ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດກອງປະຊຸມເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍການສະສາງລົດລັດ ສະບັບເລກທີ 169/ນຍ

07/05/2025

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດກອງປະຊຸມເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍການສະສາງລົດລັດ ສະບັບເລກທີ 169/ນຍ

ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2025 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍການສະສາງລົດລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ໃຫ້ກຽດເປັນປະທານໂດຍທ່ານ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ມີບັນດາທ່ານ ຮອງປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານບຳນານ ຜູ້ທີ່ນຳໃຊ້ລົດລັດ ເຂົ້າຮ່ວມ.
ໃນກອງປະຊຸມທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ຈາກກະຊວງການເງິນ ໄດ້ໃຫ້ກຽດເຜີຍແຜ່ ດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ແລະ ຂໍ້ຕົກລົງວ່າດ້ວຍການສະສາງລົດລັດ ສະບັບເລກທີ 169/ນຍ, ລົງວັນທີ 28 ທັນວາ 2023 ເຊິ່ງທ່ານໄດ້ອະທິບາຍໃນແຕ່ລະມາດຕາຢ່າງລະອຽດຈະແຈ້ງເພື່ອເຮັດໃຫ້ຜູ້ທີ່ນຳໃຊ້ລົດລັດຮັບຮູ້ເຂົ້າໃຈເພື່ອນຳໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ; ຈາກນັ້ນ ຕາງໜ້າພະແນກຄຸ້ມຄອງຊັບສິນ ຈາກຫ້ອງວ່າການສຳນັກງານນາຍົກ ກໍ່ໄດ້ໃຫ້ກຽດເຜີຍແຜ່ແຈ້ງການ ສະບັບເລກທີ 487/ຫສນຍ, ລົງວັນທີ 21 ມີນາ 2025 ກ່ຽວກັບການຈັດຕັ້ງປະຕິບັດ ດຳລັດ 599/ລບ, ຂໍ້ຕົກລົງ ເລກທີ 169/ນຍ ແລະ ຄຳແນະນຳ ເລກທີ 02/ຫສນຍ ກ່ຽວກັບການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ສະເພາະລົດປະຈຳຕຳແໜ່ງການນຳລະດັບສູງ ປະເພດ I ຫາ IV. ພາຍຫຼັງທີ່ໄດ້ຮັບຟັງການເຜີຍແຜ່ເອກະສານແລ້ວຜູ້ເຂົ້າຮ່ວມກ້ອງປະຊຸມກໍ່ໄດ້ປະກອບຄຳເຫັນ ແລະ ເຈາະຈີ້ມບາງບັນຫາທີ່ຍັງບໍ່ລະອຽດຈະແຈ້ງພ້ອມດຽວກັນນັ້ນກໍ່ໄດ້ມີການຊີ້ແຈງໄປແຕ່ລະຂໍ້ເຈາະຈີ້ມຕື່ມອີກ.ຕອນທ້າຍຂອງກອງປະຊຸມທ່ານ ວິໄລວັນ ບຸດດາຄຳ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ເນັ້ນໃຫ້ຄະນະຮັບຜິດຊອບຂອງອົງການກວດກາແຫ່ງລັດ ຮີບຮ້ອນປະສານງານ ແລະ ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ, ສຸມໃສ່ເກັບກຳຂໍ້ມູນ ແລະ ແກ້ໄຂລົດລັດທີ່ຍັງບໍ່ມີຊໍ້ມູນລະອຽດຈະແຈ້ງ, ຮີບຮ້ອນເກັບກຳເອກະສານສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຕາມກຳນົດເວລາ , ພາຍຫຼັງໄດ້ຂໍ້ມູນຄົບຖ້ວນໃຫ້ລາຍງານຄະນະປະຈຳກ່ອນສົ່ງໃຫ້ພາກສ່ວນກ່ຽວຂ້ອງຕາມຂັ້ນຕອນ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອດຳເນີນຕາມຂັ້ນຕອນຕ່າງໆໃຫ້ໄປຕາມກຳນົດເວລາ, ສະເໜີໃຫ້ພະນັກງານບຳນານຜູ້ທີ່ນຳໃຊ້ລົດລັດພ້ອມກັນປະຕິບັດໃຫ້ປະກົດຜົນເປັນຈິງຕາມລະດັບຄາດໝາຍ,ໃຫ້ຮີບຮ້ອນປະກອບແບບຟອມໃຫ້ສຳເລັດ ແລະ ສົ່ງຄຶນຫ້ອງການຢ່າງຮີບດ່ວນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)