ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ແລະ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

25/03/2025

ກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ແລະ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ

ໃນວັນທີ 24 ມີນາ 2025, ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານ ແລະ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວຂຶ້ນ ຢູ່ທີ່ສະໂມສອນຂອງຄະນະກວດກາສູນກາງພັກ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ. ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາຄະນະພັກ-ຄະນະນຳ, ຮອງປະທານ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ, ພະນັກງານອາດິດການນໍາບຳນານ ພ້ອມດ້ວຍບັນດາສະມາຊິກພັກ, ພະນັກງານ ພາຍໃນຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອເປັນການລະນຶກເຖິງວັນສ້າງຕັ້ງພັກປະຊາຊົນລາວຄົບຮອບ 70 ປີ, ເລົ່າຄືນມູນເຊື້ອຂອງພັກປະຊາຊົນປະຕິວັດລາວ ແລະ ຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ. ໃນກອງປະຊຸມ ທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຜີຍແຜ່ເອກະສານວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ແລະ ໄດ້ຫວນຄືນເຖິງປະຫວັດຄວາມເປັນມາຂະບວນວິວັດແຫ່ງການກຳເນີດ ຂອງພັກປະຊາຊົນ ປະຕິວັດລາວ ແລະ ການນຳພາຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ຈາກພວກຈັກກະພັດລ່າເມືອງຂຶ້ນ, ເຊິ່ງຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນຳພາການປະຕິວັດ 70 ປີຜ່ານມາ ພັກເຮົາຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກຂອງຊາດ; ພັກໄດ້ຢຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມ ດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ. ໃນເງື່ອນໄຂໃໝ່ ພັກເຮົາໄດ້ສືບຕໍ່ນຳພາປະເທດຊາດຜ່ານຜ່າ ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດມີຜົນສຳເລັດເປັນກ້າວໆ. ເຮັດໃຫ້ປະເທດເຮົາ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ເພີ່ມທະວີຄວາມສາມາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ຍົກສູງບົດບາດຂອງປະເທດໃນເວທີສາກົນນັບມື້ສູງຂຶ້ນ; ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນບັນດາເຜົ່າຕໍ່ກັບການຊີ້ນຳ-ນຳພາຂອງພັກ. ພ້ອມດຽວກັນນັ້ນ ທ່ານ ກໍ່ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 445/ຄລສພ, ລົງວັນທີ 14 ມີນາ 2025 ວ່າດ້ວຍ ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ພະນັກງານຄະນະກວດກາສູກາງພັກ ແລະ ອົງການກວດກາແຫ່ງລັດ ຕື່ມອີກ.

ໃນຕອນທ້າຍຂອງພິທີ ທ່ານ ປອ. ຄຳພັນ ພົມມະທັດ ກໍ່ໄດ້ກ່າວຄຳສັນລະເສີນ (ຄຳສະດຸດີ) ແລະ ມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ການນຳ ແລະ ພະນັກງານອາດິດການນຳບຳນານ ຜູ້ທີມີຜົນງານການເຄື່ອນໄຫວດີເດັ່ນ ຈຳນວນທັງໝົດ 29 ສະຫາຍ, ໃນນີ້ພະນັກງານອາດິດການນໍາ ບຳນານ 22 ສະຫາຍ, ຍິງ 3 ສະຫາຍ, ພະນັກງານການນໍາຜູ້ຍັງປະຈຳການ 7 ສະຫາຍ ອີກດ້ວຍ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)