ທ່ານ ຄຳພັນ ພົມມະທັດ ຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5
17/02/2025

ໃນຕອນເຊົ້າວັນທີ 14 ກຸມພາ 2025 ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະນຳຂອງແຂວງ ບໍລິຄຳໄຊ ຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທແຫ່ງທີ 5 ລະຫວ່າງ ແຂວງ ບໍລິຄຳໄຊ ກັບ ແຂວງ ບຶງການ ຣາຊະອານາຈັກໄທ, ໃຫ້ການຕ້ອນຮັບໂດຍ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ 5.
ໂອກາດນີ້ໄດ້ຮັບຟັງການລາຍງານຄວາມເປັນມາ ແລະ ຄວາມຄືບໜ້າຂອງໂຄງການຈາກ ທ່ານ ໄລທອງ ພົມມະວົງ ເຊິ່ງທ່ານ ໃຫ້ຮູ້ວ່າໂຄງການກໍ່ສ້າງ ຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ)ໄດ້ເລີ່ມມີການສຶກສາຄວາມເປັນໄປໄດ້, ສໍາຫຼວດ, ອອກແບບ ແຕ່ປີ 2014 ແລະ ໄດ້ອອກແບບລະອຽດສໍາເລັດ ໃນປີ 2016 ໂດຍໄດ້ຮັບການຊ່ວຍເຫຼືອລ້າ ຈາກອົງການ NEDA ປະເທດໄທ, ແຕ່ຍ້ອນມີການສະເໜີໃຫ້ມີການປັບປຸງຮູບແບບຂອງເສົາຄຶງສາຍກາບກາງນໍ້າເປັນ 3 ໄລຍະ ຄື: ຮູບແຄນຄູ່, ຮູບດອກຈັນ ແລະ ກັບມາເປັນຮູບແຄນອີກເທື່ອໜຶ່ງ ແລະ ໄດ້ຖືກຮອງຮັບຈາກລັດຖະບານ 2 ຝ່າຍໃນປີ 2018 ໂຄງການດັ່ງກ່າວ ໄດ້ຮັບເງິນກູ້ຢືມດອກເບ້ຍຜ່ອນຜັນຈາກອົງການ NEDA ປະເທດໄທ, ໃນມູນຄ່າທັງໝົດ 1.380,067 ລ້ານບາດ, ການກໍ່ສ້າງໂຄງການ ຕາມສັນຍາທີ 1 (Package 2 B): ມີການກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຫົວຂົວ, ຕາມແຜນການ ຮອດທ້າຍເດືອນ ມັງກອນ 2025 ຈະປະຕິບັດໃຫ້ສໍາເລັດ 97,52% ແຕ່ການປະຕິບັດໄດ້ຕົວຈິງ ເຮັດໄດ້ພຽງ 95,76% ຫຼຸດຄາດໝາຍ -1,76%. ໂດຍອີງຕາມແຜນດັດແກ້ໃໝ່ ທີ່ໄດ້ສະເໜີຂໍຕໍ່ສັນຍາຮອດວັນທີ 31 ມີນາ 2025 ໃຫ້ສໍາເລັດວຽກທີ່ໄດ້ສັນຍານໍາກັນ ສ່ວນວຽກອື່ນໆແມ່ນຈະໄດ້ກວດກາຄືນ ເພື່ອສືບຕໍ່ເຮັດສັນຍາ ແລະ ປະຕິບັດໃຫ້ສໍາເລັດໃນລາຍລະອຽດຂອງວຽກຕ່າງໆທີ່ຍັງຄ້າງ, ຄາດວ່າຈະໄດ້ເປີດນຳໃຊ້ຢ່າງເປັນທາງການໃນວັນທີ 19 ທັນວາ 2025
ພາຍຫຼັງທີ່ໄດ້ຮັບຟັງການລາຍງານແລ້ວ ທ່ານ ຄຳພັນ ພົມມະທັດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ເຈົ້າຂອງໂຄງການທີ່ໄດ້ແຈ້ງລາຍລະອຽດໃຫ້ຮັບຊາບ ແລະ ສະແດງຄວາມຊົມເຊີຍຕໍ່ໂຄງການ ແລະ ຄະນະພັກ, ຄະນະນຳແຂວງ ບໍລິຄຳໄຊ ທີ່ສາມາດຈັດຕັ້ງປະຕິບັດຕາມແຜນ. ພ້ອມນີ້ທ່ານກໍ່ໄດ້ເຈາະຈີ້ມຕື່ມບາງບັນຫາເປັນຕົ້ນແມ່ນການຈັດສັນການບໍລິການຍົກຍໍຄ່ຽນຖ່າຍສິນຄ້າ, ຄວາມອາດສາມາດໃນການຂົນສົ່ງສິນຄ້າກໍ່ຄືໂດຍສານ.
ຈາກນັ້ນທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແລະ ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກ, ຮອງເຈົ້າແຂວງ ບໍລິຄຳໄຊ ກໍ່ໄດ້ຜັດປ່ຽນກັນລາຍງານຕື່ມຕໍ່ກັບຄຳຖາມເຈາະຈີ້ມ ແລະ ໄດ້ພ້ອມກັນລົງເບິ່ງເຂດກໍ່ສ້າງຕົວຈິງ.