20/02/2025

ໃນວັນທີ 18 ກຸມພາ 2025 ຢູ່ທີ່ຫ້ອງປະຊຸມທະນາຄານ ICBC ອົງການກວດກາແຫ່ງລັດ ແລະ ທະນາຄານ ICBC ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຊຸກຍູ້ສ້າງຄວາມປອດໃສໃນສະຖາບັນການເງິນທີ່ເປັນການລົງທຶນຂອງຈີນຢູ່ ສປປ ລາວ ໂດຍການເຂົ້າຮ່ວມເປັນສັກຂິພິຍານຂອງທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານອົງການກວດກາແຫ່ງລັດ ພ້ອມດ້ວຍທ່ານຫົວໜ້າຫ້ອງການ, ຄະນະກົມ ແລະ ພະນັກງານທີ່ກ່ຽວຂ້ອງຂອງອົງການກວດກາແຫ່ງລັດ ແລະ ທ່ານ ເສີນເສິຍຊີນ (SHEN XUE QIN) ຜູ້ອໍານວຍການ ທະນາຄານ ICBC ພ້ອມດ້ວຍຄະນະອໍານວຍການ ແລະ ພະນັກງານຂອງທະນາຄານເຂົ້າຮ່ວມ.
ໃນພິທີທ່ານ ເສີນເສິຍຊີນ ໄດ້ກ່າວວ່າ ພວກຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ຂອບການຮ່ວມມື, ICBC ສາຂານະຄອນຫຼວງວຽງຈັນ ຈະຕັ້ງໃຈປະຕິບັດ ຕາມຄວາມເຫັນດີເຫັນພ້ອມດ້ານຍຸດທະສາດຂອງຜູ້ນໍາ ລາວ-ຈີນ ແລະ ບັນດາວຽກງານ ຂອງຄະນະພັກ ICBC ສໍານັກງານໃຫຍ່ ທີ່ໄດ້ມອບໝາຍໃຫ້ດີຍິ່ງຂຶ້ນ, ຢຶດໝັ້ນຄວາມຮັບຜິດຊອບທາງດ້ານການເມືອງ, ເສດຖະກິດ ແລະ ທະນາຄານລັດວິສາຫະກິດຂະໜາດໃຫຍ່ຢ່າງບໍ່ຢຸດຢັ້ງ, ໃຫ້ບໍລິການ ດ້ານການເງິນທີ່ມີຄຸນນະພາບສູງ ດ້ວຍຄວາມສັດຊື່ສຸດຈະລິດ, ຕັ້ງໜ້າເຂົ້າຮ່ວມ ແລະ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງລາວ-ຈີນ, ພະນັກງານທຸກຖ້ວນໜ້າມີຄວາມພ້ອມພຽງເຫັນດີເປັນເອກະພາບ ແລະ ມີສະຕິຄວາມຕື່ນຕົວສູງໃນການປະຕິບັດຄະຕິຄວາມປອດໃສ, ການເປັນທະນາຄານສະໄໝໃໝ່ທີ່ມີຄວາມສັດຊື່ປອດໃສທີ່ໄດ້ຮັບການຍອມຮັບ ແລະ ເຄົາລົບຈາກສັງຄົມຢ່າງກວ້າງຂວາງ ເພື່ອສະໜັບສະໜູນການສ້າງ "ໜຶ່ງແລວ ໜຶ່ງເສັ້ນທາງ" ແລະ ການພັດທະນາ ຄູ່ຮ່ວມຊາຕາກຳລາວ-ຈີນ ໃນບາດກ້າວໃໝ່.
ທ່ານ ສຸກຄຳເພັດ ເຮືອງບຸດສີ ກໍ່ໄດ້ກ່າວວ່າ ສປປ ລາວ ຍາມໃດກໍ່ຖືສໍາຄັນການຮ່ວມມືກັບພາຍໃນ ແລະ ຕ່າງປະເທດໃນການກວດກາ, ຕ້ານ ແລະ ສືບສວນ-ສອບສວນການສໍ້ລາດບັງຫຼວງ, ໃນນັ້ນມີການຮ່ວມມືສອງຝ່າຍທີ່ແໜ້ນແຟ້ນກັບຄະນະກໍາມະການກວດກາແຫ່ງຊາດຈີນ. ເຊິ່ງໃນໄລຍະຜ່ານມາໄດ້ຮ່ວມກັນຕິດຕາມ, ກວດກາ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ປັດຈຸບັນແມ່ນສືບຕໍ່ກໍ່ສ້າງຄວາມປອດໃສໃນກອບການຮ່ວມມື“ໜຶ່ງແລວໜຶ່ງເສັ້ນທາງ” ສ້າງຄວາມປອດໃສໃນໄລຍະດໍາເນີນກິດຈະການລົດໄຟລາວ-ຈີນໃຫ້ເຂັ້ມແຂງ, ລົງເລິກການຮ່ວມມືປະຕິບັດກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ຮ່ວມມືກັນປາບປາມຜູ້ກະທໍາຜິດສໍ້ລາດບັງຫຼວງຂ້າມແດນ. ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າການຮ່ວມມືລະຫວ່າງອົງການກວດກາແຫ່ງລັດ ແລະ ທະນາຄານອຸດສາຫະກໍາແລະ ການຄ້າຈີນຈໍາກັດ ສາຂານະຄອນຫຼວງວຽງຈັນຄັ້ງນີ້ ຈະເປັນການຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານຕ້ານການສໍ້ລາດບັງຫຼວງໃຫ້ມີປະສິດທິຜົນສູງ ເພື່ອສອດຄອງກັບນະໂຍບາຍການພັດທະນາ "ໜຶ່ງແລວໜຶ່ງເສັ້ນທາງ"”ແລະ ຂໍ້ລິເລີ່ມເສັ້ນທາງສາຍໄໝປອດໃສຂາວສະອາດ”ຂອງ ສປ ຈີນ ທັງຊ່ວຍຍົກລະດັບການຕ້ານການສໍ້ລາດບັງຫຼວງ ແລະ ການຄຸ້ມຄອງທີ່ຖືກຕ້ອງຕາມລະບຽບແລະ ກົດໝາຍ, ຊຸກຍູ້ການດຳເນີນທຸລະກິດຂອງທະນາຄານອຸດສາຫະກຳ ແລະ ການຄ້າຈີນຈຳກັດ ສາຂານະຄອນຫຼວງວຽງຈັນ ໃຫ້ຂະຫຍາຍຕົວ ແລະ ມີຄວາມປອດໃສ, ຂາວສະອາດຕະຫຼອດໄປ.