ໃນຕອນບ່າຍ ວັນທີ 5 ມີນາ 2025 ນີ້ ທ່ານ ປອ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງທະນາຄານແຫ່ງ ສປປ ລາວ (ທຫລ), ທີ່ສະຖາບັນການທະນາຄານ, ໂດຍການເຂົ້າຮ່ວມຂອງ ທ່ານນາງ ວັດທະນາ ດາລາລອຍ ຮັກສາການ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນຮອງຜູ້ວ່າການ ທຫລ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານ ທຫລ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ລາຍງານການເຄື່ອນໄຫວນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກ ທຫລ ເຊິ່ງໄລຍະຜ່ານມາ ທຫລ ໄດ້ເອົາໃຈໃສ່ປະເມີນຕີລາຄາຄຸນນະພາບການຈັດຕັ້ງພັກ ແລະ ສະມາຊິກພັກ ເພື່ອເປັນພື້ນຖານຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜັກ; ຕິດຕາມ-ຊຸກຍູ້ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຢູ່ອົງຄະນະພັກ ທຫລ ໃຫ້ຖືກຕ້ອງ-ສອດຄ່ອງກັບລະບຽບ-ຫຼັກການ, ສືບຕໍ່ຕິດຕາມກວດກາການເຄື່ອນໄຫວຂອງບັນດາກົມ, ທຽບເທົ່າກົມ ແລະ ສາຂາ ທຫລ ປະຈຳພາກ ຢ່າງເປັນປົກກະຕິ; ເຂົ້າຮ່ວມສັງເກດການພິມຈຳໜ່າຍທະນະບັດອອກສູ່ຂອດຈໍລະຈອນ, ການເຄື່ອນຍ້າຍວັດຖຸພິເສດ ແລະ ທໍາລາຍທະນະບັດເສື່ອມຄຸນນະພາບເປັນແຕ່ລະໄລຍະ; ຕິດຕາມກວດກາບົດສະຫຼຸບ, ເອກະສານລາຍງານທາງການເງິນ ແລະ ການບໍລິຫານທຶນເປັນປົກກະຕິ; ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ສືບຕໍ່ຕິດຕາມບັນດາປະກົດການຫຍໍ້ທໍ້ຢູ່ບັນດາກົມ-ທຽບເທົ່າ ແລະ ທະນາຄານທຸລະກິດລັດ; ສືບຕໍ່ຊຸກຍູ້ ແລະ ເຜີຍແຜ່ການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ກົມກອງ-ທຽບເທົ່າ; ຄົ້ນຄວ້າຄໍາ ຮ້ອງ-ຄໍາສະເໜີຕ່າງໆ ທີ່ຕິດພັນກັບຂະແໜງທະນາຄານ ແລະ ຈັດຕັ້ງປະຕິບັດການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານຢ່າງເປັນປົກກະຕິ.

ດ້ານການນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ ສູ້ຊົນໃຫ້ອັດຕາເງິນເຟີ້ຢູ່ໃນລະດັບ 1 ຕົວເລກ; ປະລິມານເງິນ M2 ; ຄຸ້ມຄອງອັດຕາແລກປ່ຽນເໜັງຕີງຢູ່ໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້; ລະດັບຄັງສຳຮອງເງິນຕາຕ່າງປະເທດໃຫ້ສາມາດກຸ້ມການນໍາເຂົ້າໄດ້ 5 ເດືອນ; ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL); ຄຸ້ມຄອງລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານ, ຄົ້ນຄວ້າປັບປຸງອັດຕາເງິນແຮຝາກບັງຄັບ, ການດັດປັບອັດຕາດອກເບ້ຍພື້ນຖານ ທຫລ ໃຫ້ແທດເໝາະ ແລະ ຊຸກຍູ້ພັດທະນາຕະຫຼາດເປີດໃຫ້ເຄື່ອນໄຫວແຂງແຮງ ໂດຍການສືບຕໍ່ຈໍາໜ່າຍພັນທະບັດ ທຫລ ແລະ ເງິນຝາກປະຈຳ ທຫລ ໄລຍະ 3 ເດືອນ ແລະ 6 ເດືອນ. ອົງຄະນະພັກ ທຫລ ຍັງໄດ້ຄົ້ນຄວ້າການກຳນົດຈໍານວນໂຄງປະກອບຂອງຄະນະໜ່ວຍພັກ-ຄະນະພັກຮາກຖານ ແລະ ການກຳນົດຈຳນວນຜູ້ແທນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ V ຂອງຕົນຕື່ມອີກ; ໄດ້ສຸມໃສ່ກະກຽມດໍາເນີນກອງປະຊຸມໃຫຍ່ຂອງຕົນຕາມລະບຽບ-ຫຼັກການທີ່ກຳນົດໄວ້ເປັນຢ່າງດີ, ຊຶ່ງມາຮອດປັດຈຸບັນມີ 56 ຮາກຖານພັກ ສໍາເລັດການທາບທາມຮອບທີ 1 ມີ 44 ຮາກຖານພັກ, ສໍາເລັດການດໍາເນີນຊີວິດການເມືອງທ້າຍສະໄໝ; ມີ 27 ຮາກຖານພັກ, ສໍາເລັດທາບທາມຮອບທີ 2, ມີ 22 ຮາກຖານພັກສໍາເລັດການດໍາເນີນກອງປະຊຸມໃຫຍ່ຂອງຕົນ ຊຶ່ງບັນດາຮາກຖານພັກທີ່ຍັງບໍ່ທັນເປີດກອງປະຊຸມໃຫຍ່ຂອງຕົນ ຈະສູ້ຊົນຊຸກຍູ້ໃຫ້ເປີດກອງປະຊຸມໃຫຍ່ ບໍ່ໃຫ້ກາຍເດືອນ ມີນາ 2025 ເພື່ອກ້າວໄປສູ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກ ທຫລ ໃນທ້າຍປີ 2025.
ພາຍຫຼັງທີ່ໄດ້ຮັບຟັງການລາຍງານ ທ່ານປອ ຄໍາພັນ ພົມມະທັດ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງທະນາຄານແຫ່ງ ສປປ ລາວ ເຊິ່ງທ່ານໄດ້ກ່າວວ່າ ທະນາຄານ ແຫ່ງ ສປປ ລາວ ເປັນທະນາຄານຂອງລັດ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ມີຄວາມຮັບຜິດຊອບຕໍ່ພັກ-ຮັບຜິດຊອບຕໍ່ລັດ. ພະນັກງານຂອງໜ່ວຍງານຕ່າງໆ ຕ້ອງມີປະຊາທິປະໄຕລວມສູນ, ຕ້ານພະຍາດອາດຍາສິດ, ຕ້ອງໂປ່ງໃສ, ຕ້ອງຊື່ສັດບໍລິສຸດ, ຕ້ອງສ້າງກໍາລັງແຮງສັງລວມເພື່ອເຮັດໃຫ້ລະບົບທະນາຄານມີຄວາມເຂັ້ມແຂງ, ພ້ອມນັ້ນ. ຕ້ອງເຮັດທຸລະກິດການເງິນແບບມືອາຊີບ ມີຫຼັກວິທະຍາສາດ ແລະ ມີຫຼັກວິຊາການຢ່າງແທ້ຈິງ ເພື່ອໃຫ້ທັນກັບສະພາບຄວາມເປັນຈິງ ແລະ ເຫດການທີ່ປ່ຽນແປງຢູ່ຕະຫຼອດເວລາ. ຕ້ອງເຂັ້ມງວດໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນຖານະເປັນຜູ້ຄຸ້ມຄອງມະຫາພາກດ້ານການເງິນ; ເອົາໃຈໃສ່ປະຕິບັດບັນດາມາດຕະການໃນການຊຸກຍູ້ການເຕີບໂຕຂອງເສດຖະກິດທີ່ລັດຖະບານໄດ້ວາງອອກ ໂດຍສະເພາະມາດຕະການທີ່ພົວພັນໂດຍກົງກັບການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ, ສະກັດກັ້ນໄພເງິນເຟີ້, ປັບປຸງນະໂຍບາຍເງິນຕາ, ຄວບຄຸມປະລິມານເງິນ M2 ໃຫ້ຢູ່ໃນກອບທີ່ກໍານົດໄວ້ ແລະ ວຽກອື່ນໆ, ເພີ່ມທະວີການຄຸ້ມຄອງເງິນຕາຕ່າງປະເທດໃຫ້ຮັດກຸມ ແລະ ເຄື່ອນໄຫວຢູ່ພາຍໃຕ້ລະບຽບກົດໝາຍຢ່າງເຂັ້ມງວດ, ເອົາໃຈໃສ່ຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບ ແລະ ເໜັງຕີງຕາມຂອບເຂດທີ່ກໍານົດໄວ້ ໂດຍໃຫ້ມີການຄົ້ນຄວ້າວິເຄາະວິໄຈ ແລະ ມີກົນໄກການກໍານົດອັດຕາແລກປ່ຽນຢ່າງລະອຽດຈະແຈ້ງ, ພ້ອມນັ້ນ ຕ້ອງມີມາດຕະການຄຸ້ມຄອງເປັນລະບົບ, ມີການຕິດຕາມ-ກວດກາຢ່າງເປັນປົກກະຕິຕໍ່ການເຄື່ອນໄຫວທຸລະກິດ ຂອງບັນດາຮ້ານແລກປ່ຽນເງິນຕາຢ່າງເຂັ້ມງວດ, ເອົາໃຈໃສ່ຄຸ້ມຄອງອັດຕາສ່ວນຕ່າງຂອງອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ໃຫ້ແທດເໝາະກັບສະພາບຕົວຈິງຂອງຕະຫຼາດ; ຕ້ອງຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ບໍ່ໃຫ້ເກີດມີບັນຫາການຂາດສະພາບຄ່ອງ, ຂາດຄວາມເຊື່ອຖືຂອງສັງຄົມ, ມີການຕິດຕາມ-ກວດກາການເຄື່ອນໄຫວຂອງຫົວໜ່ວຍທຸລະກິດທີ່ໄປເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຖ້າເກີດມີໜໍ່ແໜງຕ້ອງດໍາເນີນການແກ້ໄຂແຕ່ຫົວທີ. ຕໍ່ກັບການກະກຽມຄວາມພ້ອມຮອບດ້ານໃນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ອົງຄະນະພັກ ທຫລ ໃຫ້ຄະນະພັກທຸກຂັ້ນ ຈົ່ງເຊີດຊູຄວາມຮັບຜິດຊອບສຸມໃສ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນໃຫ້ສຳເລັດຕາມແຜນການທີ່ກຳນົດໄວ້, ທັງຮັບປະກັນຄຸນນະພາບຮອບດ້ານ ແລະ ສອດຄ່ອງຕາມນິຕິກຳທີ່ຂັ້ນເທິງກຳນົດ ໂດຍສະເພາະແມ່ນດ້ານເນື້ອໃນຕ່າງໆ ໃຫ້ສອດຄ່ອງກັບຄວາມເປັນຈິງ.
ສຳລັບວຽກງານກວດກາ ຕ້ອງມີຄວາມຮັບຜິດຊອບອັນແທ້ຈິງ ແລະ ຄົບຖ້ວນຂອງຄະນະພັກຕ້ອງສະແດງແຈ້ງໃນດ້ານຕ່າງໆຄື: (1) ມີສະຕິເຄົາລົບ ແລະ ປະຕິບັດເຂັ້ມງວດຕໍ່ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ເພື່ອສ້າງສັດທາ-ຄວາມເຊື່ອໝັ້ນ ແລະ ກະຕຸ້ນຄວາມກ້າຫານຮັບຜິດຊອບຂອງເຈົ້າໜ້າທີ່ກວດກາໃນການປະຕິບັດໜ້າທີ່; (2) ເປັນເຈົ້າການໃນການຕິດຕາມ, ສະພາບການຈັດຕັ້ງເຄື່ອນໄຫວຂອງການຈັດຕັ້ງ ແລະ ຜູ້ທີ່ຖືກມອບໝາຍ, ໂດຍສະເພາະຕໍ່ຜົນໄດ້ຮັບຕົວຈິງຂອງການເຄື່ອນໄຫວປະຕິບັດບັນດາເປົ້າໝາຍທີ່ວາງອອກ ແລະ ກຳຫາງສຽງ ກໍຄືປະກົດການບໍ່ປົກກະຕິໃນການປະຕິບັດໜ້າທີ່ຂອງພະນັກງານ;( 3) ເອົາ ໃຈໃສ່ນໍາເອົາບັນຫາທີ່ເກີດຂຶ້ນຕົວຈິງ ໂດຍສະເພາະປະກົດການລະເມີດລະບຽບກົດໝາຍມາປຶກສາຫາລື ແລະ ຊີ້ນຳແກ້ໄຂຢ່າງທັນການ; (4) ເປັນເຈົ້າການປະສານງານກັບຂັ້ນເທິງ ຫຼື ອົງການກ່ຽວຂ້ອງ ເພື່ອດຳເນີນການກວດກາ ແລະ ແກ້ໄຂຜົນການກວດກາຢ່າງເດັດຂາດເຂັ້ມງວດ; (5)ເອົາໃຈໃສ່ນໍາພາ-ຊີ້ນໍາປັບປຸງກົງຈັກການຈັດຕັ້ງປະກອບພະນັກງານ, ປົກປ້ອງການເຄື່ອນໄຫວປະຕິບັດໜ້າທີ່ຂອງພະນັກງານກວດກາ, ສ້າງເງື່ອນໄຂເອື້ອອຳນວຍແກ່ອົງການທີ່ເຮັດໜ້າທີ່ກວດກາພັກ-ລັດ.
ຂ່າວໂດຍ ຕູ່ນາ ເລົ່າຖາວອນ
ພາບໂດຍ ສະໝິງທອງ ເຄນສະບັບ