03/02/2025

ໃນວັນທີ 3-4 ກຸມພາ 2025 ນີ້ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາທົ່ວປະເທດ ປະຈໍາປີ 2024 ຂຶ້ນຢ່າງເປັນທາງການຢູ່ສະໂມສອນຄະນະກວດກາສູນກາງພັກ (ຫຼັກ 6) ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາສະຫາຍຄະນະກົມ, ຄະນະພະແນກພາຍໃນ ຄກສພ-ອກຫລ, ປະທານ-ຮອງປະທານ ຄະນະກວດກາຈາກກະຊວງ-ອົງການ ແລະ ຈາກຄະນະກວດກາພັກ-ລັດແຂວງ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ຈະໄດ້ພ້ອມກັນສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໂດຍສະເພາະການເຄື່ອນໄຫວວຽກງານກວດກາ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025. ພ້ອມກັນນັ້ນ ກໍ່ຈະໄດ້ເຜີຍແຜ່-ເຊື່ອມຊຶມ ເອກະສານສໍາຄັນ ຈໍານວນໜຶ່ງ ເປັນຕົ້ນ: ຮ່າງຍຸດທະສາດ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໄລຍະແຕ່ປີ 2025-2030; ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ກະຊວງປ້ອງກັນ ຄວາມສະຫງົບ, ກະຊວງຍຸຕິທຳ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການດໍາເນີນຄະດີ; ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ກັບ ອົງການກວດສອບ ແຫ່ງລັດ ສະບັບລົງວັນທີ 14 ກຸມພາ 2024; ລະບຽບການ ວ່າດ້ວຍການເກັບຮັກສາເອກະສານກ່ຽວກັບການກວດກາ ສະບັບເລກທີ 138/ອກຫລ, ລົງວັນທີ 09 ເມສາ 2024 ( ຜັນຂະຫຍາຍມາດຕາ 32 ຂອງກົດໝາຍ ວ່າ ດ້ວຍການກວດກາລັດ ສະບັບປັບປຸງ ເລກທີ 25/ສພຊ, ລົງວັນທີ 29 ທັນວາ 2022 ); ບົດບັນທຶກການປະສານງານ ລະຫວ່າງ ອົງການກວດກາແຫ່ງລັດ ແລະ ສານປະຊາຊົນສູງ ສຸດ ກ່ຽວກັບການດໍາເນີນຄະດີສໍ້ລາດບັງຫຼວງ ລົງວັນທີ 11 ມີນາ 2024.
ໂອກາດນີ້ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຜ່ານຮ່າງບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ, ການຕິດຕາມ-ກວດກາການແກ້ໄຂຜົນການກວດກາ ແລະ ປັບປຸງກົງຈັກການຈັດຕັ້ງປີ 2024 ແລະ ທິດທາງແຜນການວຽກງານຈຸດສຸມ ປີ 2025.
ພາຍຫຼັງທີ່ໄດ້ຮັບຟັງການລາຍງານແລ້ວປະທານກອງປະຊຸມກໍ່ໄດ້ສະເໜີບັນດາສະຫາຍຜູ້ແທນກອງປະຊຸມຈະເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ເສີມຂະຫຍາຍປະຊາທິປະໄຕ ຢ່າງເຕັມສ່ວນ, ສຸມສະຕິປັນຍາ ເຂົ້າໃສ່ໃນການຄົ້ນຄວ້າ ແລະ ເປັນເຈົ້າການປະກອບຄໍາຄິດ-ຄໍາເຫັນໃຫ້ເລິກເຊິ່ງ, ກົງໄປກົງມາ ເຮັດໃຫ້ເນື້ອໃນຂອງກອງປະຊຸມມີຄວາມຈະແຈ້ງ, ຮັດກຸມ, ຄົບຖ້ວນ ແລະ ມີຄວາມເປັນເອກະພາບສູງຕໍ່ບັນຫາຕ່າງໆ, ພ້ອມກັນລົງເລິກປະກອບຄໍາເຫັນໃສ່ ບັນຫາຕ່າງໆ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດ ຂອງວຽກງານຕິດຕາມ-ກວດກາ ແລະ ຕ້ານການສໍ້ລາດບັງຫຼວງ.
ຈາກນັ້ນບັນດາສະຫາຍຜູ້ແທນກອງປະຊຸມ ກໍ່ໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບຢ່າງເລິກເຊິ່ງ ແລະ ກົງໄປກົງມາ.