ເຜີຍແຜ່ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ ຢູ່ທະນາຄານແຫ່ງ ສປປ ລາວ

07/03/2025

ເຜີຍແຜ່ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ ຢູ່ທະນາຄານແຫ່ງ ສປປ ລາວ

ເນື່ອງໃນວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 21 ປີ, ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ ແລະ ວັນຄົບຮອບ ສປປ ລາວ ເຂົ້າເປັນພາຄີອາຊຽນ-ແພັກ ຄົບຮອບ 15 ປີ, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຂອງອົງການກວດກາແຫ່ງລັດ ຮ່ວມກັບ ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ຈັດກິດຈະກຳເຜີຍແຜ່ ວຽກງານກວດກາ, ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ແລະ ການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງຂຶ້ນ ໃນວັນທີ 7 ມີນາ 2025, ຢູ່ທີ່ ຫ້ອງປະຊຸມພະທາດຫຼວງ (ຊັ້ນ7 ຕຶກໃໝ່) ຂອງທະນາຄານແຫ່ງ ສປປ ລາວ. ໂດຍການເປັນປະທານຮ່ວມ ແລະ ກ່າວເປີດພິທີ ຂອງ ທ່ານ ວຽງສະຫວັນ ໄຊຍະວົງ ຄະນະພັກ, ຫົວໜ້າກົມກວດກາ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ເທບພະໄທ ພັນກ້າ ຮັກສາການ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ອົງການກວດກາແຫ່ງລັດ. ມີຄະນະກົມ, ຄະນະພະແນກ, ພະນັກງານ-ວິຊາການ ທະນາຄານແຫ່ງ ສປປ ລາວ ແລະ ຄະນະອໍານວຍການຈາກບັນດາ ທະນາຄານທຸລະກິດ ເຂົ້າຮ່ວມທັງໝົດ 125 ທ່ານ, ຍິງ 65 ທ່ານ.

ໃນພິທີ ທ່ານ ມະໂນສິນ ຕັນດາວົງ ຮອງຫົວໜ້າກົມກວດກາ ທະນາຄານແຫ່ງ ສປປ ລາວ ໄດ້ຜ່ານບົດສະຫຼຸບຫຍໍ້ ການຈັດຕັ້ງປະຕິບັດວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ທະນາຄານແຫ່ງ ສປປ ລາວໃນໄລຍະຜ່ານມາ. ຈາກນັ້ນ, ເພື່ອສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບວັນຕ້ານການສໍ້ລາດບັງຫຼວງ ທ່ານ ພັນມະຫາ ສີລິພົນເດດ ຫົວໜ້າພະແນກສະກັດກັ້ນການສໍ້ລາດບັງຫຼວງ ກໍໄດ້ແນະນຳບາງເນື້ອໃນທີ່ຄວນເອົາໃຈໃສ່ ຂອງການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໂດຍສະເພາະ 12 ພຶດຕີກຳທີ່ເປັນການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງຕື່ມອີກ. ພ້ອມດຽວກັນນັ້ນ, ທ່ານ ເທບພະໄທ ພັນກ້າ ກໍ່ໄດ້ຫວນຄືນຄວາມເປັນມາ ຂອງອົງການກວດກາພັກ-ລັດ, ການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ແລະ ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນແຕ່ລະໄລຍະ, ພາລະບົດບາດຂອງການເຄື່ອນໄຫວວຽກງານກວດກາແຕ່ລະຂັ້ນ ພ້ອມທັງໄດ້ຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງການສໍ້ລາດບັງຫຼວງ ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງທັງພາກລັດ ແລະ ເອກະຊົນ ເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງບໍ່ແມ່ນວຽກສະເພາະຂອງອົງການຈັດຕັ້ງໃດໜຶ່ງ ແລະ ປະເທດໃດໜຶ່ງ ແຕ່ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນສັງຄົມທີ່ຈະຕ້ອງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ. ພ້ອມດຽວກັນນັ້ນ, ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງ ສປປ ລາວ ເຂົ້າເປັນພາຄີອາຊຽນ-ແພັກ ຄົບຮອບ 15 ປີ ອີກດ້ວຍ. ນອກຈາກນີ້, ໃນພິທີຜູ້ເຂົ້າຮ່ວມກໍ່ຍັງໄດ້ເຈາະຈີ້ມບາງບັນຫາທີ່ໜ້າສົນໃຈ ແລະ ກິດຈະກໍາຖາມ-ຕອບກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງເພື່ອທົດສອບຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເປັນຕົ້ນແມ່ນ 12 ພຶດຕິກຳຂອງການສໍ້ລາດບັງຫຼວງ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ອື່ນໆຕື່ມອີກ.

ພາບຂ່າວໂດຍ: ສະໝິງທອງ ເຄນສະບັບ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)