09/02/2025

ໃນຕອນເຊົ້າຂອງວັນທີ 31 ມັງກອນ 2025 ນີ້ ທ່ານ ປອ ດາວບົວລະພາ ບາວົງເພັດ ກໍາມະການປະຈໍາພັກ,ຮອງປະທານຄະນະກວດກາສູນກາງພັກ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ,ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນທະວີ ສໍສຸກັນ ກໍາມະການປະຈໍາພັກແຂວງ, ປະທານອົງການກວດກາລັດແຂວງ ພ້ອມດ້ວຍຄະນະ.
ໂອກາດນີ້ ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານກວດກາຮອບດ້ານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ໂດຍຫຍໍ້ ຈາກທ່ານ ບຸນທະວີ ສໍສຸກັນ ເຊິ່ງທ່ານໃຫ້ຮູ້ວ່າ ຕະຫຼອດໄລຍະໜຶ່ງປີຜ່ານມາຄະນະພັກ, ຄະນະອົງການກວດກາແຂວງແຂວງຜົ້ງສາລີ ກໍ່ໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາປະຕິບັດໜ້າທີ່ການເມືອງຂອງຄະນະພັກແຕ່ລະຂັ້ນ ເປັນຕົ້ນແມ່ນເອົາໃຈໃສ່ຊີ້ນໍາວຽກຈຸດສຸມ, ບັນດາຄາດໝາຍສູ້ຊົນແຕ່ລະດ້ານເປັນຕົ້ນແມ່ນໄດ້ນໍາພາ ວຽກງານການ ເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນ, ສະມາຊິກພັກພາຍໃນອົງການກວດກາແຕ່ລະຂັ້ນ ແລະ ນໍາພາຈັດຕັ້ງເຄື່ອນໄຫວວຽກງານວິຊາສະເພາະຕາມສິດ ແລະ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ,ລົງຕິດຕາມກວດກາ ຕາມມະຕິຂອງອົງຄະນະພັກແຂວງ, ຕາມແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງ ທີ IX ຂອງແຂວງ. ສຳລັບວຽກງານກວດກາພັກ: ທົ່ວແຂວງລວມມີ 10 ອົງຄະນະພັກ, ມີ 889 ໜ່ວຍພັກ, ຕິລາຄາຈັດແບ່ງປະເພດໜ່ວຍພັກ ປອດໃສ່, ເຂັ້ມແຂງ ແລະ ໜັກແໜ້ນ ປະຈໍາປີ 2024 ໜ່ວຍພັກແຂງ 576 ໜ່ວຍພັກ, ໜ່ວຍພັກກາງ 177 ໜ່ວຍພັກ, ໜ່ວຍພັກອ່ອນ 0 ໜ່ວຍພັກ ແລະ ໜ່ວຍພັກບໍ່ໄດ້ຕີລາຄາ 18 ໜ່ວຍພັກ, ໜ່ວຍພັກທີບໍ່ໄດ້ຕີລາຄາ 118 ໜ່ວຍພັກ ທຽບປີ 2023 ເພີ່ມຂື້ນ 16 ໜ່ວຍ, ສະມາຊິກພັກປະເພດແຂງ 9,633 ສະຫາຍ, ຍິງ 3,409 ສະຫາຍ, ປະເພດກາງ 1,691 ສະຫາຍ, ຍິງ 269 ສະຫາຍ, ປະເພດອ່ອນ 36 ສະຫາຍ, ຍິງ 02 ສະຫາຍ, ປະເພດເສຍທາດ 04 ສະຫາຍ, ຍິງ 0 ສະຫາຍ, ບໍ່ໄດ້ຈັດປະເພດ 437 ສະຫາຍ, ຍິງ 117 ສະຫາຍ ( ເຫດຜົນບໍ່ໄດ້ຕີລາຄາແມ່ນສະມາຊິກພັກຍົກຍ້າຍ, ສໍາຮອງ ແລະ ໄປຮຽນຕໍ່ ) ຍັງບໍ່ໄດ້ຕີລາຄາ 2,390 ສະຫາຍ, ຍິງ 388 ສະຫາຍ;
ດ້ານວຽກງານຕິດຕາມກວດກາລັດບໍລິຫານ ແມ່ນໄດ້ຕິດຕາມ, ກວດກາກວດກາບັນດາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ລົງມາຈໍານວນ 168 ໂຄງການ ຜ່ານການກວດກາ ພົບເຫັນຕົວເລກທີ່ບໍ່ໄດ້ຈັດຕັ້ງປະຕິບັດຕາມສັນຍາຈໍານວນ 8,422,943,010 ກີບ ແລະ ໄດ້ຮັບການແກ້ໄຂຕາມລະບຽບການແລ້ວ, ແຕ່ຍັງຕ້ອງສືບຕໍ່ຕິຕາມການດັດແກ້ມູນຄ່າຕາມຜົນຂອງການກວດກາໂຄງການລົງທືນຂອງລັດທີ່ມີມູນຄ່າ 10 ຕື້ກິບລົງ ທີ່ໄດ້ກວດກາສຳເລັດ ປີ2023-2024ຈໍານວນ 168 ໂຄງການ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ຈັດຕັ້ງເຜີຍແຜ່ນິຕິກໍາກ່ຽວກັບການສະກັດກັ້ນຕ້ານການສໍ້ລາດບັງຫຼວງໃນຂອບເຂດທົ່ວແຂວງ ໂດຍສະເພາະ ກົດໝາຍເລກທີ 27/ສພຊ, ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ດໍາລັດຂອງລັດຖະບານ ວ່າດ້ວຍການແຈ້ງຊັບສິນ ເລກທີ 159/ລບ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງ ໄດ້ຈໍານວນ 03 ຄັ້ງ, ມີຜູ້ແທນເຂົ້າຮ່ວມທັງໝົດ 121 ຄົນ, ຍິງ 54 ຄົນ; ແລະ ຈັດຕັ້ງປະຕິບັດການແຈ້ງຊັບສິນ ແລະ ລາຍຮັບໃນກໍລະນີຕ່າງໆ ຕາມດໍາລັດ 159/ລບ ໂດຍສະ ເພາະເປົ້າໝາຍພະນັກງານ-ລັດຖະກອນຜູ້ທີ່ເລື່ອນຕໍາແໜ່ງບໍລິຫານໃໝ່, ພະນັກງານລັດຖະກອນສົມບູນໃໝ່ ແລະ ພະນັກງານຜູ້ທີ່ອອກຮັບເບ້ຍບໍານານ ນັບແຕ່ປີ 2022-2024 ໃນທົ່ວແຂວງ ມີຈໍານວນທັງໝົດ 539 ທ່ານ, ຍິງ 230 ທ່ານ, ຂັ້ນແຂວງຄຸ້ມຄອງມີ 187 ທ່ານ, ຍິງ 76 ທ່ານ ແລະ ຂັ້ນເມືອງຄຸ້ມຄອງ 123 ທ່ານ, ຍິງ 31 ທ່ານ; ວຽກງານຄໍາຮ້ອງ-ຄໍາສະເໜີໄດ້ຮັບ ຄໍາຮ້ອງ - ຄໍາສະເໜີ ຂອງພົນລະເມືອງ ລວມທັງໝົດ 17 ສະບັບໃນນີ້ ຄໍາສະເໜີ ມີ 13 ສະບັບ.ຄໍາຮ້ອງຟ້ອງມີ 02 ສະບັບ.ຄໍາຮ້ອງຂໍຄວາມເປັນທໍາ ມີ 02 ສະບັບ, ສົ່ງໃຫ້ພາກສ່ວນອື່ນທີ່ກ່ຽວຂ້ອງແກ້ໄຂມີ 17 ສະບັບ ແລະ ໄດ້ມີການຕິດຕາມຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂຕາມພາລະບົດບາດ, ແລະ ຕາມລະບຽບການ,ເນື້ອໃນຄຳຮ້ອງທີ່ພົ້ນເດັ່ນທີ່ເກີດຂື້ນສ່ວນຫຼາຍແມ່ນເລື່ອງຂໍ້ຂັດແຍ່ງທີ່ດີນ ແລະ ບັນຫາການພົວພັນສີ່ງເສບຕິດ.