ປະທານອົງການກວດກາແຫ່ງລັດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ເອກອັກຄະລັດຖະທູດ ແຫ່ງສະຫະພາບ ເອີຣົບ

08/05/2025

ປະທານອົງການກວດກາແຫ່ງລັດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ເອກອັກຄະລັດຖະທູດ ແຫ່ງສະຫະພາບ ເອີຣົບ

ໃນວັນທີ 29 ເມສາ 2025 ທ່ານ ປອ. ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ມາກ ກາລາເຮີ (Mark Gallagher) ເອກອັກຄະລັດຖະທູດ ແຫ່ງສະຫະພາບ ເອີຣົບ ພ້ອມດ້ວຍຄະນະ, ທີ່ຫ້ອງຮັບແຂກ ຄະນະກວດກາສູນກາງພັກ ( ຫຼັກ 6 ).
ໂອກາດດັ່ງກ່າວ, ທ່ານ ປອ. ຄຳພັນ ພົມມະທັດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານທູດທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງສະຫະພາບ ເອີຣົບ ປະຈຳ ສປປ ລາວ ຄົນໃໝ່. ພ້ອມນີ້ ທ່ານຍັງໄດ້ກ່າວຕື່ມວ່າການພົບປະໃນຄັ້ງນີ້ ແມ່ນມີຄວາມໝາຍ, ຄວາມສໍາຄັນ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງຝ່າຍ ສປປ ລາວ ແລະ ສະຫະພາບ ເອີຣົບ ໂດຍສະເພາະການເຄື່ອນໄຫວວຽກງານຕ້ານການສໍ້ລາດບັງຫຼວງ. ເຊິ່ງອົງການກວດກາແຫ່ງລັດ (ສປປລາວ) ໄດ້ເຊັນສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຂອງສະມັດຊາໃຫຍ່ ໃນປີ 2003 ແລະ ໃຫ້ສັດຕະຍາບັນ ໃນເດືອນ 09 ປີ 2009 ເຊິ່ງເວລາດຽວກັນນັ້ນ ສປປ ລາວ ກໍໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ກົດໝາຍວ່າດ້ວຍກວດກາລັດ. ສປປ ລາວ ໄດ້ຮ່ວມຂະບວນການທົບທວນສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ເລີ່ມເເຕ່ປີ 2011 ມາຮອດປັດຈຸບັນ ໂດຍ ປະຕິບັດຕາມຮອບວຽນຂອງການທົບທວນ ຫຼື ອັນເເຄັກ (UNCAC) ແລະ ສປປ ລາວ ກໍໄດ້ເຮັດໜ້າທີ່ ເປັນປະເທດທົບທວນ ແລະ ຖືກທົບທວນສົນທິສັນຍາ ສປຊ ໂດຍໄດ້ປະຕິບັດການປະເມີນຕົນເອງ ແລະ ປະເມີນປະເທດອື່ນ ຢ່າງເປັນເຈົ້າການ ແລະ ຕັ້ງໜ້າ. ໃນປີ 2024 ຜ່ານມາ ສປປ ລາວໄດ້ເປັນເຈົ້າພາບຈັດກອງປະຊຸມອາຊຽນ ແລະ ໃນປີ 2023 ໄດ້ເປັນເຈົ້າພາບຈັດກອງປະຊຸມອາຊຽນ-ແພັກ ເຊິ່ງເປັນກອງປະຊຸມສະເພາະໃນວຽກງານຕ້ານການສໍ້ລາດບັງຫຼວງໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້. ນອກຈາກນີ້, ທ່ານ ປອ. ຄຳພັນ ພົມມະທັດ ຍັງໃຫ້ຮູ້ຕື່ມອີກວ່າ ສຳລັບວຽກງານຕ້ານການສໍ້ລາດບັງຫຼວງຂອງ ສປປ ລາວ ໄດ້ມີຄວາມພະຍາຍາມເຮັດໜ້າທີ່ຂອງຕົນໃນການກວດກາຢ່າງເປັນເຈົ້າການ ແລະ ສາມາດກວດກາພົບເຫັນຜູ້ກະທຳຜິດທີ່ລະເມີດກົດໝາຍ ແລະ ນຳມາປະຕິບັດລົງໂທດຕາມກົດໝາຍຢ່າງເຂັ້ມງວດ, ແຕ່ເຖິງຢ່າງໃດກໍ່ຕາມ ວຽກງານນີ້ກໍມີຄວາມຫຍຸ້ງຍາກ, ດ້ວຍເຫດນີ້ ຍິ່ງຕ້ອງສືບຕໍ່ຮ່ຳຮຽນເອົາບົດຮຽນທີ່ດີຈາກປະເທດຕ່າງໆ ເພື່ອນຳມາຖອດຖອນບົດຮຽນ.
ໃນຕອນທ້າຍ ທ່ານທູດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງກ່າວຢືນຢັນຈະຕັ້ງໜ້າສືບຕໍ່ປະກອບສ່ວນເຂົ້າໃນການພົວພັນຮ່ວມມືທີ່ດີລະຫວ່າງ ສອງຝ່າຍ ສປປ ລາວ - ສະຫະພາບ ເອີຣົບ ໃຫ້ນັບມື້ແໜ້ນແຟ້ນຂະຫຍາຍຕົວຍິ່ງຂຶ້ນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)