16/01/2025
ໃນວັນທີ 14 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງບໍລິຄໍາໄຊ, ຄະນະກວດກາແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມຝຶກອົບຮົມວຽກງານຂ່າວສານກວດກາ ໃຫ້ພະນັກງານພາຍໃນຄະນະກວດກາພັກແຂວງ ແລະ ຄະນະກວດກາພັກເມືອງ. ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານ ກ່າວເປີດ ໂດຍທ່ານ ນາງ ແກ້ວວິໄລ ບຸນໂຮມ ຮອງປະທານຄະນະກວດກາພັກແຂວງ ແລະ ທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຮອງຫົວໜ້າບັນນາທິການສື່ມວນຊົນວຽກງານກວດກາ, ມີຄະນະຮັບຜິດຊອບຝຶກອົບຮົມຈາກຄະນະກວດກາສູນກາງພັກ, ນັກສໍາມະນາກອນຈາກຄະນະກວດກາພັກແຂວງ ແລະ ຄະນະກວດກາພັກເມືອງ ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 05 ທ່ານ, ໃນນີ້ ນັກສໍາມະນາກອນ 13 ທ່ານ, ຍິງ 03 ທ່ານ.
ໂອກາດ ນີ້ ທ່ານ ນາງ ແກ້ວວິໄລ ບຸນໂຮມ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານໂຄສະນາຂ່າວສານກວດກາ, ແນໃສ່ການໂຄສະນາກ່ຽວກັບການເຄື່ອນໄຫວວຽກງານກວດກາໃຫ້ ທົ່ວສັງຄົມຮັບຮູ້, ເຂົ້າໃຈເຖິງບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງຄະນະກວດກາແຕ່ລະຂັ້ນ ຢ່າງທົ່ວເຖິງ. ພ້ອມກັນນັ້ນ ທ່ານ ຍັງໄດ້ເນັ້ນ ໃຫ້ບັນດານັກສໍາມະນາກອນທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈົ່ງຕັ້ງໜ້າຄົ້ນຄວ້າຮໍ່າຮຽນເອົາທຸກ ບົດຮຽນທີ່ ນັກວິທະຍາກອນ ຈາກຄະນະກວດກາສູນກາງພັກ ນຳມາບັນລະຍາຍໃນຄັ້ງນີ້ ທັງພາກທິດສະດີ ຫຼື ພຶດຕິກຳຕົວຈິງ ເພື່ອເຮັດໃຫ້ການຝຶກອົບຮົມຄັ້ງນີ້ໄດ້ຮັບປະສິດທິຜົນສູງ ແລະ ນໍາໄປຜັນຂະຫຍາຍໃຫ້ໄດ້ຄຸນນະພາບ.