ກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງຫ້ອງວ່າການສຳນັກງານປະທານປະເທດ

09/05/2025

ກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງຫ້ອງວ່າການສຳນັກງານປະທານປະເທດ

ໃນວັນທີ 9 ພຶດສະພາ 2025 ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂຶ້ນ ຢູ່ທີ່ຫ້ອງປະຊຸມ ຊັ້ນ II ຫ້ອງວ່າການສໍານັກງານປະທານປະເທດ. ໂດຍການເປັນປະທານຮ່ວມຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ແລະ ສະຫາຍ ປອ ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ ຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ. ມີບັນດາ ສະຫາຍຄະນະພັກ, ຄະນະໜ່ວຍພັກ ແລະ ພະນັກງານ-ລັດຖະກອນ ຫ້ອງວ່າການສໍານັກງານປະທານປະເທດ ເຂົ້າຮ່ວມ.

ໃນພິທີ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ໄດ້ກ່າວເປີດກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງວຽກງານກວດກາ ແລະ ຈະໄດ້ພ້ອມກັນປະກອບຄຳຄິດເຫັນ, ສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ຊອກໃຫ້ເຫັນດ້ານດີທີ່ຕ້ອງຜັນຂະຫຍາຍ, ຂໍ້ຄົງຄ້າງທີ່ຕ້ອງແກ້ໄຂ ແລະ ວາງທິດທາງແຜນການໃນປີ 2025. ຫຼັງຈາກນັ້ນ, ສະຫາຍ ຄຳຕາ ລາດສະວົງ, ຄະນະພັກ, ປະທານກວດກາພັກ ຫົວໜ້າກົມຈັດຕັ້ງ ແລະ ກວດກາ ກໍ່ໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງ ຫ້ອງວ່າການສໍານັກງານປະທານປະເທດ. ເຊິ່ງມີຜົນສຳເລັດໃນຫຼານດ້ານ ເປັນຕົ້ນ: ຄະນະພັກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢູ່ພາຍໃນ, ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບພັກ, ກົດໝາຍຂອງລັດເວົ້າລວມ, ເວົ້າສະເພາະແມ່ນພາລະບົດບາດວຽກງານກວດກາພັກ-ລັດ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍການກວດກາລັດ, ກົມໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ, ຍຸດທະສາດການສໍ້ລາດບັງຫຼວງ. ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ 4 ເອກະສານທີ່ສໍາຄັນຄື: 1 ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງ ລັດ ກັບກະຊວງປ້ອງກັນ ຄວາມສະຫງົບ, ກະຊວງຍຸຕິທຳ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດໍາເນີນຄະດີ ການສໍ້ລາດ ບັງຫຼວງ ສະບັບລົງວັນທີ 29 ມັງກອນ 2024; 2 ລະບຽບການວ່າດ້ວຍການຮັກສາເອກະສານ ກ່ຽວກັບການ ກວດກາ ສະບັບເລກທີ 138/ອກຫລ, ລົງວັນທີ 09 ເມສາ 2024; 3 ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາ ແຫ່ງລັດກັບອົງການກວດ ສອບແຫ່ງລັດ, ສະບັບລົງວັນທີ 14 ກຸມພາ 2024; 4 ບົດບັນທຶກການປະສານງານ ລະຫວ່າງ ສານປະຊາຊົນສູງສຸດ ກັບອົງການກວດກາແຫ່ງລັດ ກ່ຽວກັບການດໍາເນີນຄະດີ ສະບັບລົງວັນ ທີ 11 ມີນາ 2024. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ແລກປ່ຽນຄຳຄິດ, ຄຳເຫັນ ຕໍ່ກັບການປະຕິບັດໜ້າທີ່, ບັນດານິຕິກຳຕື່ມອີກ. ຫຼັງຈາກນັ້ນ, ສະຫາຍ ປອ ດາວບົວລະພາ ບາວົງເພັດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ສຳຄັນ ຂອງວຽກງານຕິດຕາມ, ກວດກາ ແລະ ບັນດາບົດຮຽນຕົວຈິງກ່ຽວກັບວຽກງານກວດກາພັກ ທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຍັງໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍຮຽກຮ້ອງມາຍັງບັນດາສະຫາຍຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເປັນເຈົ້າການ ແລະ ຮີບຮ້ອນນຳເອົາບັນດາຈິດໃຈ, ເນື້ອໃນຂອງກອງປະຊຸມຄັ້ງນີ້ ຫັນເປັນແຜນຜັນຂະຫຍາຍຕົວຈິງຂອງຄະນະກວດກາໜ່ວຍພັກ ແລ້ວລາຍງານຕໍ່ຄະນະພັກ ຫ້ອງວ່າການສໍານັກງານປະທານປະເທດ, ເພື່ອມີການຊີ້ນໍາເອກະພາບໃນການຈັດຕັ້ງເຜີຍແຜ່ໃຫ້ແກ່ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ ເຂົ້າໃຈຖືກຕ້ອງ ແລະ ກຳແໜ້ນບັນດາເນື້ອໃນຈິດໃຈຕົ້ນຕໍທີ່ຕ້ອງປະຕິບັດ, ສູ້ຊົນສ້າງການຫັນປ່ຽນແບບບຸກທະລຸທີ່ເປັນຮູບປະທໍາ, ໂດຍສະເພາະໃນການສືບຕໍ່ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກ ຫ້ອງວ່າການສໍານັກງານປະທານປະເທດ ກໍຄືເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຢ່າງຖືກຕ້ອງ ແລະ ເຂັ້ມງວດ, ຮັບປະກັນຄວາມສະຫງົບ ແລະ ຄວາມຍຸຕິທຳໃນສັງຄົມ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)