ຮອງປະທານຄະນະກວດກາສູນກາງພັກລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຮ່ວມກັບຄະນະກວດກາເມືອງປາກແບງ ແຂວງອຸດົມໄຊ
15/01/2025
ໃນຕອນເຊົ້າຂອງວັນທີ 9 ມັງກອນ 2025 ນີ້ ທ່ານ ປອ ດາວບົວລະພາ ບາວົງເພັດ ກໍາມະການປະຈຳພັກ,ຮອງປະທານຄະນະກວດກາສູນກາງພັກ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ຄະນະກວດກາເມືອງປາກແບງ,ໂດຍການໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ອິນແປງ ປັນຍາທອງ ຮອງເລຂາພັກເມືອງ,ປະທານຄະນະກວດກາພັກ,ປະທານອົງການກວດກາລັດ, ຫົວໜ້າຄະນະສະມາຊິກສະພາປະຈໍາເຂດເລືອກຕັ້ງເມືອງປາກແບງ ພ້ອມດ້ວຍຄະນະ.
ໂອກາດນີ້ ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານກວດກາຮອບດ້ານໂດຍຫຍໍ້ ຂອງເມືອງປາກແບງ ປະຈຳປີ 2024 ຈາກ ທ່ານ ອິນແປງ ປັນຍາທອງ ເຊິ່ງທ່ານໃຫ້ຮູ້ວ່າ ຄະນະກວດກາພັກ-ອົງການກວດກາລັດເມືອງປາກແບງ
ໄດ້ຕິດຕາມກວດກາການປັບປຸງການຈັດຕັ້ງບໍລິຫານລັດພາຍໃນເມືອງ ສຳເລັດຈຳນວນ 10 ຫ້ອງການ ແລະ ອົງການປົກຄອງບ້ານ 32 ບ້ານ, ໄດ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໂຄງການລົງທຶນ ເຫັນວ່າຫຼາຍໂຄງການແມ່ນໄດ້ດໍາເນີນໄປຕາມຂັ້ນ ຕອນຂອງກົດໝາຍວ່າດ້ວຍການລົງທຶນ ໃນປີ 2023 ມີໂຄງການລົງທຶນທັງໝົດ 16 ໂຄງການ ມູນຄ່າ 16,434.96 ລ້ານກີບ ປະຕິບັດ ສຳເລັດແລ້ວ 4 ໂຄງການ ແລະ ຍັງສືບຕໍ່ 12 ໂຄງການ, ໄດ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຕິດພັນກັບການຈັດຕັ້ງປະຕິ ບັດ 2 ວາລະແຫ່ງຊາດ; ໄດ້ຕິດຕາມ, ກວດກາການດໍາເນີນທຸລະກິດໄມ້, ການຂຸດຄົ້ນໄມ້, ຕັດໄມ້ທໍາລາຍປ່າ, ຈູດປ່າ, ການສົ່ງ ອອກໄມ້ ແລະ ຜະລິດຕະພັນໄມ້ຢ່າງເຂັ້ມງວດ, ປັດຈຸບັນມີໂຮງງານເຟີນີເຈີ 3 ແຫ່ງ ແລະ ໂຮງງານແກະສະຫຼັກໄມ້ 1 ແຫ່ງ ເຫັນວ່າເຄື່ອນໄຫວຖືກຕ້ອງຕາມລະ ບຽບກົດໝາຍ, ມີຜູ້ລະເມີດຖ່າງປ່າຫ່ວງຫ້າມຈຳນວນ 42 ຄອບຄົວ, ມີເນື້ອທີ່ 583,91 ເຮັກຕາ, ຜົນເສຍຫາຍ 126.150.000 ກີບ ເກັບກູ້ໄດ້ 58.450.000 ກີບ, ຍັງຄ້າງ 67.700.000 ກີບ, ຕໍ່ກັບຜູ້ລະເມີດຖ່າງປ່າ, ຈູດປ່າຊະຊາຍ ແລະ ຜູ້ລັກລອບຂົ່ນສົ່ງໄມ້ອອກແມ່ນໄດ້ປະຕິບັດຕາມກົດໝາຍ ແລະລະບຽບການຢ່າງເຂັ້ມງວດ; ໄດ້ຕິດຕາມ, ກວດກາ ການຄຸ້ມຄອງ, ການສຳຫຼວດ ແລະ ການຂຸດຄົ້ນແຮ່ທາດ, ຫີນ, ແຮ່ ແລະ ຊາຍຕ່າງໆ ຢູ່ພາຍໃນເມືອງເຫັນວ່າຜູ້ປະກອບການໄດ້ປະກອບສ່ວນຫຼາຍເສຍພັນທະໃຫ້ແກ່ລັດຕາມລະບຽບການ; ໄດ້ຕິດຕາມ, ກວດກາ ການຄຸ້ມຄອງ ແລະ ຈັດສັນທີ່ດິນປະເພດຕ່າງໆ ສ່ວນຫຼາຍແມ່ນຖືກຕ້ອງກັບລະບຽບກົດໝາຍ ມີເອກະສານທີ່ດິນປະເພດຕ່າງໆທັງໝົດ 341 ຕອນ, ມີເນື້ອທີ່ 707,700 ຕາແມັດ ແລະ ນອກນັ້ນ ຍັງໄດ້ຕິດຕາມການແກ້ໄຂຂໍ້ຂັດແຍ່ງທີ່ດິນຂອງພໍ່-ແມ່ປະຊາຊົນຈຳນວນໜື່ງ ເຫັນວ່າມີຄວາມສະຫງົບດີ ແລະຕິດຕາມ,ກວດກາ ການຄຸ້ມຄອງຈັດເກັບລາຍຮັບພາຍໃນເມືອງ ໃນປີນີ້ແມ່ນບັນລຸຕາມແຜນ.
ຕອນທ້າຍ ທ່ານ ປອ ດາວບົວລະພາ ບາວົງເພັດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພະນັກງານຫຼັກແຫຼ່ງພາຍໃນຄະນະກວດກາພັກເມືອງ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນລະຜ່ານມາ ພ້ອມທັງເນັ້ນໃຫ້ຄະນະພັກ, ຄະນະນໍາຂັ້ນເມືອງ ເວົ້າລວມເວົ້າສະເພາະກໍຄືພະນັກງານຫຼັກແຫຼ່ງພາຍໃນຄະນະກວດກາ ຈົ່ງສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ສືບຕໍ່ເຮັດວຽກງານກວດກາໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນກວ່າເກົ່າ. ໂອກາດດັ່ງກ່າວ ທ່ານ ປອ ດາວບົວລະພາ ບາວົງເພັດ ຍັງໄດ້ໄປຢ້ຽມຊົມ ບໍລິສັດ ລາວສິນຫຼົງ ອຸດສາຫະກໍາບໍ່ແຮ່ ຕືມອີກ.
ພາບ-ຂາວໂດຍ: ສົມບັດ ຫຼວງອຸດອນ