ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບ ປະທານສຳນັກງານກວດສອບ ແຫ່ງຊາດ ມົງໂກລີ ໃນຕອນບ່າຍວັນທີ 12 ກຸມພາ 2025 ນີ້

12/02/2025

ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບ ປະທານສຳນັກງານກວດສອບ ແຫ່ງຊາດ ມົງໂກລີ ໃນຕອນບ່າຍວັນທີ 12 ກຸມພາ 2025 ນີ້

ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊັກຈາວ ເຕເລັກ (H.E. Mr. D.Zagdjav) ປະທານສໍານັກງານກວດສອບ ແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ.

ໂອກາດນີ້ ທ່ານ ຄຳພັນ ພົມມະທັດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະກັບ ທ່ານ ຊັກຈາວ ເຕເລັກ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມນີ້ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເຊິ່ງເປັນການປະກອບສ່ວນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ ສປປ ລາວ ແລະ ມົງໂກລີ, ຊຶ່ງໃນເດືອນ ກັນຍາ ທີ່ຈະມາເຖິງນີ້ ການສ້າງຕັ້ງສາຍພົວພັນການທູດລາວ-ມົງໂກລີ ກໍ່ຈະຄົບຮອບ 63 ປີ (12 ກັນຍາ 1962 - 12 ກັນຍາ 2025). ສອງລັດຖະບານ ສປປ ລາວ ແລະ ມົງໂກລີ ໄດ້ມີການພົວພັນຮ່ວມມືກັນຢ່າງໃກ້ສິດ ແລະ ເປັນປົກກະຕິ ບົນຫລັກການ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ໂດຍມີການພົບປະຢ້ຽມຍາມ ແລກປ່ຽນ ເຊີ່ງກັນ ແລະ ກັນ ຂອງການນຳລະດັບສູງ ຝ່າຍບໍລິຫານ ແລະ ຝ່າຍນິຕິບັນຍັດ ຢ່າງເປັນປົກກະຕິ. ສະແດງອອກ ພະນະທ່ານ ຄູເຣລສຸກຄ໌ ໂອຄະນາ (U. Khurelsukh) ປະທານາທິບໍດີ ມົງໂກລີ ໄດ້ເດີນທາງຢ້ຽມຢາມລັດຖະກິດທີ່ ສປປ ລາວ ໃນປີ 2023 ແລະ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດ ທີ່ ມົງໂກລີ ໃນປີ 2024.

ຈາກນັ້ນ ທ່ານ ຊັກຈາວ ເຕເລັກ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງ ທ່ານ ຄຳພັນ ພົມມະທັດ ພ້ອມທັງລາຍງານສະພາບການເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້. ເຊິ່ງການ ຮ່ວມມື ແລະ ການເຄື່ອນໄຫວວຽກງານສໍານັກງານກວດສອບ ແຫ່ງຊາດ ມົງໂກລີ - ອົງການກວດສອບແຫ່ງລັດ ສປປ ລາວ ໃນໄລຍະຜ່ານມາແມ່ນໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ. ຕອນທ້າຍທ່ານ ຄໍາພັນ ພົມມະທັດ ຍັງໄດ້ອວຍພອນໃຫ້ປະທານສໍານັກງານກວດສອບ ແຫ່ງຊາດ ມົງໂກລີ ພ້ອມດ້ວຍຄະນະ. ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)