30/04/2025

ໃນວັນທີ 30 ເມສາ 2025 ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມວຽກງານກວດກາ ຂອງອົງຄະນະພັກກະຊວງຂຶ້ນ ຢູ່ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍການເປັນປະທານຮ່ວມຂອງ ທ່ານ ຮສ. ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສຳລານພັນຄະວົງ ຮອງເລຂາພັກກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ບຸນມີ ຈັນທະອຸດົມ ປະທານຄະນະກວດກາພັກກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຕາງໜ້າຈາກມະຫາວິທະຍາໄລ, ວິທະຍາໄລ, ສູນ, ສະຖາບັນການສຶກສາເຂົ້າຮ່ວມ.ໃນພິທີ ທ່ານ ຮສ. ປອ ພຸດ ສິມມາລາວົງ ໄດ້ກ່າວເປີດກອງປະຊຸມເຊິ່ງກ່ອນອື່ນກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການເຄື່ອນໄຫວວຽກງານຫຼາຍດ້ານໃນໄລຍະຜ່ານມາ ພ້ອມທັງຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສຳຄັນ ແລະ ຄວາມຈຳເປັນຂອງວຽກງານກວດກາ ຕ້ອງສອດຫ້ອຍ, ຕິດພັນເຂົ້າໃນທຸກຂົງເຂດຂອງການຈັດຕັ້ງ, ຕ້ອງເພິ່ມທະວີຍົກສູງ ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງໃຫ້ເລິກເລິ່ງ, ເຂັ້ມແຂງ, ແຂງແຮງ ແລະ ພ້ອມກັນຄົ້ນຄວ້າພິຈາລະນາເບິ່ງຄືນ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະທີ່ຜ່ານມາ ເພື່ອຊອກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ຂໍ້ຄົງຄ້າງທີ່ຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ. ນອກຈາກນີ້, ທ່ານຍັງຮຽກຮ້ອງໃຫ້ຜູ້ແທນກອງປະຊູມຕັ້ງໜ້າ ແລກປ່ຽນ, ປະກອບຄຳຄິດ ຄຳເຫັນ ໃຫ້ກົງກັບຄວາມເປັນຈິງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ມີເນື້ອໃນຄົບຖ້ວນສົມບູນ. ຫຼັງຈາກນັ້ນ, ທ່ານ ບຸນມີ ຈັນທະອຸດົມ ກໍ່ໄດ້ຜ່ານຮ່າງບົດສະຫຼຸບຫຍໍ້ ຕີລາຄາການເຄື່ອນໄຫວວຽກງານກວດກາປະຈຳປີ 2024 ແລະ ທິດທາງແຜນການຈຸດສຸມ ປີ 2025, ເຊິ່ງໃນ 1 ປີຜ່ານມາ ຄະນະພັກ, ຄະນະນຳກະຊວງສຶກສາທິການ ແລະ ກິລາ ໄດ້ເຊີດຊູບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດໃນວຽກງານສຶກສາ ວິທະຍາສາດ ແລະ ກິລາ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ, ໄດ້ນຳພາ-ຊີ້ນຳຄະນະກວດກາພັກ, ອົງການກວດກາລັດແຕ່ລະຂັ້ນດຳເນີນການຕິດຕາມ, ກວດກາ ແລະ ປະເມີນຜົນ ຕາມພາລະບົດບາດຂອງຕົນຢ່າງກວ້າງຂວາງ ເຊິ່ງໄດ້ເປັນການປະກອບສ່ວນໃນວຽກງານການກໍ່ສ້າງພັກ-ພະນັກງານໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ກະຕຸກ ຊຸກຍູ້ ຄະນະພັກ, ຄະນະນຳແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານໃນການຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານ ແລະ ເປັນເຈົ້າການໃນການປະຕິບັດລະບຽບ ກົດໝາຍ, ຕ້ານການສໍ້ລາດບັງຫຼວງ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການສຶກສາ ແລະ ກິລາ. ພ້ອມດຽວກັນນີ້, ໃນກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບັນດາເອກະສານທີ່ສໍາຄັນ ໂດຍຜູ້ຕາງໜ້າຈາກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດຕື່ມອີກ. ນອກຈາກນີ້, ຍັງໄດ້ມີການ ແລກປ່ຽນຄຳຄິດ-ຄຳເຫັນໃນຫົວຂໍ້ສຳຄັນກ່ຽວກັບການສຶກສາທີ່ຕິດພັນກັບວຽກງານ ຕິດຕາມ, ກວດກາ ອີກດ້ວຍ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ຮສ. ປອ ພຸດ ສິມມາລາວົງ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍຮຽກຮ້ອງມາຍັງບັນດາ ຜູ້ແທນກອງປະຊຸມ ຈົ່ງເປັນເຈົ້າການ ແລະ ຮີບຮ້ອນນໍາເອົາບັນດາຈິດໃຈ, ເນື້ອໃນຂອງກອງປະຊຸມຄັ້ງນີ້ ຫັນເປັນແຜນຜັນຂະຫຍາຍຕົວຈິງຂອງຄະນະພັກ, ຄະນະນໍາ ແລະ ຄະນະກວດກາແຕ່ລະຂັ້ນ, ເຜີຍແຜ່ໃຫ້ແກ່ຄະນະພັກ, ສະມາຊິກພັກ, ພະນັກງານຂອງຕົນ ເຂົ້າໃຈຖືກຕ້ອງ ແລະ ກໍາແໜ້ນບັນດາເນື້ອໃນຈິດໃຈຕົ້ນຕໍທີ່ຕ້ອງປະຕິບັດ, ສູ້ຊົນ ສ້າງການຫັນປ່ຽນແບບບຸກທະລຸທີ່ເປັນຮູບປະທໍາ, ໂດຍສະເພາະໃນການສືບຕໍ່ສູ້ຊົນຈັດຕັ້ງປະຕິບັດ ບັນດາຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ແລະ ກອງປະຊຸມໃຫຍ່ຂັ້ນຂອງຕົນ ກໍ່ຄືເນື້ອໃນກອງປະຊຸມວຽກງານກວດກາ ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາຄັ້ງນີ້. ທັງໝົດນັ້ນ ເພື່ອເພີ່ມທະວີ ຄວາມສາມາດ ແລະ ປະສິດທິພາບວຽກງານຕິດຕາມ-ກວດກາ ແລະ ການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃຫ້ໄດ້ຮັບການຈັດຕັ້ງປະຕິບັດໃນທຸກຂົງເຂດວຽກງານຫັນເຂົ້າສູ່ການຄຸ້ມຄອງລັດ ດ້ວຍກົດໝາຍຢ່າງຖືກຕ້ອງເຂັ້ມງວດ ແລະ ມີບາດກ້າວທີ່ແຂງແຮງກວ່າເກົ່າ.