08/04/2025

ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໃນວັນທີ 3 ເມສາ 2025 ໂດຍການເປັນປະທານຂອງສະຫາຍ ນາງ ເພັດສະໃໝ ໂພໄຊຍະວົງ, ປະທານຄະນະກວດກາພັກ, ອົງການກວດກາລັດແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ຜູ້ຊິ້ນຳວຽກງານພັກ-ພະນັກງານ, ມີບັນດາຜູ້ຕາງໜ້າທີ່ເຮັດວຽກງານກວດກາຈາກພະແນກການ, ອົງການ, ກົມກອງ, ແລະ ຄະນະກວດພັກເມືອງ 5 ເມືອງ ເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ຕຸ້ຍ ອ່ອນດວງພະຈັນ ຮອງປະທານອົງການກວດກາລັດແຂວງ ໄດ້ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ສະກັດກັນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ, ການຕິດຕາມ-ກວດກາການແກ້ໄຂຜົນການກວດກາ ແລະ ປັບປຸງກົງຈັກການຈັດຕັ້ງ ປີ 2024 ແລະ ທິດທາງແຜນການ ປີ 2025 ຊຶ່ງໃນໄລຍະ 1 ປີຜ່ານມາຄະນະກວດກາພັກ-ລັດ ແຂວງໄຊສົມບູນ ໄດ້ເອົາໃຈໃສ່ປັບປຸງຄຸນນະພາບຂອງການຈັດຕັ້ງພັກ, ສະມາຊິກພັກ ຕາມຫຼັກການ ແລະ 3 ທິດນໍາຂອງພັກ, ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍ ແລະ ມະຕິ, ຄຳສັ່ງຕ່າງໆຂອງພັກ ຜ່ານການຈັດຕັ້ງປະຕິບັດເຫັນວ່າ ສະມາຊິກພັກສ່ວນຫຼາຍ ມີຄວາມໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມການເກັບກຳຂໍ້ມູນ ຈາກ 301 ໜ່ວຍພັກ, ສາມາດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຈໍານວນ 277 ໜ່ວຍພັກ ເທົ່າກັບ 92.02% ຂອງແຜນການປີ ກວມ 79.14% ຂອງຈໍານວນໜ່ວຍພັກ ທັງໝົດ ໃນທົ່ວອົງຄະນະພັກແຂວງ ພ້ອມດຽວກັນນີ້ກໍໄດ້ດໍາເນີນການກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບລົງມາ ໄດ້ທັງໝົດ 12 ໂຄງການ, ມູນຄ່າ ຕາມສັນຍາ 58.59 ຕື້ກີບ ຜ່ານການຕິດຕາມ, ກວດກາ ພົບເຫັນ ໂຄງການທີ່ຍັງຄ້າງຈົດທະບຽນຊັບສິນ ຈຳນວນ 1 ໂຄງການ, ມູນຄ່າ 1 ລ້ານກີບ, ໂຄງການທີ່ຍັງຄ້າງຊຳລະຄ່າຊັບພະຍາກອນທຳມະຊາດ ຈໍານວນ 6 ໂຄງການ ລວມມູນຄ່າທັງໝົດ 191.93 ລ້ານກີບ, ໂຄງການທີ່ຈະຕ້ອງໄດ້ຫັກລົບມູນຄ່າອອກຈາກສາລະບານງົບປະມານ ມີ 1 ໂຄງການ ມູນຄ່າຫັກລົບ ຈໍານວນ 4 ແສນກີບ ນອກຈາກນີ້ດ້ານວຽກງານສະກັດກັ້ນ, ຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ໄດ້ພົບເຫັນພະນັກງານ ສໍ້ລາດບັງ ຫຼວງກ່ຽວກັບເງິນກອງທຶນຂອງສະຫະພັນນັກຮົບເກົ່າເມືອງທ່າໂທມ ຈຳນວນ 3 ຄົນ, ຍິງ 1 ຄົນ, ມີຜົນເສຍຫາຍ ຈໍານວນ 19,724,000 ກີບ ແລະ ໄດ້ດຳເນີນການແກ້ໄຂທາງດ້ານບໍລິຫານ ປັດຈຸບັນສາມາດເກັບກູ້ຄືນໄດ້ແລ້ວ ຈໍານວນ 10,000,000 ກີບໄດ້ຕິດຕາມ, ເກັບກຳພະນັກງານທີ່ມີເປົ້າໝາຍແຈ້ງຊັບສິນ ແລະ ລາຍຮັບ ທັງໝົດ 463 ທ່ານ, ຍິງ 118 ທ່ານ, ປັດຈຸບັນໄດ້ດໍາເນີນການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນ ຂັ້ນແຂວງຄຸ້ມຄອງ ຈໍານວນ 67 ທ່ານ, ຍິງ 12 ທ່ານ ແລະ ວຽກງານອື່ນໆກໍ່ມີຜົນສຳເລັດຫຼາຍດ້ານ. ພາຍຫຼັງທີ່ໄດ້ຮັບຟັງການລາຍງານແລ້ວ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ພ້ອມກັນປະກອບຄຳເຫັນຢ່າງກົງໄປກົງມາ ໃສ່ຮ່າງບົດສະຫຼຸບ ເພຶ່ອເຮັດໃຫ້ມີເນຶ້ອໃນຄົບຖ້ວນ ແລະ ສົມບູນຂຶ້ນກວ່າເກົ່າ.