ໜ່ວຍພັກກົມຄົ້ນຄວ້າ ແລະ ວາລະສານກວດກາ ຮັບສະມາຊິກພັກສຳຮອງ

13/03/2025

ໜ່ວຍພັກກົມຄົ້ນຄວ້າ ແລະ ວາລະສານກວດກາ ຮັບສະມາຊິກພັກສຳຮອງ

ໃນຕອນບ່າຍຂອງວັນທີ 12 ມີນາ 2025, ທີ່ສະໂມສອນຄະນະກວດກາສູນກາງພັກ, ໜ່ວຍພັກກົມຄົ້ນຄວ້າ ແລະ ວາລະສານກວດກາ ໄດ້ຈັດພິທີຮັບສະມາຊິກພັກສຳຮອງຂຶ້ນ, ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ປອ ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ. ມີເລຂາໜ່ວຍພັກ, ຄະນະໜ່ວຍພັກ ຜູ້ຕາງໜ້າຈາກກົມຈັດຕັ້ງ-ພະນັກງານ ແລະ ສະມາຊິກພັກ ພາຍໃນໜ່ວຍພັກກົມຄົ້ນຄວ້າ ແລະ ວາລະສານກວດກາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ມະຫາຊົນກ້າວໜ້າ 2 ສະຫາຍ ໄດ້ຂຶ້ນຜ່ານໃບສະໝັກຂໍເຂົ້າເປັນສະມາຊິກພັກສໍາຮອງ. ຈາກນັ້ນ, ສະຫາຍ ປອ ສຸກັນ ບຸດທະວົງ ຄະນະໜ່ວຍພັກ ທັງເປັນປະທານກວດກາ ໜ່ວຍພັກກົມຄົ້ນຄວ້າ ແລະ ວາລະສານກວດກາ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ຄະນະກວດກາສູນກາງພັກ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ປະກອບມີ 02 ສະຫາຍ. ເຊິ່ງທັງ 2 ສະຫາຍແມ່ນໄດ້ຜ່ານການຕິດຕາມ, ກວດກາ ແລະ ຜ່ານການທົດສອບວຽກງານຕົວຈິງ ຈາກຄະນະໜ່ວຍພັກ ແລະ ຜູ້ຕິດຕາມ ໂດຍຖືກຕ້ອງຕາມຂັ້ນຕອນ ແລະ ຕາມກົດລະບຽບຂອງພັກ, ຜ່ານການຕິດຕາມເຫັນໄດ້ວ່າ ທັງ 2 ສະຫາຍ ແມ່ນເປັນຜູ້ທີ່ມີປະຫວັດຈະແຈ້ງ, ມີຜົນງານດີເດັ່ນ, ມີຄວາມຫ້າວຫັນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນດ້ານຕ່າງໆ ພ້ອມທັງມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານວິຊາສະເພາະ ແລະ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີທັດສະນະມະຫາຊົນດີ ເຊິ່ງຄົບມາດຖານ ແລະ ເງື່ອນໄຂເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ. ຫຼັງຈາກນັ້ນ ສະຫາຍ ວັນຄຳ ໄຊວົງສັກ ເລຂາໜ່ວຍພັກ ກົມຄົ້ນຄວ້າ ແລະ ວາລະສານກວດກາ ໄດ້ກ່າວຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພ້ອມທັງເນັ້ນໃຫ້ ສະມາຊິກພັກໃໝ່ ເອົາໃຈໃສ່ສຶບຕໍ່ຊອກຮູ້ຮ່ຳຮຽນ ເປັນຕົ້ນແມ່ນກົດລະບຽບຂອງພັກສະໄໝທີ XI.

ໃນຕອນທ້າຍຂອງພິທີ ສະຫາຍ ປອ ດາວບົວລະພາ ບາວົງເພັດ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ສະມາຊິກສຳຮອງພັກໃໝ່ໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ ໃນການເຊື່ອມຊຶມ ແລະ ປະຕິບັດລະບຽບຂອງພັກ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ ເພື່ອສ້າງໃຫ້ຕົນເອງກາຍເປັນສະມາຊິກພັກສົມບູນ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ສາມາດເປັນແບບຢ່າງນໍາໜ້າ ໃຫ້ແກ່ມະຫາຊົນ ພ້ອມທັງກາຍເປັນສະມາຊິກພັກທີ່ດີເດັ່ນ ໃນຕໍ່ໜ້າ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)