ກະຊວງພາຍໃນຈັດກອງປະຊຸມວຽກງານກວດກາ ປະຈຳປີ 2024
02/05/2025

ໃນຕອນເຊົ້າຂອງ ວັນທີ 30 ເມສາ 2025 ກະຊວງພາຍໃນ ໄດ້ຈັດກອງປະຊຸມວຽກງານກວດກາ ປະຈໍາປີ 2024 ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພາຍໃນ ມີຄະນະບໍລິຫານງານພັກກະຊວງ, ຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ, ຄະນະກວດກາພັກກະຊວງ, ຄະນະໜ່ວຍພັກຫ້ອງການ, ບັນດາກົມ, ສະຖາບັນ, ສູນ, ຜູ້ຮັບຜິດຊອບວຽກງານກວດກາ ແລະ ພະນັກງານ -ລັດຖະກອນ ທີ່ສັງກັດກະ ຊວງພາຍໃນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງຄະນະກວດກາພັກ ກະຊວງພາຍໃນ ແລະ ໄດ້ຮັບຟັງການເຜີຍແຜ່ບົດບັນທຶກ ລະຫວ່າງກວດກາສູນກາງພັກກັບຫ້ອງການທີ່ກ່ຽວຂ້ອງ 04 ສະບັບ ແລະ ແນະນໍາການຂຽນແບບຟອມແຈ້ງຊັບ ສິນ, ຂັ້ນຕອນ, ວິທີການປະກອບເອກະສານຄັດຕິດແບບຟອມແຈ້ງຊັບສິນ, ຈາກນັ້ນ ຜູ້ເຂົ້າຮ່ວກອງປະຊຸມໄດ້ພ້ອມກັນ ປະກອບຄໍາເຫັນຕໍ່ການເຄື່ອນໄຫວວຽກງານຕິດຕາມ-ກວດກາ, ສະກັດກັ້ນການສໍ້ລາດບັງຫຼວງ ແລະ ວຽກ ງານແຈ້ງຊັບສິນ-ລາຍຮັບ ໃນໄລຍະຜ່ານມາ ຍົກໃຫ້ເຫັນດ້ານດີທີ່ຈະຕ້ອງໄດ້ເສີມຂະ ຫຍາຍ, ດ້ານອ່ອນຂໍ້ຄົງຄ້າງ ທີ່ຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ; ແນ່ໃສ່ເຮັດໃຫ້ວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫຼວງ ແລະ ວຽກງານແຈ້ງຊັບສິນ ແລະ ລາຍຮັບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ມີການຫັນປ່ຽນຢ່າງແຂງແຮງ ແລະ ເພື່ອປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍມີຄວາມສັກສິດ, ການກໍ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການບຳລຸງ, ກໍ່ສ້າງພະນັກງານປະເພດຕ່າງໆ ເປັນຕົ້ນນພະນັກງານນໍາພາ-ຄຸ້ມຄອງ ກໍ່ຄືພະນັກງານສືບທອດປ່ຽນແທນແຕ່ລະຂັ້ນໃຫ້ສາມາດນໍາພາ-ຊີ້ນໍາຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກກະຊວງຕິດພັນກັບ 2 ວາລະແຫ່ງຊາດ ໃຫ້ປະກົດ ຜົນເປັນຈິງ.
ຕອນທ້າຍກອງປະຊຸມທ່ານ ປອ ວິໄລວົງ ບຸດດາຄໍາ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້ ໂດຍທ່ານໄດ້ເນັ້ນບາງບັນຫາທີ່ສໍາຄັນ ວ່າ: ວຽກງານຕິດຕາມ, ກວດກາ ແມ່ນວຽກງານໜຶ່ງທີ່ສໍາຄັນໃນບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງ ລັດ, ຄືດັ່ງທັດສະນະຂອງພັກທີ່ວ່າ “ ບໍ່ມີການກວດກາກໍ່ໝາຍຄວາມວ່າບໍ່ມີການນໍາພາ "ເພາະວຽກງານຕິດຕາມ, ກວດກາແມ່ນວຽກງານໜຶ່ງທີ່ຕິດພັນ ແລະ ສອດຫ້ອຍຢູ່ໃນທຸກຂົງເຂດວຽກງານ, ເປັນວຽກທີ່ຄະນະພັກ-ຄະນະ ນໍາ ຮັບຜິດຊອບໂດຍກົງ ແລະ ຕ້ອງໄດ້ເຮັດເປັນປົກກະຕິ, ຍ້ອນການກວດກາແມ່ນເຄື່ອງມືທີ່ສໍາຄັນໃນການປະ ເມີນ, ຕີລາຄາຄຸນນະພາບ ແລະ ປະສິດທິຜົນ ໃນການແກ້ໄຂບັນຫາຕ່າງໆ ກ່ຽວກັບການກໍ່ສ້າງພັກ, ກໍ່ສ້າງ ພະນັກງານ, ໄລຍະຜ່ານມາຄະນະພັກ, ຄະນະນໍາ ກໍ່ຄືຄະນະກວດກາແຕ່ລະຂັ້ນ ໄດ້ພ້ອມກັນນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດກັບວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ດ້ວຍຄວາມຮັບຜິດຊອບ ສູງ. ດັ່ງນັ້ນ, ຄະນະພັກທຸກຂັ້ນ ລວມທັງຜູ້ເຮັດວຽກງານກວດກາພັກ ຂອງບັນດາໜ່ວຍພັກ ຫ້ອງການ, ບັນດາ ກົມ, ສະຖາບັນ ແລະ ສູນ ຕ້ອງໄດ້ກຳແຫນ້ນ, ເຂົ້າໃຈຢ່າງເລິກເຊິ່ງ ແລະ ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມ ຄັ້ງນີ້ ເປັນບ່ອນອີງໃນການນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກງານຢູ່ໃນການຈັດຕັ້ງຂອງຕົນໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ.