ຄກສພ-ອກຫລ ອວຍພອນ ທູດຫວຽດນາມ ປະຈຳ ສປປ ລາວ ໃນໂອກາດບຸນປີໃໝ່ ຫວຽດນາມ

23/01/2025

ຄກສພ-ອກຫລ ອວຍພອນ ທູດຫວຽດນາມ ປະຈຳ ສປປ ລາວ ໃນໂອກາດບຸນປີໃໝ່ ຫວຽດນາມ

ວັນທີ 22 ມັງກອນນີ້, ທ່ານ ສຸກຄຳເພັດ ເຮືອງບຸດສີ ພ້ອມຄະນະ ໄດ້ເຂົ້າພົບປະ ແລະ ອວຍພອນ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງບຸນປີໃໝ່ (ເຕັດ) ສສ ຫວຽດນາມ ປະຈຳປີ 2025.

ໃນໂອກາດນີ້ ທ່ານ ສຸກຄຳເພັດ ເຮືອງບຸດສີ ໄດ້ກ່າວວ່າ: ເນື່ອງໃນໂອກາດບຸນປີໃໝ່ ປະຈໍາຊາດ ແຫ່ງ ສສ ຫວຽດນາມ ປີ 2025 ນີ້, ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຂໍອວຍພອນໄຊອັນປະເສີດ ໃຫ້ແກ່ທ່ານທູດຫວຽດນາມປະຈຳລາວ ພ້ອມດ້ວຍພະນັກງານຂອງສະຖານທູດຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ມີຜົນສຳເລັດໃນໜ້າທີ່ການງານທຸກປະການ.

ພ້ອມກັນນີ້ ທ່ານ ຫງວຽນ ມິງ ເຕິມ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ສຸກຄຳເພັດ ເຮືອງບຸດສີ ພ້ອມຄະນະ ທີ່ໄດ້ມາອວຍພອນສະຖານທູດຫວຽດນາມ ປະຈຳລາວ ແລະ ທ່ານທູດຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ຊຶ່ງຍາມໃດ ສອງປະເທດ ກໍໄດ້ມີການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)