ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024

07/05/2025

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈຳປີ 2024

ໃນວັນທີ 28 ເມສາ 2025 ຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ ປະຈໍາປີ 2024 ຂຶ້ນ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ. ສັນຕິສຸກ ສົມມາລາວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ໄຊຄໍາ ອຸ່ນມີໄຊ ຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍກຳມະການບໍລິຫານງານພັກກະຊວງ, ເລຂາຄະນະພັກຮາກຖານ, ເລຂາຄະນະໜ່ວຍພັກຮາກຖານ ບັນດາກົມ/ທຽບເທົ່າ ອ້ອມຂ້າງກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ ຈໍານວນ 83 ສະຫາຍ, ຍິງ 28 ສະຫາຍ.ໃນກອງປະຊຸມ, ສະຫາຍ ນາງ ສຸພາລັກ ສີລາເພັດ ຮອງປະທານຄະນະກວດກາພັກກະຊວງ, ເລຂາໜ່ວຍພັກຮາກຖານກົມ, ຮັກສາການຫົວໜ້າກົມກວດກາ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ຂອງຄະນະກວດກາພັກກະຊວງ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະແມ່ນ ວຽກງານຄົ້ນຄວ້າສ້າງ, ປັບປຸງ ແລະ ເຜີຍແຜ່ນິຕິກຳ, ວຽກງານຕິດຕາມກວດກາພັກ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບຳລຸງກໍ່ສ້າງພະນັກງານກວດກາ, ວຽກງານກວດກາລັດ ແລະ ແກ້ໄຂຜົນການກວດກາ. ສະເພາະໃນປີ 2024 ຜ່ານມາ, ຄະນະກວດກາພັກກະຊວງ ໄດ້ຕິດຕາມ, ກວດກາ ຈຳນວນ 38 ເປົ້າໝາຍ: ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ຈຳນວນ 08 ໂຄງການ. ໃນນັ້ນ, ສໍາເລັດໄປຕາມແຜນຈໍານວນ 07 ໂຄງການ, ສໍາເລັດລົງຕິດຕາມ ຊຸກຍູ້ ການເກັບກູ້ໜີ້ສິນຄືນ ແລະ ການດໍາເນີນຄະດີຕໍ່ພະນັກງານ ຂອງ ບໍລິສັດ ໄປສະນີລາວ ຈຳກັດ, ເກັບກູ້ຜົນເສຍຫາຍຄືນຈາກຍອດຍົກມາຕົ້ນປີ 2024 ຈໍານວນເງິນ 58,452,006,041 ກີບ. ພ້ອມດຽວກັນນັ້ນ, ກໍໄດ້ສໍາເລັດຄົ້ນຄວ້າກວດກາຄືນຕົວເລກໜີ້ສິນຂອງອາດີດພະນັກງານ ບໍລິສັດ ລັດວິສາຫະກິດ ໄປສະນີລາວ ສາຂາເຊກອງ ໃນເມື່ອກ່ອນ ຈຳນວນ 29 ເປົ້າໝາຍ, ຕັດສິນແລ້ວ 13 ເປົ້າໝາຍ, ເສຍຊີວິດ 01 ເປົ້າໝາຍ, ໂຕນໜີ 01 ເປົ້າໝາຍ ແລະ ຍັງບໍ່ທັນຕັດສິນ ຈຳນວນ 14 ເປົ້າໝາຍ. ນອກນັ້ນ, ຍັງໄດ້ມອບເຄື່ອງຂອງກາງຄະດີ ໃຫ້ກອງປະຕິບັດຄຳຕັດສິນຂອງສານປະຈຳນະຄອນຫຼວງ ຕາມຄຳພິພາກສາຂອງສານ ຈໍານວນ 02 ຄັ້ງ ເພື່ອນໍາໄປຂາຍມາໃຊ້ໜີ້ຄືນສະຖາບັນເງິນຝາກຂອງ ບໍລິສັດໄປສະນີ ແລະ ວຽກອື່ນໆ. ສໍາລັບແຜນວຽກຈຸດສຸມປີ 2025 ຄະນະກວດກາພັກກະຊວງ ແມ່ນຈະສືບຕໍ່ປະຕິບັດບັນດາໜ້າວຽກທີ່ຄົງຄ້າງ ແລະ ແຜນວຽກຈຸດສຸມທີ່ໄດ້ກໍານົດໄວ້ ໃນປີ 2025. ໃນພິທີ, ຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ 04 ເອກະສານສໍາຄັນທີ່ຕິດພັນກັບວຽກງານກວດກາ ໂດຍຄະນະກົມກວດກາ ແລະ ບົດໂອ້ລົມ ຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈຳປີ 2024.

ໃນຕອນທ້າຍ, ສະຫາຍ ປອ. ສັນຕິສຸກ ສີມມາລາວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານ ແລະ ຜູ້ເຮັດວຽກງານກວດກາ ທຸກສະຫາຍ ຈົ່ງເພີ່ມທະວີເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ດັ່ງຄໍາຂວັນທີ່ວ່າ “ກວດກາທົ່ວເຖິງ, ເລິກເຊິ່ງ, ໂປ່ງໃສ, ແກ້ໄຂບັນຫາຖືກຕ້ອງ, ເດັດຂາດ, ທັນການ ແລະ ເປັນທໍາ”, ເອົາໃຈໃສ່ ສຶກສາອົບຮົມໃຫ້ ສະມາຊິກພັກ-ພະນັກງານ ຮັບຮູ້ເຂົ້າໃຈກ່ຽວກັບໄພອັນຕະລາຍຂອງການສໍ້ລາດບັງຫຼວງ ຕໍ່ບຸກຄົນ, ການຈັດຕັ້ງ ແລະ ຕໍ່ປະເທດຊາດ, ເພີ່ມທະວີຄວາມຮັບຜິດຊອບນໍາພາ-ຊີ້ນໍາ ວຽກຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ຂອງສະມາຊິກພັກ-ພະນັກງານ ແລະ ພົນລະເມືອງ, ເສີມຂະຫຍາຍຄວາມຮູ້ຄວາມສາມາດທາງດ້ານທິດສະດີການເມືອງ-ການປົກຄອງ, ຄວາມຮູ້ຄວາມສາມາດທາງດ້ານວິຊາການຂອງພະນັກງານ, ພ້ອມທັງ ເພີ່ມທະວີ ແບບແຜນການນໍາພາ ແລະ ວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ.
ຂ່າວໂດຍ: ພຸດທະສັກ ບຸນສຸດທະວິ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)