສະຫຼຸບ ຕີລາຄາ ການເຄື່ອນໄຫວວຽກງານ ຕິດຕາມ, ກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄຳຮ້ອງ-ຄຳສະເໜີ, ການຕິດຕາມ-ກວດກາການແກ້ໄຂຜົນຂອງການກວດກາ ແລະ ປັບປຸງກົງຈັກການຈັດຕັ້ງປີ 2024 ພາຍຫຼັງທີ່ໄດ້ຮັບຟັງການລາຍງານແລ້ວບັນດາຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາໃສ່ຮ່າງບົດສະຫຼຸບເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນກ່ວາເກົ່າ.
ໃນຕອນທ້າຍກອງປະຊຸມ ສະຫາຍ ວາລີ ຈືນໍເຢັງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ຮຽກຮ້ອງ ແລະ ເນັ້ນໜັກຫຼາຍບັນຫາໃຫ້ຜູ້ແທນກອງປະຊຸມໂດຍສະເພາະບັນດາຜູ້ເຮັດວຽກງານກວດກາພັກ-ລັດ ຕ້ອງເພີ່ມທະວີການນໍາພາ-ຊີ້ນໍາເອົາໃຈໃສ່ຕໍ່ການຕິດຕາມ, ກວດກາການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນໃນແຕ່ລະດ້ານ, ພ້ອມທັງຕີຕ້ານປະກົດການຫຍໍ້ທໍ້ທຸກກົນອຸບາຍຂອງບຸກຄົນບໍ່ຫວັງດີ, ເພີ່ມຄວາມຮັບຜິດຊອບໃນສິດ, ພາລະບົດບາດຂອງຕົນ, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງວາງອອກໂດຍສະເພາະນິຕິກໍາຕ່າງໆທີ່ກ່ຽວຂ້ອງໃຫ້ບັນດາພະນັກງານ-ລັດຖະກອນໃນຂົງເຂດຕົນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.
ໂດຍ ສີແພງ ດາລາສະຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)