ໃນຕອນເຊົ້າວັນທີ 6 ມີນາ 2025 ຄະນະບໍລິຫານງານສະຫະພັນແມ່ຍິງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີ ສະຫຼຸບການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ (8 ມີນາ 1910 – 8 ມີນາ 2025) ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທາອົງການກວດກາແຫ່ງລັດ ທັງເປັນຮອງຫົວໜ້າອົງການຕ້ານສໍ້ບາດບັງຫຼວງຂັ້ນສູນກາງ ມີທ່ານ ນາງ ກອງມະນີ ສີບຸນເຮືອງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ຄກສພ-ອກຫລ, ບັນດາຄະນະບໍລິຫານງານສະຫະພັນແມ່ຍິງ, ພັນລະຍາຄະນະນໍາຂອງ ຄກສພ-ອກຫລ, ພະນັກງານບຳນານເພດຍິງ, ຜູ້ຕາງໜ້າບັນດາກົມ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.
%20summarizes%20the%20implementation%20of%20the%203%20Good%20Competition%20over%20a%20period%20of%205%20years%20in%20connecti/2.jpg)
ໃນພິທີ ທ່ານ ນາງ ດວງປີ ຈັນທະລັງສີ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ ຄກສພ-ອກຫລ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນວຽກງານ 3 ດີ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນຕໍ່ໜ້າ (2026-2030) ເຊິ່ງສະຫາຍໃຫ້ຮູ້ວ່າ ສະຫະພັນແມ່ຍິງ ຄກສພ-ອກຫລ ໄດ້ເກັບກຳ ແລະ ສັງລວມຂໍ້ມູນ ສະພາບການເຄື່ອນໄຫວຂອງສະມາຊິກ ຢູ່ບັນດາໜ່ວຍສະຫະພັນ ແມ່ຍິງທີ່ ຂຶ້ນກັບຄວາມຮັບຜິດຊອບຂອງຕົນ, ກະກຽມເອກະສານຕ່າງໆ ເຊັ່ນ: ເນື້ອໃນຂໍ້ແຂ່ງຂັນ 3 ດີ, ສ້າງເປັນປຶ້ມຄູ່ມື, ເອກະສານ ແນະນໍາການຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 3 ດີ, ແຈກຢາຍປຶ້ມວຽກງານ 3 ດີ ໃຫ້ຫົວໜ້າໜ່ວຍ ເພື່ອນໍາພາວຽກດັ່ງກ່າວໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ເງື່ອນໄຂມາດຖານ ຂອງສູນກາງສະຫະພັນແມ່ຍິງລາວທັນຕາມກຳນົດໄວ້ ແລະ ເອກະສານອື່ນໆ ທີ່ຕິດພັນ ກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ; ສ້າງເປັນແຜນການລະອຽດ ເພື່ອຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນແຕ່ລະໄລຍະກໍ່ຄືໄລຍະ 1 ແລະ ໄລຍະ 2 ທີ່ຈັດຕັ້ງປະຕິບັດສໍາເລັດແລ້ວ ໂດຍຕິດພັນກັບຂໍ້ກຳນົດ ຂອງຄະນະກວດກາສູນກາງພັກ ເລກທີ 220/ຄກສພ ວ່າດ້ວຍການສ້າງຂະບວນການແຂ່ງຂັນ “ ຮັກຊາດ ແລະ ພັດທະນາ” ເວົ້າລວມ, ເວົ້າສະເພາະ ການສ້າງໜ່ວຍພັກປອດໃສ, ໝັກແໜ້ນ, ເຂັ້ມແຂງ ແລະ ຂະບວນການແຂ່ງຂັນ 3 ໜ້າທີ່ 12 ຂໍ້ປະຕິບັດ ຂອງຄະນະກວດກາສູນກາງພັກ ແລະ ອົງການ ກວດກາແຫ່ງລັດວາງອອກ.
ການຈັດຕັ້ງເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 3 ດີ ແມ່ນໄດ້ກຳນົດແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳ 6 ເດືອນ, 1 ປີ ແລະ 5 ປີ; ສະຫຼຸບການປະເມີນຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງ ຂັນ 3 ດີ ໄລຍະ 1, ໄລຍະ 2 ແລະ 5 ປີ. ການເປີດຂະບວນການແຂ່ງຂັນ 3 ດີແມ່ນໄດ້ແຕ່ງຕັ້ງຄະນະຮັບຜິດຊອບຂະບວນການຂໍ້ແຂ່ງຂັນ 3 ດີ ປະກອບມີຮອງປະທານ ສະຫະພັນແມ່ນຍິງເປັນ ຜູ້ຊີ້ນໍາ 1 ທ່ານ ແລະ ມີບັນດາຫົວໜ້າໜ່ວຍ 10 ທ່ານ. ໄດ້ເຜີຍແຜ່, ຄົ້ນຄ້ວາເຊື່ອມຊຶມ ເນື້ອໃນຂໍ້ແຂ່ງຂັນ 3 ດີ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງ ເພື່ອຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຮັດໃຫ້ການຈັດຕັ້ງມີຄວາມເປັນເອກະພາບ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງ ອົງການ. ໄດ້ເປີດຂະບວນການແຂ່ງຂັນ 3 ດີ ຂອງໜ່ວຍສະຫະພັນແມ່ຍິງໂດຍແບ່ງເປັນ 2 ໄລຍະຄື: ໄລຍະ 1, ໄລຍະ 2 ໂດຍ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຕ່ລະໄລຍະ, ວາງທິດທາງແຜນການຈັດຕັ້ງປະຕິບັດ ແລະ ວາງຂໍ້ແຂ່ງຂັນໃຫ້ແຕ່ລະໜ່ວຍຂຶ້ນຈັບມືແຂ່ງຂັນກັນ ເຊິ່ງກັນ ແລະ ກັນ, ເພື່ອພ້ອມກັນນໍາເອົາເນື້ອໃນດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ເກີດ ປະກົດຜົນເປັນຈິງ.
ຜ່ານຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີມີຄວາມ ຜາສຸກ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໃນໄລຍະ 5 ປີຜ່ານມາສາມາດຕີລາຄາປະເມິນໄດ້ ບຸກຄົນ 3 ດີ ມີຈໍານວນ 97 ຄົນ, ພົນລະເມືອງດີ 97 ຄົນ, ພັດທະນາດີ 97 ຄົນ, ສ້າງຄອບຄົວຜາສຸກ 97 ຄົນ ກວມ 100%, ໄດ້ລື່ນຄາດໝາຍທີ່ວາງໄວ້, ໃນນັ້ນ, ໄດ້ຈັດເປັນ ປະເພດ 1 ມີ 96 ຄົນ, ປະເພດ 2 ມີ 1 ຄົນ, ຕິລາຄາປະເມີນໜ່ວຍ ປະເພດ 1 ມີ 9 ໜ່ວຍ, ເພື່ອນໍາເໜີຂໍໃບຍ້ອງ ແລະ ສະເໜີທຸງໄຊ 3 ດີ ຂອງອົງການຈັດຕັ້ງສະຫະພັນແມ່ຍິງ ຈາກສູນກາງສະຫະພັນແມ່ຍິງລາວ.
%20summarizes%20the%20implementation%20of%20the%203%20Good%20Competition%20over%20a%20period%20of%205%20years%20in%20connecti/4.jpg)
ຈາກນັ້ນ ທ່ານ ປອ ດາວບົວລະພາ ບາວົງເພັດ ໄດ້ໃຫ້ກຽດປາຖະກະຖາເລົ່າມູນເຊື້ຶອວັນແມ່ຍິງສາກົນຄົບຮອບ 115 ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາຂອງແມ່ຍິງສາກົນ, ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແໜງການ ແລະ ກອງປະຊຸມກ່ຽວກັບແມ່ຍິງໃນລະດັບສາກົນ, ພາກພື້ນ ແລະ ອາຊຽນ, ນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວນ້າຂອງແມ່ຍິງໃນ ສປປ ລາວແລະ ວຽກງານບາງດ້ານທີ່ມີຜົນສຳເລັດໃນປີ 2024 ພ້ອມນີ້ດຽວກັນນີ້ທ່ານຍັງໄດ້ມີຄຳເຫັນໂອ້ລົມຕໍ່ສະຫະພັນແມຍິງ ຄກສພ-ອກຫລ ເຊິ່ງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະແມ່ນເອື້ອຍນ້ອງແມ່ຍິງຢູ່ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດພວກເຮົາ ທີ່ໄດ້ເອົາໃຈໃສ່ຄຽງບ່າຄຽງໄຫຼ່ກັບເພດຊາຍ ປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ໄປພ້ອມໆກັບການເຄື່ອນໄຫວວຽກງານການຈັດຕັ້ງສະຫະພັນແມ່ຍິງຢ່າງເປັນຂະບວນຟົດຟື້ນ ແລະ ໄດ້ເນັ້ນໃຫ້ຄະນະສະຫະພັນແມ່ຍິງເອົາໃຈໃສ່ຄົ້ນຄວ້າ ໃນການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ທີ່ກໍານົດໄວ້ໃນກົດໝາຍ, ກົດລະບຽບ ຂອງສະຫະພັນແມ່ຍິງລາວ; ຕັ້ງໜ້າສ້າງເງື່ອນໄຂ ແລະ ໂອກາດໃຫ້ສະຫະພັນແມ່ຍິງໄດ້ຮັບການພັດທະນາ ໃນຖານະເປັນອົງການຕົວແທນໃນການປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ເພີ່ມທະວີການປຸກລະດົມແມ່ຍິງ ໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສ້າງບາດກ້າວບຸກທະລຸ ຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ແມ່ຍິງຄະນະກວດກາສູນກາງພັກ ຄັ້ງທີ X, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ມະຕິກອງປະຊຸມໃຫຍ່ແມ່ຍິງລາວ ຄັ້ງທີ VIII, ແຜນພັດທະນາແມ່ຍິງແຫ່ງຊາດ ຄັ້ງທີ VIII, ແຜນດຳເນີນງານຂອງສູນກາງສະຫະພັນແມ່ຍິງລາວ ແລະ ສາມແຜນດໍາເນີນງານແຫ່ງຊາດ ເຊື່ອມເຂົ້າແຜນພັດທະນາຂອງແມ່ຍິງ, ວຽກງານວິຊາສະເພາະຂອງຕົນ ໄລຍະປີ 2026-2030 ໃຫ້ເປັນອັນລະອຽດ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນ; ສືບຕໍ່ນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃນຖັນແຖວສະມາຊິກສະຫະພັນແມ່ຍິງ ໃຫ້ ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮູ້ຮັກ ສາກຽດສັກສີ ຂອງແມ່ຍິງລາວ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວ; ໃຫ້ເອົາໃຈໃສ່ປັບປຸງການຈັດຕັ້ງ ໃຫ້ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ, ປັບປຸງແບບແຜນວິທີນຳພາ, ວິທີເຮັດວຽກໃຫ້ແທດຕົວຈິງ, ການເຮັດວຽກໃຫ້ມີແຜນການ, ແຜນງານ, ມີໂຄງການລະອຽດມີການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ຕີລາຄາສະຫຼຸບຖອນຖອນບົດຮຽນໃນແຕ່ລະໄລຍະ ຢ່າງພາ ວະວິໄສ.; ເອົາໃຈໃສ່ສ້າງສະຫະພັນແມ່ຍິງ ໃຫ້ມີຄວາມເຂັ້ມແຂງ, ມີຄວາມກ້າວໜ້າໃນທຸກດ້ານ, ເຮັດໃຫ້ແມ່ຍິງຜູ້ມີມາດຕະຖານເງື່ອນໄຂຄົບຖ້ວນ ໄດ້ບັນຈຸເຂົ້າໃນແຜນກໍານົດ, ບັນຈຸສັບຊ້ອນເຂົ້າໃນຕໍາແໜ່ງ ພະນັກງານນໍາພາ-ຄຸ້ມຄອງ; ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວເອື້ອຍນ້ອງແມ່ຍິງ ເປັນຕົ້ນການເຊື່ອຖືງົມງວາຍ, ຖືກກົດໜ່ວງຈາກຮີດຄອງປະເພນີທີ່ຫຼ້າຫຼັງ ແລະ ປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນ: ການພົວພັນກັບຂະບວນການຄ້າຂາຍສິ່ງເສບຕິດ, ການຄ້າຂາຍເຖື່ອນ, ການຄ້າມະນຸດ, ການຄ້າປະເວນີ, ການໃຊ້ຄວາມຮຸນແຮງໃນຄອບຄົວ-ສັງຄົມ, ການຢ່າຮ້າງ; ແກ້ໄຂແນວຄິດຄອງເດີມ, ຂາດຄວາມກ້າຫານ, ຂາດຫົວຄິດປະ ດິດສ້າງ, ຕ້ານແນວຄິດຄັບແຄບ, ອະຄະຕິ, ບໍ່ສົ່ງເສີມເຊິ່ງກັນ ແລະ ກັນ, ບໍ່ກ້າປະເຊີນໜ້າກັບສິ່ງທ້າທ້າຍ ບໍ່ເປັນເຈົ້າການຊອກຫາທາງອອກທີ່ຖືກຕ້ອງໃນເມື່ອ ປະເຊີນກັບສິ່ງທ້າທາຍຕ່າງໆ; ເຂົ້າຮ່ວມການເຄື່ອນໄຫວຂອງການຈັດຕັ້ງສະຫະພັນແມ່ຍິງ, ຂອງຄະນະພັກ, ອົງຄະນະພັກ ແລະ ອົງການຈັດຕັ້ງມະຫາຊົນອື່ນໆຢ່າງຫ້າວຫັນ; ເຕົ້າໂຮມຄວາມສາມັກຄີພາຍໃນລະຫວ່າງແມ່ຍິງດ້ວຍກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຖັນແຖວສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງບັນດາເຜົ່າ; ພ້ອມກັນຕ້ານສະກັດກັ້ນ ແລະ ຕ້ານບັນດາແນວຄິດຫາຜົນປະໂຫຍດສ່ວນຕົວ, ພັກພວກ, ກຸ່ມກ້ອນ, ອະຄະຕິ ແລະ ແບ່ງແຍກຄວາມສາມັກຄີພາຍໃນ ໂດຍບໍ່ຖືກຕ້ອງ ແລະ ເອົາໃຈໃສ່ເຄື່ອນໄຫວວຽກງານວິຊາສະເພາະ ກໍ່ຄືການປະຕິບັດວຽກງານ 3 ດີຂອງແມ່ຍິງ ຕິດພັນກັບການປະຕິບັດຂໍ້ແຂ່ງຂັນຮັກຊາດ-ພັດທະນາ ທີ່ພັກ-ລັດວາງອອກ ເວົ້າລວມ, ໂດຍສະເພາະແມ່ນຂໍ້ແຂ່ງຂັນ 3 ໜ້າທີ່ 12 ຂໍ້ປະຕິບັດ ທີ່ຄະນະພັກ-ຄະນະກວດກາສູນກາງພັກ ວາງອອກໃຫ້ເປັນຮູບປະທໍາ; ຕ້ອງພ້ອມກັນປະຕິບັດ ລະບອບດໍາເນີນຊີວິດຂອງໜ່ວຍສະຫະພັນແມ່ຍິງແຕ່ລະກົມ ແລະ ຂອງຄະນະສະຫະພັນແມ່ຍິງ ຄະນະກວດກາສູນກາງພັກໃຫ້ເປັນປົກກະຕິ, ມີເນື້ອໃນເລິກເຊິ່ງ. ໃນນີ້, ໃຫ້ມີຄວາມສາມັກຄີພາຍໃນເອົາໃຈໃສ່ຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈ, ຖືເອົາອັນນີ້ເປັນການປັບປຸງພາຍໃນເປັນປົກກະຕິ ຜູ້ທີ່ຖືກຕຳນິສົ່ງຂ່າວກໍ່ຕ້ອງຕື່ນຕົວຮັບເອົາ ແລະ ເປັນເຈົ້າປັບປຸງປ່ຽນແປງຕົນເອງໃຫ້ດີຂຶ້ນ, ຕ້ອງປັບປຸງ ແລະ ເພີ່ມທະວີຄວາມສາມັກຄີພາຍໃນແມ່ຍິງພວກເຮົາໃຫ້ດີ.
ນອກຈາກນີ້ ຍັງໄດ້ຈັດກິດຈະກຳ ແຂ່ງຂັນກິລາເປຕັງ ແລະ ເປີດຕະຫຼາດນັດຂາຍອາຫານອີກດ້ວຍ%20summarizes%20the%20implementation%20of%20the%203%20Good%20Competition%20over%20a%20period%20of%205%20years%20in%20connecti/5.jpg)
%20summarizes%20the%20implementation%20of%20the%203%20Good%20Competition%20over%20a%20period%20of%205%20years%20in%20connecti/6.jpg)