ກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຄັ້ງທີ VI

24/04/2025

ກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຄັ້ງທີ VI

ໃນຕອນເຊົ້າວັນທີ 24 ເມສາ 2025 ນີ້ ຄະນະບໍລິຫານງານຊາວໜຸ່ມ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ເປີດກອງປະຊຸມໃຫຍ່ ສະມາຊິກຊາວໜຸ່ມ ຄັ້ງທີ VI ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ກົງໃຈ ວິລະສັກ ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຄະນະຊາວໜຸ່ມ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການປະຈຳພັກ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີຮັກສາການປະທານສະຫະພັນກຳມະບານ, ປະທານສະຫະພັນແມ່ຍິງຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກຊາວໜຸ່ມ ທົ່ວອົງການເຮົ້າຮ່ວມ.

ໃນກອງປະຊຸມໄດ້ຜ່ານຮ່າງບົດລານຍງານການເມືອງ, ບົດສຳຫຼວດການນຳພາລວມ, ຊາວໜຸ່ມຕົວແບບຜ່ານບົດປະກອບຄຳເຫັນກ່ຽວກັບເສີມສ້າງເສດຖະກິດຄອບຄົວ ແລະ ຜ່ານມາດຖານເງື່ອນໄຂ ຂອງຜູ້ອອກສະໝັກຮັບເລືອກຕັ້ງ, ຈາກນັ້ນ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກໍ່ໄດ້ມີຄຳເຫັນຊີ້ນໍາຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ເນັ້ນໃຫ້ ສະມາຊິກຊາວໜຸ່ມ ຈົ່ງສຸມສະຕິປັນຍາໃສ່ການຄັດເລືອກເອົາຜູ້ທີ່ມີຜົນງານພົ້ນເດັ່ນ, ໄດ້ຮັບຄວາມເຊື່ອໜັ້ນ ແລະ ໄວ້ວາງໃຈ, ມີທັດສະນະຫຼັກໝັ້ນ,ການເມືອງໜັກແໜ້ນ ແລະ ມີຄວາມສາມາດ ໃນການນໍາພາ-ຊີ້ນໍາ ໃນການຂັບເຄື່ອນບັນດາແຜນວຽກທີ່ກໍານົດໃນບົດລາຍງານການເມືອງ 05 ປີ ແລະຈັດຕັ້ງນໍາພາຂະບວນການຊາວໜຸ່ມໃຫ້ມີບາດກ້າວທີ່ໜັກແໜ້ນກວ່າເກົ່າເພື່ອຄັດເລືອກເອົາເຂົ້າເປັນຄະນະບໍລິຫານງານຊາວໜຸ່ມຊຸດໃໝ່.ຫຼັງຈາກນັ້ນກອງປະຊຸມໄດ້ດຳເນີນການບ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງທັງໝົດ 14 ສະຫາຍ, ຍິງ 4 ສະຫາຍ, ເລືອກເອົາ 11 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາ ຄະນະປະຈຳ, ເລຂາ, ຮອງເລຂາ, ຄະນະກວດກາ ແລະ ຜູ້ແທນສົມບູນ ແລະ ສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄື: ເລືອກເອົາສະຫາຍ ຈັນພອນ ໄຊຍະແສງ, ສະຫາຍນາງ ຫັດທາ ເຢຍປາວເຮີ, ສະຫາຍ ສຸລິພອນ ສໍພາບມີໄຊ ເປັນຄະນະປະຈຳ, ເລືອກເອົາສະຫາຍ ຈັນພອນ ໄຊຍະແສງ ເປັນເລຂາ, ເລືອກເອົາສະຫາຍນາງ ຫັດທາ ເຢຍປາວເຮີ, ສະຫາຍ ສຸລິພອນ ສໍພາບມີໄຊ ແລະ ສະຫາຍ ອາພິສິດ ມີພູມ ເປັນຮອງເລຂາ ຄະນະບໍລິຫານງານຊາວໝຸ່ມຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະໄໝທີ vi, ເລືອກເອົາສະຫາຍ ສຸລິພອນ ສໍພາບມີໄຊ ເປັນປະທານກວດກາ, ສະຫາຍ ວຽງພະໄທ ນາມມະນີ ແລະ ສະຫາຍ ສີໂຫ ແກ້ວມົນລັດຊີ ເປັນຮອງປະທານກວດກາ ພ້ອມນີ້ ກໍໄດ້ເລືອກເອົາສະຫາຍ ຈັນພອນ ໄຊຍະແສງ, ສະຫາຍ ສຸລິພອນ ສໍພາບມີໄຊ ເປັນຜູ້ແທນສົມບູນ ແລະ ສະຫາຍ ອະພິສິດ ມີພູມ ເປັນຜູ້ແທນສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ.
ຕອນທ້າຍຂອງກອງປະຊຸມ ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ໃຫ້ກຽດມີຄຳເຫັນໂອລົ້ມຕໍ່ກອງປະຊຸມເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມເຊີຍເຊີຍຕໍ່ຜົນສຳເລັດໃນການນຳພາ-ຊີ້ນຳວຽກງານຊາວໜຸ່ມຂອງຄະນະບໍລິຫານງານຊຸດເກົ່າທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ VI ຂອງຄະນະຊາວໜຸ່ມຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ພ້ອມເນັ້ນ ກໍ່ໄດ້ເນັ້ນໃຫ້ຄະນະບໍ່ລິຫານງານຊາວໜຸ່ມຊຸດໃໝ່, ຊຸດທີ VI ນີ້ ຕ້ອງຍູ້ແຮງ ແລະ ກຳແໜ້ນໃນການປະກອບຄຳເຫັນກໍ່ສ້າງເຊິ່ງກັນໃຫ້ມີປະສິດທິພາບປະສິດທິຜົນ ຮັບປະກັນລັກສະນະພັກ ( ເນື້ອໃນຕ້ອງມີຄວາມຈິງ, ຕ້ອງສະແດງທັດສະນະຈິງໃຈເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈບໍລິສຸດໃຈ, ລັກສະນະເນື້ອໃນຕ້ອງເປີດເຜີຍບໍລິສຸດບໍ່ມີລັກສະແອບແຝງປິດບັງ, ຕ້ອງສັດຊື່ເຊິ່ງກັນ ແລະ ກັນ, ຮັບປະກັນລັກສະນະປະຊາທິປະໄຕ, ລັກສະນະເປັນເຈົ້າການນຳໜ້າຕຳນິຕິຊົມຕົນເອງໃຫ້ຫຼາຍ ຍົກສູງບົດບາດຄວາມເປັນແບບຢ່າງນຳໜ້າ, ການປະກອບຄຳເຫັນຕ້ອງນຳພາເຂົ້າສູ່ຫຼັກການ, ລະບຽບການ ບໍ່ສວຍໂອກາດໃຫ້ຕຳນິຕິເຊົາເຊິ່ງກັນ ແລະ ກັນເພື່ອສ້າງຄວາມແຕກແຍກພາຍໃນ), ໃຫ້ບັນດາສະຫານຄະນະຊຸດໃຫ້ຍູ້ເເຮງເພີ່ມທະວີ ຕໍ່ວຽກງານ ສືກສາອົບຮົບ ນຳພາ ການເມືອງແນວຄິດໃຫ້ສະມາຊິກຂອງຕົນຢ່າງເປັນປົກກະຕິ, ພາຍຫຼັງສຳເລັດກອງປະຊຸມໃຫຍ່ ໃຫ້ຮີບຮ້ອນເປີດກອງປະຊຸມຄົບຄະນະບໍລິຫານງານ ເພື່ອຕົກລົງແບ່ງວຽກງານໃຫ້ລະອຽດພາຍໃນຄະນະ, ຮີບຮ້ອນສ້າງແຜນດຳເນີນງານ 5 ປີໃຫ້ລະອຽດ , ຮີບຮ້ອນສ້າງໂຄງການດຳເນີນງານປະຈຳປີໃຫ້ຈະແຈ້ງ.
ພາບ ແລະ ຂ່າວໂດຍ ຕູ່ນາ ເລົ່າຖາວອນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)