06/02/2025

ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2024 ໄດ້ປິດລົງເມື່ອບໍ່ດົນມານີ້ ເຊິ່ງໃນກອງປະຊຸມໄດ້ສະຫຼຸບຕີລາຄາບັນດາໜ້າວຽກຕາມພາລະບົດບາດ ໃນນັ້ນວຽກງານຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ກໍ່ແມ່ນວຽກໜຶ່ງທີ່ຄະນະກວດກາແຕ່ລະຂັ້ນເອົາໃຈໃສ່ໃນການຈັດຕັ້ງປະຕິບັດເຊິ່ງໃນ 1 ປີຜ່ານ ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາ ແຕ່ລະຂັ້ນໄດ້ຖືວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເປັນວຽກໜຶ່ງທີ່ສໍາຄັນ ໂດຍໄດ້ນໍາເອົາບັນດານິຕິ ກຳກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທີ່ສ້າງ ແລະ ປັບປຸງໃໝ່ ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພົນລະເມືອງຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງ ເຊິ່ງໂຄສະນາເຜີຍແຜ່ ທັງໝົດ 10 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1.383 ຄົນ; ຂຶ້ນຫ້ອງບັນຍາຍ ກ່ຽວກັບວຽກງານສະກັດກັ້ນ, ຕ້ານ ແລະ ສອບສວນຄະດີ ສໍ້ລາດບັງຫຼວງ ຢູ່ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຈໍານວນ 28 ຄັ້ງ; ແຈກຢາຍແບບຟອມເອກະສານແຈ້ງຊັບສິນ ແລະ ລາຍຮັບທັງ ໝົດ 55 ພາກສ່ວນ ມີ: 17 ກະຊວງ 20 ອົງການ ແລະ 18 ແຂວງ ລວມແບບຟອມທີ່ສົ່ງທັງໝົດ 44.898 ສະບັບ ແລະ ຮັບເອກະສານແຈ້ງຊັບສິນຂອງພະນັກງານຂັ້ນສູນກາງຄຸ້ມຄອງ 1.288 ທ່ານ, ຍິງ 196 ທ່ານ ມີ: ກະຊວງ 653 ທ່ານ, ຍິງ 59 ທ່ານ, ຍັງຄ້າງ 75 ທ່ານ ແລະ ຢູ່ແຂວງ 369 ທ່ານ, ຍິງ 79 ທ່ານ, ຍັງຄ້າງ 420 ທ່ານ; ໄດ້ດໍາເນີນການສືບສວນ-ສອບສວນຄະດີ ການສໍ້ລາດບັງຫຼວງ ສໍາເລັດ 04 ເລື່ອງ ມີຄວາມເສຍຫາຍ ທັງໝົດ 115.08 ຕື້ກີບ, 3.2 ລ້ານບາດ, 25.68 ລ້ານໂດລາສະຫະລັດ ແລະ 7.8 ລ້ານຢວນ; ໃນນີ້ ເກັບກູ້ໄດ້ແລ້ວ 63.62 ຕື້ກີບ, 200,000 ບາດ, 4,700 ໂດລາສະຫະລັດ ແລະ 5.19 ລ້ານຢວນ; ຍັງເກັບກູ້ບໍ່ໄດ້ 51.46 ຕື້ກີບ, 3.0 ລ້ານບາດ, 25.67 ລ້ານໂດລາສະຫະລັດ ແລະ 2.63 ລ້ານຢວນ; ມີເປົ້າໝາຍ ພົວພັນທັງໝົດ 208 ຄົນ, ດໍາເນີນຄະດີ 40 ຄົນ (ຕ່າງປະເທດ 02 ຄົນ), ນໍາໃຊ້ມາດຕະການກັກຕົວ 39 ຄົນ ແລະ ແກ້ໄຂທາງລະບຽບບໍລິຫານ 168 ຄົນ; ກໍາລັງດໍາເນີນການສືບສວນ-ສອບສວນ 02 ເລື່ອງ, ມີຄວາມເສຍຫາຍທັງໝົດ 382.6 ລ້ານກີບ, 1.6 ລ້ານບາດ ແລະ 7.2 ລ້ານໂດລາສະຫະລັດ; ເກັບກູ້ໄດ້ 382.6 ລ້ານກີບ, 1.6 ລ້ານບາດ ແລະ 7.2 ລ້ານໂດລາສະຫະລັດ; ມີເປົ້າໝາຍ ພົວພັນ 06 ຄົນ, ດໍາເນີນຄະດີ 06 ຄົນ, ໃນນີ້ ນໍາໃຊ້ມາດຕະການກັກຕົວ 05 ຄົນ.