ປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ບໍລິຄຳໄຊ

14/02/2025

ປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ບໍລິຄຳໄຊ

ໃນວັນທີ 13-14 ກຸມພາ 2024 ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບໍລິຄຳໄຊ ໂດຍການຕ້ອນຮັບຂອງ ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງ ບໍລິຄຳໄຊ ພ້ອມດ້ວຍຄະນະ.

ໃນໂອກາດນີ້ ສະຫາຍ ສອນທະນູ ທຳມະວົງ ໄດ້ລາຍງານສະພາບລວມໂດຍຫຍໍ້ຂອງແຂວງ ໃນໄລຍະຜ່ານມາ ເຊິ່ງສະຫາຍໃຫ້ຮູ້ວ່າ ວຽກງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ຈັດຕັ້ງກໍາລັງ ປກສ ລົງຮາກຖານການເມືອງ ຢູ່ເຂດຈຸດສຸມຫຼໍ່ແຫຼມໃຈກາງ, ຕິດພັນກັບການແກ້ໄຂບັນຫາ 4 ເຖື່ອນ ແລະ ຈັດຕັ້ງປະຕິບັດ 9 ຫົວຂໍ້ສໍາມະນາວິທະຍາສາດທີ່ແຂວງກໍານົດ; ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ຂົງເຂດເສດຖະກິດ ປີ 2024 ຂະຫຍາຍຕົວ 5,29% ລວມຍອດຜະລິດຕະພັນພາຍໃນແຂວງ GPP ປະຕິບັດໄດ້ 13.907,9 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ບັນລຸ 41 ລ້ານກວ່າກີບ ຫຼື 1.950 ໂດລາ, ຂະແໜງກະສິກໍາ-ປ່າໄມ້ ຂະຫຍາຍຕົວ 3,22% ກວມເອົາ 36,28% ຂອງ GPP, ຂະແໜງອຸດສະຫະກໍາ-ກໍ່ສ້າງ ຂະຫຍາຍຕົວ 3,79% ກວມເອົາ 42,4% ຂອງ GPP, ຂະແໜງບໍລິການ ຂະຫຍາຍຕົວ 9,53% ກວມເອົາ 21,32% ຂອງ GPP, ສຸມໃສ່ຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 1.725,82 ຕື້ກີບ ເທົ່າກັບ 121,37% ຂອງແຜນປີ; ແກ້ໄຂໜີ້ສິນການລົງທຶນຂອງລັດ ທີ່ຕິດພັນກັບວາລະແຫ່ງຊາດ ເຊິ່ງສາມາດປະຕິບັດໄດ້ 322 ໂຄງການ, ມູນຄ່າ 98,91 ຕື້ກີບ; ໃນນີ້: ນໍາໃຊ້ເງິນບ້ວງເກີນແຜນປີ 2023 ຈໍານວນ 51,17 ຕື້ກີບ ເຮັດໃຫ້ສາມາດປົດໂຄງການອອກຈາກສາລະບານແຜນລົງທຶນໄດ້ 78 ໂຄງການ, ມູນຄ່າ 13,90 ຕື້ກີບ; ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ຕາມຊຸກຍູ້ຫົວໜ່ວຍທຸລະກິດ ໃຫ້ເຂົ້າເຖິງແຫຼ່ງທຶນໃນບ້ວງຕ່າງໆໄດ້ 86 ຫົວໜ່ວຍ ມູນຄ່າ 1.132 ຕື້ກວ່າກີບ; ສາມາດສ້າງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ທົ່ວແຂວງ ໄດ້ 16 ຫົວໜ່ວຍ, ສິນຄ້າໂອດ໋ອບ 138 ລາຍການ; ສໍາລັບວຽກງານກວດກາພັກ-ລັດ ແມ່ນໄດ້ຕິດຕາມ, ຊຸກຍູ້ການແກ້ໄຂຜົນຂອງການກວດສອບປະຈໍາປີ 2023 ມີທັງໝົດ 11 ພາກສ່ວນ; ຮັບ ແລະ ຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ທັງໝົດ 43 ສະບັບ, ຮັບເຂົ້າໃໝ່ 30 ເລື່ອງ; ແກ້ໄຂສໍາເລັດ 20 ເລື່ອງ, ສືບຕໍ່ຕິດຕາມ ແລະ ຄົ້ນຄວ້າແກ້ໄຂ 23 ສະບັບ; ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຄັ້ງທີ VIII ທົ່ວອົງຄະນະພັກແຂວງ ໄດ້ອອກມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກແຂວງ ສະບັບເລກທີ 375/ຄປພ.ຂບຊ, ລົງວັນທີ 31 ສິງຫາ 2023; ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຊຸກຍູ້ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກແຂວງ ສະບັບເລກທີ 402/ຄປພ.ຂບຊ, ລົງວັນທີ 9 ຕຸລາ 2023, ວຽກງານບຸກຄະລາກອນປັດຈຸບັນສໍາເລັດການດໍາເນີນກອງປະຊຸມໃຫຍ່ແລ້ວ 5 ເມືອງ; ສໍາລັບຮາກຖານພັກອ້ອມຂ້າງແຂວງ ທີ່ຮອດວາລະດໍາເນີນກອງປະຊຸມໃຫຍ່ມີ 966 ຮາກຖານພັກ, ເປີດກອງປະຊຸມໃຫຍ່ຂອງຕົນ ສໍາເລັດ 870 ຮາກຖານພັກ, ຍັງບໍ່ທັນສໍາເລັດ 96 ຮາກຖານ, ສໍາເລັດການເອົາເນື້ອໃນເຂົ້າໃນຮ່າງລາຍງານການເມືອງ ໂດຍພື້ນຖານ ຕາມບົດແນະນໍາ (ສະບັບປັບປຸງ) ສະບັບເລກທີ 05 ຂອງຫ້ອງວ່າການສູນກາງພັກ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2026-2030) ຕາມຄໍາແນະນໍາ ເລກທີ 3545 ຂອງກະຊວງແຜນການ ແລະ ການລົງທຶນ; ສ່ວນພາກສະຫຼຸບ (2021-2025) ດ້ານເນື້ອໃນການສະຫຼຸບຕີລາຄາຕາມ 6 ເປົ້າໝາຍ 21 ວຽກງານຈຸດ; ພາກທິດທາງແຜນການ 5 ປີ (2026-2030) ແມ່ນໄດ້ສືບຕໍ່ 6 ເປົ້າໝາຍ ແລະ 26 ວຽກຈຸດສຸມ ທີ່ໄດ້ກໍານົດໄວ້.

ພາຍຫຼັງທີ່ໄດ້ຮັບຟັງການລາຍງານ ສະຫາຍ ຄໍາພັນ ພົມມະທັດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ຄະນະປະຈຳພັກແຂວງ ບໍລິຄຳໄຊ ກ່ຽວກັບບັນຫາຕ່າງໆທີ່ພົ້ນເດັ່ນໃນປັດຈຸບັນເປັນຕົ້ນແມ່ນການແກ້ໄຂບັນຫາເສດຖະກິດການເງິນ, ບັນຫາກ່ຽວກັບການບຸກລຸກທີ່ດິນຂອງລັດ, ການຕັດໄມ້ທຳລາຍປ່າ ແລະ ການຂຸດຄົ້ນບໍ່ແຮ່ ໃຫ້ສຳຫຼວດກວດກາເບິ່ງແຕ່ລະບັນຫາ ເມື່ອເຫັນບັນຫາແລ້ວກໍ່ໃຫ້ພ້ອມກັນແກ້ໄຂ ພ້ອມນີ້ ການເຄື່ອນໄຫວວຽກງານກວດກາແມ່ນໃຫ້ເບິ່ງທິດທາງໃນຕໍ່ໜ້າວຽກຈຸດສຸມຂອງກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2024 ໃຫ້ເບິ່ງແຕ່ລະບັນ ແລ້ວປຶກສາຫາລືກັນໃນຄະນະກວດກາ ເບິ່ງວ່າແຂວງບໍລິຄຳໄຊມີຈັກປະເດັນບັນຫາ ບັນຫາລວມແມ່ນຫຍັງ, ປະເດັນບັນຫາທີ່ເຄັ່ງຮ້ອນທີ່ຕ້ອງໄດ້ແກ້ແມ່ນຫຍັງ ໃຫ້ມີການວາງແຜນການຄາດຄະເນການເຄື່ອນໄຫວຂອງອົງການກວດກາ, ແຜນເຄື່ອນໄຫວລວມຂອງຄະນະປະຈຳ, ປັບປຸງວຽກງານຕິດຕາມ, ກວດກາໃນທຸກຂະແໜງການ ໃຫ້ບັນດາສະຫາຍຄະນະປະຈຳກໍ່ຄືສະຫາຍເລຂາພັກແຂວງປັບປຸງແລ້ວພ້ອມກັນຄົ້ນຄວ້າປະກອບຄຳເຫັນຫຼັງຈາກນັ້ນກໍ່ໃຫ້ເປັນເອກະພາບກັນຜັນຂະຫຍາຍຕິດພັນກັບການກະກຽມກອງປະຊຸມໃຫຍ່ ແລະ ສຸມໃສ່ແກ້ບັນຫາທີ່ຮີບດ່ວນຢູ່, ວຽກງານກວດກາແມ່ນວຽກງານລວມຂອງຄະນະປະຈຳ, ມີການແກ້ໄຂບັນຫາເປັນໝູ່ຄະນະ, ​ເປັນບັນຫາທີ່ຕ້ອງໄດ້ໃຊ້ຄວາມທົດສອບຈຸດຢືນຂອງຄະນະນຳໃຫ້ມີຄວາມຮັບຜິດຊອບຮ່ວມກັນ ໃຫ້ພ້ອມກັນເບິ່ງບັນຫາອັນໃດທີ່ຄຸມເຄືອບໍ່ສາມາດແກ້ໄດ້.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)