ກອງປະຊຸມສຳມະນາ ແຜນຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2025-2035

30/04/2025

ກອງປະຊຸມສຳມະນາ ແຜນຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2025-2035

ໃນຕອນເຊົ້າວັນທີ 29 ເມສາ 2025 ອົງການກວດຫາແຫ່ງລັດ ຮ່ວມກັບອົງການ UNODC ຈັດກອງປະຊຸມສຳມະນາກ່ຽວກັບແຜນຍຸດທະສາດຕ້ານການສໍ້ລາດບັງຫຼວງ ປີ 2025-2035 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ດາວບົວລະພາ ບາວົງເພັດ ຮອງປະທານອົງການກວດກາແຫ່ງລັດ ແລະ ທ່ານ ສາງ ໂຮ ວາງ (Sung Ho HWANG) ຫົວໜ້າຫ້ອງການ UNODC ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ເຂົ້າຮ່ວມຈາກ ກະຊວງ-ອົງການ ແລະ ອົງການກວດກາແຫ່ງລັດ.

ໂອກາດນີ້ ທ່ານ ປອ ດາວບົວລະພາ ບາວົງເພັດ ໄດ້ໃຫ້ກຽດມີຄຳເຫັນກ່າວເປີດກອງປະຊຸມ ເຊິ່ງທ່ານໄດ້ສະແດງຄວາມຕ້ອນຮັບ ແລະ ຂອບໃຈ ຕໍ່ຄະນະຊ່ຽວຊານຈາກອົງການ UNODC, ຫ້ອງການ ອົງການ UNODC ປະຈຳ ສປປ ລາວ ແລະ ພາກພື້ນອາຊີປາຊີຟິກທີ່ໃຫ້ການສະໜັບສະໜູນທຶນຮອນສຳລັບການຈັດກອງປະຊຸມໃນຄັ້ງນີ້. ພ້ອມນີ້, ທ່ານຍັງໄດ້ກ່າວຕື່ມອີກວ່າ ກອງປະຊຸມສຳມະນາຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ການບັນຍາຍຂອງນັກວິທະຍາກອນ ຈາກ ອົງການ UNODC ແລະ ອົງການກວດກາແຫ່ງລັດ ກ່ຽວກັບຮ່າງແຜນຍຸດທະສາດຕ້ານການສໍ້ລາດບັງຫຼວງ ແລະ ຮ່າງແຜນປະຕິບັດງານຕ້ານການສໍ້ລາດບັງຫຼວງ ແຕ່ປີ 2025-2035 ຄໍາແນະນຳກ່ຽວກັບແຜນການຍຸດທະສາດ ເຊິ່ງຈະໄດ້ລົງເລິກການປຶກສາຫາລືທີ່ກ່ຽວຂ້ອງກັບແຕ່ລະຂົງເຂດພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ອື່ນໆໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນຕໍ່ໜ້າໃຫ້ກວ້າງຂວາງ ແລະ ມີປະສິດຕິຜົນ.

ນອກຈາກນີ້ ຍັງຈະໄດ້ຄົ້ນຄວ້າ, ສົນທະນາປຶກສາຫາລື, ແລກປ່ຽນຄຳຄິດເຫັນຢ່າງເລິກເຊິ່ງກ່ຽວກັບຮູບແບບ, ກົນໄກ, ວິທີການຕ່າງໆໃນການສະກັດກັ້ນ ແລະ ການຕ້ານການສໍ້ລາດບັງຫຼວງ ເພື່ອກຳນົດແນວທາງໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນແຕ່ລະໄລຍະເຊັ່ນ: ການສ້າງ ແລະ ປັບປຸງນິຕິກຳພາຍໃນ ເພື່ອໃຫ້ສອດຄ່ອງກັບ ສະພາບການພາກພື້ນ ແລະ ສາກົນ.
ກອງປະຊຸມຈະໄດ້ດຳເນີນເປັນເວລາ 2 ວັນເຕັມ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)