14/05/2025

ໃນວັນທີ 8 ພຶດສະພາ 2025 ເມືອງວຽງພູຄາ ໄດ້ຈັດກອງປະຊຸມວຽກງານກວດກາປະຈໍາປີ 2024 ຂຶ້ນຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ທ່ານ ສອນເພັດ ກິງມາລາ ກໍາມະການປະຈໍາພັກເມືອງ ປະທານຄະນະກວດກາພັກ, ອົງການກວດກາລັດເມືອງ, ເປັນກຽດເຂົ້າຮ່ວມ ຂອງທ່ານ ບຸນຊົງ ວາໄຊຢີ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ວຽງພູຄາ, ມີບັນດາກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ, ຜູ້ຮັບຜິດຊອບວຽກງານກວດກາ,ເລຂາຄະນະພັກຮາກຖານເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ສອນເພັດ ກິງມາລາ ໄດ້ກ່າວເປີດກອງປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ສະຫຼຸບຕີລາຄາຄືນວຽກງານກວດກາ ນັບທັງດ້ານດີ ຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມນີ້ກໍ່ຈະໄດ້ຄົ້ນຄວ້າປຶກສາຫາລືບັນຫາຕ່າງໆ ໃຫ້ເລິກເຊິ່ງເຮັດໃຫ້ຜົນສໍາເລັດທີ່ຍາດມາໄດ້ກໍຄືດ້ານອ່ອນ-ຄົງຄ້າງ, ໄດ້ຮັບການປັບປຸງ ຢ່າງຖືກຕ້ອງຊັດເຈນຕາມຄວາມເປັນຈິງ, ສາມາດຖອດຖອນໃຫ້ໄດ້ບົດຮຽນ ກໍຄື ບັນຫາຕົວຈິງ ເພື່ອເປັນບ່ອນອີງ ໃຫ້ການປັບປຸງແກ້ໄຂໃນຕໍ່ໜ້າ.
ຫຼັງຈາກນັ້ນ ກໍ່ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາປະຈໍປີ 2024 ແລະ ແຜນການ 2025. ໃນ 1 ປີຜ່ານມາຄະນະກວດກາເມືອງວຽງພູຄາ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີການປະສານສົມທົບກັບຄະນະພັກຂັ້ນຕ່າງໆ ເພື່ອຊຸກຍູ້, ຕິດຕາມ, ກວດກາ ປະເມີນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການຈັດແບ່ງປະເພດສະມາຊິກພັກ, ປັດຈຸບັນ ໄດ້ມີການລົງວິໄນໃນລະດັບຕ່າງໆ ຕໍ່ສະມາຊິກພັກ ທັງໝົດ 36 ສະຫາຍ ຮູບການວິໄນຄື:ຂັ້ນຕິຕຽນຄວາມຜິດ 23 ສະຫາຍ, ຂັ້ນກ່າວເຕືອນຄວາມຜິດ 12 ສະຫາຍ, ລຶບຊື່ອອກຈາກພັກ 1 ສະຫາຍ; ກວດກາການບຸກລຸກຖາງປ່າສະຫງວນພົບເຫັນຜູ້ກະທຳຜິດ 7 ຄອບຄົວ, ແກ້ໄຂຕາມລະບຽບການພ້ອມທັງປັບໃໝຜູ້ລະເມີດ ເປັນເງິນ 84,000,000 ກິບ, ເກັບກໍາຂໍ້ມູນຕ່າງໆຕາມຫາງສຽງ ແລະ ລາຍງານຂອງສັງຄົມພາຍໃນເມືອງໄດ້ 10 ເປົ້າໝາຍ, ກວດກາຕາມຄໍາສັ່ງຂອງຂັ້ນເທິງກ່ຽວກັບການລັກລອບເລື່ອຍໄມ້ຂອງປະຊາຊົນພາຍໃນເມືອງພົບເຫັນໄມ້ແປຮູບທັງໝົດ 107,4 ແມັດກ້ອນ ປັບໃໝຜູ້ລະເມີດ ເປັນເງິນ 162.788.000 ກີບ ເງິນຈໍານວນດັ່ງກ່າວແມ່ນມອບເຂົ້າຄັ້ງເງິນແຫ່ງຊາດຕາມລະບຽບການ, ໄດ້ຮັບຄໍາຮ້ອງ, ຄໍາສະເໜີຂອງຜົນລະເມືອງທັງໝົດ 2 ສະບັບ, ນອກນີ້ ຍັງດໍາເນີນການຕິດຕາມ, ກວດກາປົກກະຕິ, ກວດກາຕາມຄຳສັ່ງ, ຕາມການສະເໜີຂອງພົນລະເມືອງ, ອັນພົ້ນເດັ່ນແມ່ນກວດກາບັນຫາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງພາຍໃນເມືອງ ແລະ ອື່ນໆ. ພາຍຫຼັງໄດ້ຮັບຟັງການຜ່ານບົດສະຫຼຸບແລ້ວຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄໍາເຫັນຕໍ່ກັບ ວຽກງານການກວດກາ ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ ແລະ ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ຕາມການເຈາະຈີ້ມ ຂອງປະທານກອງປະຊຸມ ແລະ ປະກອບຄໍາເຫັນຕໍ່ຮ່າງບົດສະຫລຸບ ຕີລາຄາການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ລວມທັງ ທິດທາງແຜນການ ເຄື່ອນໄຫວວຽກຈຸດສຸມໃນປີ 2025 ຕື່ມອີກ.